ປົກເວັບ 54

ສົງຄາມໃນອີຣານໄດ້ຈຸດຊະນວນວິກິດການພະລັງງານຄັ້ງໃຫຍ່ທີ່ກຳລັງສ້າງຜົນກະທົບຢ່າງໜັກໜ່ວງຕໍ່ພາກພື້ນອາຊີ, ບັງຄັບໃຫ້ລັດຖະບານແຕ່ລະປະເທດຕ້ອງແບກຮັບພາລະຄ່າໃຊ້ຈ່າຍມະຫາສານເພື່ອປົກປ້ອງເສດຖະກິດຂອງຕົນ. ສະຖານະການດັ່ງກ່າວໄດ້ເຮັດໃຫ້ທະນາຄານພັດທະນາອາຊີ (ADB) ຕ້ອງປັບຫຼຸດຄາດຄະເນການເຕີບໂຕ ແລະ ເຕືອນເຖິງໄພເງິນເຟີ້ທີ່ພວມພຸ່ງສູງຂຶ້ນໃນທົ່ວພາກພື້ນ.

ຕາມການລາຍງານຂອງ Reuter, ການນຳເຂົ້າເງິນມັນດິບຂອງອາຊີເຊິ່ງກວມເອົາເຖິງ 85% ຂອງການຂົນສົ່ງຈາກອ່າວເປີເຊຍ ໄດ້ຫຼຸດລົງເຖິງ 30% ໃນເດືອນເມສາທີ່ຜ່ານມາ ເຊິ່ງເປັນລະດັບຕໍ່າສຸດນັບຕັ້ງແຕ່ເດືອນຕຸລາປີ 2015 ຫຼັງຈາກຊ່ອງແຄບຮໍມຸສ (Strait of Hormuz) ເຊິ່ງເປັນຈຸດຍຸດທະສາດສຳຄັນສຳລັບການຂົນສົ່ງນໍ້າມັນ ແລະ ອາຍແກັສຂອງໂລກເກືອບຖືກປິດລົງເປັນເວລາສອງເດືອນ. 

ຜົນກະທົບທີ່ຮ້າຍແຮງນີ້ເຮັດໃຫ້ ADB ຕ້ອງປັບຫຼຸດການຄາດຄະເນການເຕີບໂຕຂອງປະເທດກຳລັງພັດທະນາໃນອາຊີ ແລະ ປາຊີຟິກ ລົງມາຢູ່ທີ່ 4,7% ໃນປີນີ້ ແລະ 4,8% ໃນປີ 2027 ພ້ອມທັງປັບເພີ່ມຄາດຄະເນອັດຕາເງິນເຟີ້ຂຶ້ນເປັນ 5,2%. ເພື່ອຮັບມືກັບສະຖານະການນີ້, ຫຼາຍລັດຖະບານໄດ້ເລືອກໃຊ້ດ່ານປ້ອງກັນທຳອິດດ້ວຍການອຸດໜູນລາຄາ ແລະ ຍົກເວັ້ນພາສີນຳເຂົ້າເພື່ອຫຼຸດຜ່ອນຄວາມຮຸນແຮງຂອງຜົນກະທົບຕໍ່ປະຊາຊົນ ດັ່ງເຊັ່ນໃນປະເທດອິນເດຍທີ່ພາກລັດຕ້ອງຍອມແບກຮັບການຂາດທຶນຢ່າງໜັກເພື່ອຮັກສາລາຄານໍ້າມັນພາຍໃນປະເທດໃຫ້ຄົງທີ່, ຂະນະທີ່ຫຼາຍຊາດກໍໄດ້ອອກມາດຕະການຈຳກັດການໃຊ້ນໍ້າມັນ ແລະ ສະກັດກັ້ນການກັກຕຸນ.

ໃນທາງກົງກັນຂ້າມ, ຈີນເຊິ່ງເປັນຜູ້ນຳເຂົ້ານໍ້າມັນລາຍໃຫຍ່ທີ່ສຸດຂອງໂລກ ກັບສາມາດປ້ອງກັນຕົນເອງໄດ້ດີກວ່າໝູ່ ຍ້ອນມີຄັງສຳຮອງຂະໜາດໃຫຍ່, ລະບົບຕ່ອງໂສ້ການສະໜອງພະລັງງານທີ່ຫຼາກຫຼາຍ ແລະ ການຄວບຄຸມການສົ່ງອອກ.

ເຖິງແມ່ນວ່າບົດລາຍງານຈາກ Goldman Sachs ຈະລະບຸວ່າ ຜົນກະທົບທາງເສດຖະກິດໃນປັດຈຸບັນອາດຈະຍັງບໍ່ຮ້າຍແຮງເທົ່າທີ່ເຄີຍຢ້ານກັນໄວ້ ເນື່ອງຈາກການດຶງເອົາຊັບພະຍາກອນທາງການຄັງ ແລະ ຄັງສຳຮອງອອກມາໃຊ້, ແຕ່ຄຳຖາມສຳຄັນທີ່ຍັງບໍ່ມີຄຳຕອບກໍຄື ຄວາມຢືດຢຸ່ນທີ່ເຫັນໃນຕອນນີ້ແມ່ນເກີດຈາກປັດໄຈໂຄງສ້າງທີ່ແຂງແກ່ນ ຫຼື ເປັນພຽງການເຜົາຜານຄັງສຳຮອງທີ່ບໍ່ສາມາດປະຄັບປະຄອງໄດ້ໃນໄລຍະຍາວ.

#LaoXperts #ວິກິດພະລັງງານ #ເສດຖະກິດອາຊີ #ສົງຄາມອີຣານ #ອັດຕາເງິນເຟີ້ #ນໍ້າມັນແພງ #EnergyCrisis #AsianEconomy

Comments are disabled