ປົກເວັບ 45

ສະຫະພາບເອີຣົບ (EU) ຢ້ຳຈຸດຢືນການເປັນຄູ່ຮ່ວມມືທີ່ແຂງແກ່ນກັບ ສປປ ລາວ ພ້ອມເດີນໜ້າສານຕໍ່ນະໂຍບາຍສິດທິພິເສດທາງການຄ້າ “ພາສີເປັນສູນ” ສຳລັບສິນຄ້າສົ່ງອອກຂອງລາວໄປອີກ 3 ປີ ເພື່ອຊຸກຍູ້ການເຕີບໂຕທາງເສດຖະກິດ ແລະ ກຽມພ້ອມນຳພາປະເທດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຢ່າງຍືນຍົງ.

“ນັບຕັ້ງແຕ່ມື້ທຳອິດທີ່ຂ້າພະເຈົ້າມາຮັບຕຳແໜ່ງຈົນຮອດປັດຈຸບັນ ມັນກໍຍັງເປັນ 0% ແລະ ເຖິງແມ່ນວ່າຂ້າພະເຈົ້າຈະໝົດວາລະໄປແລ້ວ ມັນກໍຈະຍັງເປັນ 0% ຄືເກົ່າບໍ່ມີປ່ຽນແປງ. ພວກເຮົາມີຄວາມພາກພູມໃຈ ທີ່ໄດ້ເປັນຄູ່ຮ່ວມງານກັບ ສປປ ລາວ ໃນການຈັດຕັ້ງປະຕິບັດ ແຜນຍຸດທະສາດການຂ້າມຜ່ານ ເພື່ອອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນທ້າຍປີນີ້”. ທ່ານ Mark Gallagher ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ປະຈຳລາວ ກ່າວ.

ຄຳຢືນຢັນດັ່ງກ່າວ ມີຂຶ້ນໃນງານລ້ຽງ ສະເຫຼີມສະຫຼອງວັນເອີຣົບ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນເຈົ້າພາບຂອງຄະນະຜູ້ແທນສະຫະພາບເອີຣົບປະຈຳ ສປປ ລາວ ຮ່ວມກັບບັນດາປະເທດສະມາຊິກ ເພື່ອລະນຶກເຖິງວັນເອີຣົບ 9 ພຶດສະພາ ເຊິ່ງເປັນວັນຄົບຮອບ 76 ປີ ຂອງຖະແຫຼງການ Schuman ທີ່ວາງຮາກຖານໃຫ້ແກ່ການຮ່ວມມືຂອງເອີຣົບຍຸກໃໝ່. 

ງານຄັ້ງນີ້ໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍບັນດາທູຕານຸທູດ, ຕົວແທນຈາກອົງການສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາຕ່າງໆ.

ທ່ານ Mark Gallagher ໄດ້ກ່າວເນັ້ນໜັກໃນງານເຖິງຄວາມສຳຄັນຂອງການຮ່ວມມື ແລະ ຄວາມກ້າວໜ້າຮ່ວມກັນວ່າ ເອີຣົບຍັງຄົງເປັນຄູ່ຮ່ວມມືທີ່ໜ້າເຊື່ອຖື ແລະ ໝັ້ນຄົງສຳລັບ ສປປ ລາວ ສະເໝີມາ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມສາມັກຄີ ແລະ ມິດຕະພາບທີ່ຍາວນານ.

ຈຸດເດັ່ນທີ່ສຳຄັນທີ່ສຸດແມ່ນການຢືນຢັນເຖິງຜົນສຳເລັດຂອງການຄ້າສອງຝ່າຍ ໂດຍທ່ານທູດໄດ້ກ່າວຢ້ຳຢ່າງໜັກແໜ້ນວ່າ ອັດຕາພາສີສຳລັບສິນຄ້າລາວທີ່ນຳເຂົ້າໄປຍັງເອີຣົບແມ່ນຢູ່ທີ່ລະດັບສູນມາຕັ້ງແຕ່ມື້ທີ່ທ່ານມາຮັບຕຳແໜ່ງ ຈົນເຖິງປັດຈຸບັນ ແລະ ຈະຍັງຄົງເປັນສູນຕໍ່ໄປ ເຊິ່ງນະໂຍບາຍນີ້ຈະສືບຕໍ່ໄປອີກຢ່າງໜ້ອຍ 3 ປີ ໃນຂະນະທີ່ ສປປ ລາວ ກຳລັງກຽມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC). 

