ປົກເວັບ 28

ເງິນຢວນພວມກ້າວຂຶ້ນມີບົດບາດໃນເກມການຄ້າໂລກແບບໜ້າຈັບຕາ ຫຼັງອີຣານ ແລະ ຣັດເຊຍ ຖືກຂວ້ຳບາດຈົນຕ້ອງຫັນມາເພິ່ງພາສະກຸນເງິນຈີນເພື່ອຊື້ຂາຍນ້ຳມັນ. ສິ່ງນີ້ສະທ້ອນເຖິງເປົ້າໝາຍຍຸດທະສາດການຫຼຸດຜ່ອນການເພິ່ງພາເງິນໂດລາ ເຊິ່ງຈະສົ່ງຜົນກະທົບໂດຍກົງຕໍ່ການປ່ຽນແປງໂຄງສ້າງຂອງລະບົບການເງິນສາກົນຢ່າງຫຼີກລ້ຽງບໍ່ໄດ້.

ອີງຕາມການລາຍງານຂອງສຳນັກຂ່າວ Nikkei Asia ໃນວັນທີ 4 ພຶດສະພາ 2026, ການນຳໃຊ້ເງິນຢວນຂອງຈີນເພື່ອຊຳລະຄ່າສິນຄ້າ ແລະ ບໍລິການ ໂດຍສະເພາະນ້ຳມັນດິບ ໄດ້ເພີ່ມຂຶ້ນຢ່າງກ້າວກະໂດດ. ຂໍ້ມູນຈາກ Wind ເຊິ່ງເປັນຜູ້ໃຫ້ບໍລິການຂໍ້ມູນຂອງຈີນລະບຸວ່າ ມູນຄ່າການຊຳລະເງິນດ້ວຍຢວນຜ່ານລະບົບ CIPS (Cross-border Interbank Payment System) ໃນເດືອນມີນາພຸ່ງຂຶ້ນເຖິງ 50% ເມື່ອທຽບໃສ່ເດືອນກ່ອນໜ້າ ແຕະລະດັບ 1,46 ພັນຕື້ຢວນ ຫຼື ປະມານ 214.000 ລ້ານໂດລາສະຫະລັດ. ຕົວເລກດັ່ງກ່າວສູງກວ່າໄລຍະດຽວກັນຂອງປີ 2021 ເຖິງ 3 ເທົ່າຕົວ ແລະ ຍັງສືບຕໍ່ທຳລາຍສະຖິຕິການເຮັດທຸລະກຳລາຍວັນສູງສຸດໃໝ່ຢ່າງຕໍ່ເນື່ອງໃນເດືອນເມສາ.

ປັດໄຈສຳຄັນທີ່ຍູ້ແຮງສະຖານະການນີ້ແມ່ນຄວາມເຄັ່ງຕຶງທາງພູມສາດການເມືອງ ໂດຍພາຍຫຼັງການໂຈມຕີໃນເດືອນກຸມພາ ອີຣານໄດ້ປິດຊ່ອງແຄບຮໍມຸສ ແລະ ບັງຄັບໃຫ້ຊຳລະຄ່າຜ່ານທາງສຳລັບເຮືອບັນທຸກນ້ຳມັນດ້ວຍເງິນຄຣິບໂຕ ຫຼື ເງິນຢວນເທົ່ານັ້ນ ເຊິ່ງມີພຽງເຮືອຈາກປະເທດທີ່ອີຣານມອງວ່າເປັນມິດ ເຊັ່ນ: ຈີນ, ຣັດເຊຍ ແລະ ອິນເດຍ ທີ່ສາມາດຜ່ານໄດ້ຢ່າງປອດໄພ. ໃນຂະນະດຽວກັນ, ຣັດເຊຍທີ່ຖືກຕັດອອກຈາກລະບົບ SWIFT ຕັ້ງແຕ່ປີ 2022 ກໍໄດ້ຫັນມາໃຊ້ເງິນຢວນ ແລະ ຮູເບີນ ໃນການເຮັດທຸລະກຳກັບຈີນເກືອບ 100% ເພື່ອຄ້ຳຊູເສດຖະກິດ ແລະ ທຶນສະໜັບສະໜູນສົງຄາມຂອງຕົນ ຕາມການຢືນຢັນຂອງປະທານາທິບໍດີ ວະລາດິເມຍ ປູຕິນ.

