ປົກເວັບ 43

6 ແບຣນກາເຟພິເສດ (Specialty Coffee) ຂອງລາວ ກ້າວຂຶ້ນສູ່ເວທີມະຫະກຳກາເຟໃຫຍ່ທີ່ສຸດຂອງອາຊີ ເພື່ອປະກາດສັກດາກາເຟພຣີມຽມຈາກດິນພູເຂົາໄຟ. ເປົ້າໝາຍສຳຄັນແມ່ນການເຈາະຕະຫຼາດໂລກຜ່ານການຈັບຄູ່ທຸລະກິດ ແລະ ສ້າງແບຣນທີ່ເຂັ້ມແຂງ ເຊິ່ງຈະເປັນກຸນແຈໃນການຍົກລະດັບມູນຄ່າສິນຄ້າກະສິກຳ ແລະ ສ້າງລາຍຮັບທີ່ຍືນຍົງໃຫ້ຊາວກະສິກອນ.

ງານມະຫະກຳ World of Coffee Asia 2026 ເຊິ່ງຈັດຂຶ້ນລະຫວ່າງວັນທີ 7-9 ພຶດສະພາ 2026 ທີ່ສູນການສະແດງສິນຄ້າ BITEC ນະຄອນຫຼວງບາງກອກ ປະເທດໄທ ຖືເປັນຈຸດເຕົ້າໂຮມຂອງນັກທຸລະກິດ ແລະ ຄົນຮັກກາເຟຫຼາຍກວ່າ 30,000 ຄົນ ຈາກ 60 ກວ່າປະເທດທົ່ວໂລກ. ຢ່າງໃດກໍຕາມຕາມການລາຍງານຂອງ ກະຊວງອຸດສາຫະກຳ ແລະ ການຄ້າ 6 ແບຣນທີ່ເຂົ້າຮ່ວມຄັ້ງນີ້ ຍັງບໍ່ມີການເປີດເຜີຍລາຍຊື່.

 ການເດີນທາງໄປສ້າງຊື່ສຽງໃນຄັ້ງນີ້ ເກີດຈາກການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (DOSMEP) ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ສະມາຄົມກາເຟລາວ ພາຍໃຕ້ການສະໜັບສະໜູນຈາກໂຄງການ Green Cup ເພື່ອນຳພາຜູ້ປະກອບການທັງ 6 ບໍລິສັດໄປເປີດປະຕູສູ່ຕະຫຼາດສາກົນ. 

ພາຍໃນງານ, ສປປ ລາວ ໄດ້ນຳສະເໜີຄວາມໂດດເດັ່ນຜ່ານການອອກແບບບູດທີ່ເປັນເອກະລັກໃນຊື່ “Lao Country Pavilion” ທີ່ດຶງດູດຄວາມສົນໃຈດ້ວຍກາເຟອາຣາບິກ້າຄຸນນະພາບພຣີມຽມຈາກພູພຽງບໍລິເວນ ພ້ອມທັງເປີດກິດຈະກຳທົດສອບລົດຊາດ (Cupping Session) ໃຫ້ນັກຊິມ ແລະ ຜູ້ຊື້ລະດັບໂລກໄດ້ສຳຜັດກັບກິ່ນຫອມ ແລະ ລົດຊາດອັນເປັນເອກະລັກຂອງກາເຟລາວຢ່າງໃກ້ຊິດ.

ນອກຈາກການຍູ້ແຮງແບຣນ “Laos Coffee” ໃຫ້ເປັນທີ່ຮັບຮູ້ ແລະ ຍອມຮັບເຖິງມາດຕະຖານການປຸງແຕ່ງລະດັບສາກົນແລ້ວ, ຜູ້ປະກອບການ MSME ທັງ 6 ບໍລິສັດຍັງໄດ້ຮັບໂອກາດທອງໃນການຈັບຄູ່ທຸລະກິດ (Business Matching) ກັບຜູ້ນຳເຂົ້າ ແລະ ໂຮງຄົ່ວກາເຟລາຍໃຫຍ່ຈາກຕ່າງປະເທດ. 

ສິ່ງດັ່ງກ່າວບໍ່ພຽງແຕ່ຊ່ວຍເປີດຊ່ອງທາງການຈຳໜ່າຍໃໝ່ໆ ແຕ່ຍັງເປັນການອັບເດດເທຣນເຕັກໂນໂລຊີ ແລະ ມາດຕະຖານການຄ້າແບບຍືນຍົງ ເຊິ່ງການເຄື່ອນໄຫວທັງໝົດນີ້ຈະເປັນແຮງຊຸກຍູ້ອັນສຳຄັນໃນການພັດທະນາຕ່ອງໂສ້ມູນຄ່າກາເຟລາວໃຫ້ເຂັ້ມແຂງ ກາຍເປັນສິນຄ້າສົ່ງອອກແຖວໜ້າທີ່ສາມາດຂັບເຄື່ອນເສດຖະກິດທ້ອງຖິ່ນ ແລະ ປ່ຽນທ່າແຮງດ້ານກະສິກຳໃຫ້ກາຍເປັນອຸດສາຫະກຳທີ່ສ້າງຄວາມມັ່ງຄັ່ງແກ່ຊາວກະສິກອນລາວໃນໄລຍະຍາວ.

#LaosCoffee #WorldOfCoffeeAsia2026 #SpecialtyCoffee #ກາເຟລາວ #MOIC #LaoCountryPavilion #ກາເຟພູພຽງບໍລິເວນ

Comments are disabled