ປົກເວັບ 46

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮຽກຮ້ອງໃຫ້ມີການຮ່ວມມືທີ່ແໜ້ນແຟ້ນຍິ່ງຂຶ້ນລະຫວ່າງ ລາວ, ຫວຽດນາມ ແລະ ກຳປູເຈຍ ເພື່ອເລັ່ງພັດທະນາການເຊື່ອມໂຍງດ້ານຄົມມະນາຄົມ, ພະລັງງານ, ການຄ້າ ແລະ ການທ່ອງທ່ຽວ ເຊິ່ງເປັນເປົ້າໝາຍຍຸດທະສາດສຳຄັນໃນການຍົກລະດັບເສດຖະກິດ ແລະ ຜົນປະໂຫຍດຮ່ວມກັນຂອງພາກພື້ນ. ໜັງສືພີມ ວຽງຈັນທາມ ລາຍງານ.

ການສະເໜີແນວຄວາມຄິດດັ່ງກ່າວມີຂຶ້ນໃນລະຫວ່າງການພົບປະຮ່ວມຮັບປະທານອາຫານເຊົ້າ ທີ່ຈັດຂຶ້ນຕາມການເຊື້ອເຊີນຂອງຝ່າຍຫວຽດນາມ ຢູ່ນອກກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ທີ່ເມືອງເຊບູ ປະເທດຟີລິບປິນ ໃນວັນທີ 8 ພຶດສະພາ ຜ່ານມາ ໂດຍມີການເຂົ້າຮ່ວມຂອງ ທ່ານ ເລ ມິງ ຮິງ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີກຳປູເຈຍ.

ຜູ້ນຳທັງສາມປະເທດໄດ້ຕີລາຄາສູງຕໍ່ກົນໄກການຮ່ວມມືສາມຝ່າຍ ກຳປູເຈຍ-ລາວ-ຫວຽດນາມ ວ່າເປັນເວທີສຳຄັນໃນການປຶກສາຫາລື ແລະ ຮັດແໜ້ນການຮ່ວມມືຂອງສາມປະເທດເພື່ອນບ້ານໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ. 

ບັນດາຜູ້ນຳໄດ້ຢືນຢັນຄືນໃໝ່ເຖິງຄວາມມຸ່ງໝັ້ນໃນການເສີມຂະຫຍາຍມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມທັງສະແດງຄວາມຊົມເຊີຍຕໍ່ການຂະຫຍາຍຕົວຂອງການຮ່ວມມືທາງດ້ານການເມືອງ, ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ທີ່ນັບມື້ນັບເລິກເຊິ່ງບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ.

ນອກຈາກການສະແດງຄວາມຂອບໃຈຕໍ່ສານຊົມເຊີຍຈາກຜູ້ນຳທັງສອງປະເທດໃນໂອກາດທີ່ທ່ານໄດ້ຮັບເລືອກຕັ້ງຄືນໃໝ່ແລ້ວ, ທ່ານ ສອນໄຊ ສີພັນດອນ ຍັງໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການຍົກລະດັບການຮ່ວມມືໃນຂົງເຂດບຸລິມະສິດທີ່ແທ້ຈິງ ໂດຍສະເພາະແມ່ນການສ້າງຕາໜ່າງເຊື່ອມໂຍງທາງດ້ານຄົມມະນາຄົມຂົນສົ່ງ, ການຂະຫຍາຍເຄືອຂ່າຍພະລັງງານ, ແລະ ການຊຸກຍູ້ການຄ້າ, ການລົງທຶນ ລວມໄປເຖິງການທ່ອງທ່ຽວລະຫວ່າງສາມຊາດ. 

ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ມີການປະສານງານຢ່າງໃກ້ຊິດ ແລະ ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນໃນເວທີພາກພື້ນ ແລະ ສາກົນ ເພື່ອປົກປ້ອງ ແລະ ເສີມສ້າງຜົນປະໂຫຍດລວມຂອງທັງສາມຊາດ. ການພົບປະຄັ້ງນີ້ໄດ້ສ່ອງແສງໃຫ້ເຫັນເຖິງຄວາມຕັດສິນໃຈຮ່ວມກັນຢ່າງຈະແຈ້ງ ໃນການສືບຕໍ່ແລກປ່ຽນການຢ້ຽມຢາມ ແລະ ພົບປະໃນລະດັບສູງ ເພື່ອເປັນກຳລັງຂັບເຄື່ອນອັນສຳຄັນໃນການເສີມສ້າງຄວາມເປັນເອກະພາບ ແລະ ຄວາມຮ່ວມມືທີ່ແຂງແກ່ນຍືນຍົງ.

#LaoXperts #Laos #Vietnam #Cambodia #ASEANSummit48 #ການຮ່ວມມືສາມຊາດ #ການຄ້າການລົງທຶນ #ການທ່ອງທ່ຽວອາຊຽນ

Comments are disabled