ບໍ່ພຽງແຕ່ປະເທດທີ່ຖືກຂວ້ຳບາດເທົ່ານັ້ນທີ່ຫັນມາໃຊ້ເງິນຢວນ, ຊາອຸດິອາຣັບເບຍກໍໄດ້ເພີ່ມສັດສ່ວນການຊື້ຂາຍນ້ຳມັນທີ່ຊຳລະດ້ວຍເງິນຢວນສູງເຖິງ 41% ໃນເດືອນມີນາ ພ້ອມທັງນຳເອົາທະນາຄານລັດຂະໜາດໃຫຍ່ 2 ແຫ່ງເຂົ້າຮ່ວມລະບົບ CIPS. 

ຄວາມຕ້ອງການເງິນຢວນທີ່ມະຫາສານນີ້ສົ່ງຜົນໃຫ້ຄ່າເງິນຢວນແຂງຄ່າຂຶ້ນສວນທາງກັບສະກຸນເງິນອາຊີອື່ນໆ ເຊັ່ນ: ເຢນ ແລະ ວອນ ທີ່ອ່ອນຄ່າລົງຍ້ອນຕະຫຼາດກັງວົນວ່າລາຄານ້ຳມັນທີ່ສູງຂຶ້ນຈະກະທົບຕໍ່ດຸນການຄ້າ.

ນອກຈາກນີ້, ຈີນຍັງໄດ້ຍົກລະດັບໄປອີກຂັ້ນດ້ວຍການທົດລອງລະບົບເງິນຢວນດິຈິຕອນສຳລັບການຊຳລະເງິນຂ້າມພົມແດນຮ່ວມກັບຊາອຸດິອາຣັບເບຍ ແລະ ສະຫະລັດອາຣັບເອມິເຣດ ເພື່ອເປັນທາງເລືອກແທນເງິນໂດລາ.

ເຖິງແມ່ນວ່າປັດຈຸບັນເງິນຢວນຈະມີສັດສ່ວນພຽງ 3% ຂອງການຊຳລະເງິນທົ່ວໂລກເມື່ອທຽບກັບໂດລາທີ່ຍັງຄົງຄອງສ່ວນແບ່ງເຖິງ 51% ຕາມຂໍ້ມູນຈາກ SWIFT, ແຕ່ແຜນພັດທະນາເສດຖະກິດ 5 ປີສະບັບໃໝ່ຂອງຈີນທີ່ເລີ່ມຕົ້ນໃນປີ 2026 ນີ້ ໄດ້ຕັ້ງເປົ້າໝາຍຊັດເຈນໃນການຂະຫຍາຍອິດທິພົນການຊຳລະເງິນລະຫວ່າງປະເທດ. ເລື່ອງນີ້ສອດຄ່ອງກັບທັດສະນະຂອງ ໂທຣຸ ນິຊິຮາມະ ນັກເສດຖະສາດຈາກ Dai-ichi Life Research Institute ທີ່ມອງວ່າ ສັດສ່ວນຂອງເງິນຢວນກຳລັງເພີ່ມຂຶ້ນຢ່າງຄ່ອຍເປັນຄ່ອຍໄປ ແລະ ຂະບວນການຫຼຸດຜ່ອນການເພິ່ງພາເງິນໂດລາສະຫະລັດ ແມ່ນກຳລັງຈະເລັ່ງຕົວຂຶ້ນຢ່າງແນ່ນອນໃນອະນາຄົດ.

#LaoXperts #ເງິນຢວນ #ເສດຖະກິດໂລກ #ພູມສາດການເມືອງ #Dedollarization #ຂ່າວເສດຖະກິດ

Comments are disabled