ທ່າມກາງວິກິດການນໍ້າມັນເຊື້ອໄຟທີ່ຂາດແຄນ ແລະ ລາຄາແພງ, ລັດຖະບານ ສປປ ລາວ ໄດ້ວາງເປົ້າໝາຍຍຸດທະສາດຊຸກຍູ້ການນຳໃຊ້ລົດໄຟຟ້າ (EV) ໃຫ້ບັນລຸ 30% ພາຍໃນປີ 2030, ພ້ອມດຽວກັນນັ້ນ, ໄດ້ອອກນະໂຍບາຍຫຼຸດຄ່າທຳນຽມສູງສຸດເຖິງ 30% ເພື່ອດຶງດູດການຊົມໃຊ້ ແຕ່ກໍຍັງຕ້ອງເລັ່ງແກ້ໄຂສິ່ງທ້າທາຍດ້ານໂຄງລ່າງພື້ນຖານ ແລະ ມາດຕະຖານເຕັກນິກໃນໄລຍະຍາວ
ທ່ານ ນາງ ອຳໄພວັນ ແກ້ວປະດິດ ຮອງຫົວໜ້າກົມ ຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ໃນນາມຜູ້ຮັບຜິດຊອບຄຸ້ມຄອງຍານພາຫະນະ,ໄດ້ໃຫ້ສຳພາດວ່າ ໄດ້ຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມການນຳໃຊ້ລົດພະລັງງານທາງເລືອກຢ່າງເປັນຮູບປະທຳ ໂດຍໄດ້ກຳນົດນະໂຍບາຍຫຼຸດຄ່າທຳນຽມ ແລະ ຄ່າບໍລິການລົງ 30% ສຳລັບລົດ EV ແລະ 15% ສຳລັບລົດໄຮບຣິດ (Hybrid).
ເຖິງຢ່າງໃດກໍຕາມ, ທ່ານຍອມຮັບວ່າ ການຫັນປ່ຽນເຂົ້າສູ່ຍຸກຍານຍົນໄຟຟ້ານີ້ຍັງປະເຊີນກັບສິ່ງທ້າທາຍຫຼາຍປະການ, ໂດຍສະເພາະແມ່ນບັນຫາສະຖານີສາກໄຟທີ່ມີຫຼາຍກວ່າ 100 ແຫ່ງ ແຕ່ພັດກະຈຸກຕົວຢູ່ໃນນະຄອນຫຼວງວຽງຈັນເຖິງ 56 ແຫ່ງ ເຊິ່ງຍັງບໍ່ທັນກະຈາຍຄວບຄຸມໄປທົ່ວປະເທດ.
ນອກຈາກນີ້, ຍັງມີປັດໄຈດ້ານສະພາບຖະໜົນຫົນທາງທີ່ອາດສົ່ງຜົນກະທົບຕໍ່ອາຍຸການໃຊ້ງານຂອງຢາງລົດ, ບວກກັບຄວາມເປັນຫ່ວງເລື່ອງມາດຕະຖານຄວາມປອດໄພຂອງການຕິດຕັ້ງລະບົບສາກໄຟໃນຄົວເຮືອນທີ່ອາດສ່ຽງຕໍ່ການເກີດອັກຄີໄພຖ້າບໍ່ໄດ້ມາດຕະຖານ.
ໃນໄລຍະຍາວ, ອີກໜຶ່ງສິ່ງສຳຄັນທີ່ສຸດແມ່ນການວາງແຜນຄຸ້ມຄອງການທຳລາຍໝໍ້ໄຟ (ແບັດເຕີຣີ) ຫຼັງໝົດອາຍຸການໃຊ້ງານຢ່າງຮັດກຸມ ເພື່ອປ້ອງກັນບໍ່ໃຫ້ກາຍເປັນບັນຫາຜົນກະທົບຕໍ່ສິ່ງແວດລ້ອມຕາມມາ, ສຳລັບແຜນການໃນອະນາຄົດ, ພາກລັດຍັງມີຄວາມມຸ່ງຫວັງທີ່ຈະຂະຫຍາຍການນຳໃຊ້ລົດ EV ໃຫ້ກວມເອົາພາຫະນະທຸກປະເພດ ລວມເຖິງລົດບັນທຸກໃນຂະແໜງອຸດສາຫະກຳ ແລະ ກະສິກຳ, ແຕ່ທັງນີ້ກໍຍັງຕ້ອງໄດ້ສຶກສາຄວາມອາດສາມາດໃນການຮັບນໍ້າໜັກ ແລະ ປະສິດທິພາບໃນການໃຊ້ງານຕົວຈິງຕື່ມອີກ ເນື່ອງຈາກຍັງເປັນເລື່ອງໃໝ່ສຳລັບ ສປປ ລາວ.
.
#LaoXperts #ລົດໄຟຟ້າລາວ #ນະໂຍບາຍEV #ພະລັງງານສະອາດ #EVLaos #GreenEnergyLaos #ຂ່າວເສດຖະກິດລາວ #ກົມຂົນສົ່ງ