ນອກຈາກນີ້, ທາງ EU ຍັງພ້ອມທີ່ຈະເຮັດວຽກຮ່ວມກັນເພື່ອສ້າງເງື່ອນໄຂທາງການຄ້າທີ່ເອື້ອອຳນວຍໃນໄລຍະຫຼັງປີ 2030 ອີກດ້ວຍ ເພື່ອຮັບປະກັນການຫັນປ່ຽນທີ່ລ່ຽນໄຫຼ ແລະ ສ້າງອະນາຄົດທີ່ໝັ້ນຄົງມັ່ງຄັ່ງໃຫ້ແກ່ລາວ.

ນອກເໜືອຈາກວຽກງານເສດຖະກິດ ແລະ ການຄ້າ, EU ຍັງໄດ້ໃຫ້ຄວາມສຳຄັນກັບການພັດທະນາຊາວໜຸ່ມ ໂດຍໄດ້ມີການເປີດຕົວພາບແຕ້ມຝາຜະໜັງທີ່ສ້າງສັນໂດຍສິນລະປິນຊາວລາວ Alegs Log ທີ່ສຳນັກງານຄະນະຜູ້ແທນ EU ປະຈຳວຽງຈັນ ເຊິ່ງສື່ເຖິງຄວາມພະຍາຍາມຮ່ວມກັນໃນການພັດທະນາທັກສະ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊາວໜຸ່ມລາວ.

ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC Graduation) ຖືເປັນຂີດໝາຍປະຫວັດສາດອັນສຳຄັນຍິ່ງສຳລັບ ສປປ ລາວ, ເຊິ່ງເປັນການຢັ້ງຢືນຈາກອົງການສະຫະປະຊາຊາດວ່າ ປະເທດເຮົາໄດ້ມີຄວາມກ້າວໜ້າຢ່າງເປັນຮູບປະທຳ ທັງໃນດ້ານການຍົກລະດັບລາຍຮັບແຫ່ງຊາດ, ການພັດທະນາຊັບພະຍາກອນມະນຸດ ແລະ ການສ້າງຄວາມເຂັ້ມແຂງເພື່ອຮັບມືກັບຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ.

ຢ່າງໃດກໍຕາມ, ສິ່ງທ້າທາຍທີ່ມາພ້ອມກັບຄວາມສຳເລັດນີ້ ແມ່ນການປ່ຽນແປງຂອງເງື່ອນໄຂທາງການຄ້າສາກົນ. ພາຍໃຕ້ສະຖານະພາບ LDC ໃນໄລຍະຜ່ານມາ, ສິນຄ້າສົ່ງອອກຂອງລາວໄດ້ຮັບສິດທິພິເສດທາງການຄ້າຈາກສະຫະພາບເອີຣົບ ຜ່ານໂຄງການ “ທຸກຢ່າງຍົກເວັ້ນອາວຸດ” (Everything But Arms – EBA) ເຊິ່ງອະນຸຍາດໃຫ້ນຳສິນຄ້າເກືອບທຸກຊະນິດເຂົ້າຕະຫຼາດເອີຣົບໄດ້ໂດຍບໍ່ຕ້ອງເສຍພາສີ. ເມື່ອປະເທດໜຶ່ງກ້າວອອກຈາກ LDC ຢ່າງເປັນທາງການ, ຕາມຫຼັກການແລ້ວ ສິດທິພິເສດເຫຼົ່ານີ້ຈະສິ້ນສຸດລົງ ເຊິ່ງອາດສົ່ງຜົນກະທົບໂດຍກົງຕໍ່ຕົ້ນທຶນ ແລະ ຄວາມສາມາດໃນການແຂ່ງຂັນຂອງພາກທຸລະກິດສົ່ງອອກ. ນີ້ຄືເຫດຜົນຫຼັກທີ່ນະໂຍບາຍຂອງ EU ດັ່ງທີ່ກ່າວໃນຂ່າວຂ້າງຕົ້ນ ຈຶ່ງມີຄວາມໝາຍຢ່າງເລິກເຊິ່ງຕໍ່ການຢູ່ລອດ ແລະ ການເຕີບໂຕຂອງເສດຖະກິດລາວ.

#LaoXperts EuropeDay #EUinLaos #LaoPDR #ການຄ້າລາວEU #ພວກເຮົາເຮັດໄດ້ #HowHetDai #YouthDevelopment

Comments are disabled