Mar dom kon kun

ຫຼາຍຄົນທີ່ເຄີຍເຈີກັບນ້ອງໝາ ມັກຕ້ອບພົບກັບສະຖານະການຊວນອຶດອັດ ເມື່ອນ້ອງເຂົ້າມາດົມບໍລິເວນກົ້ນ ຫຼື ເປົ້າຂ້ອງຄົນເຮົາແບບບໍ່ທັນໄດ້ຕັ້ງໂຕ. ແມ້ວ່າພຶດຕິກຳນີ້ຈະແປກໃນສາຍຕາມະນຸດ ແຕ່ຜູ້ຊ່ຽວຊານຢືນຢັນວ່າ ນີ້ແມ່ນພຶດຕິກຳຕາມທຳມະຊາດທີ່ມີເຫດຜົນທາງວິທະຍາສາດຮອງຮັບຢ່າງຊັດເຈນ.

ຂໍ້ມູນຈາກ American Kennel Club ລະບຸວ່ານ້ອງໝາເປັນສັດທີ່ໃຊ້ກິ່ນເປັນຫຼັກໃນການຮັບຮູ້ໂລກ ໂດຍພວກມັນມີປະສາດຮັບກິ່ນທີ່ຊົງພະລັງຫຼາຍ ແລະ ໃຊ້ດັງໃນການເກັບຂໍ້ມູນກ່ຽວກັບສິ່ງອ້ອມໂຕແທນການໃຊ້ສາຍຕາແບບມະນຸດ.

ນອກຈາກນີ້, ນ້ອງໝາຍັງມີອະໄວຍະວະພິເສດທີ່ເອີ້ນວ່າ Vomeronasal organ ເຊິ່ງຊ່ວຍກວດຈັບຟີໂຣໂມນ (Pheromone) ຫຼື ສານເຄມີທີ່ສິ່ງມີຊີວິດໃຊ້ໃນການສື່ສານກັນ ເຮັດໃຫ້ນ້ອງໝາສາມາດຮັບຮູ້ຂໍ້ມູນລຶກຊຶ້ງທັງໃນດ້ານຂອງ ອາລົມ, ສຸຂະພາບ ຫຼື ສະຖານະຂອງອີກຝ່າຍໄດ້.

ເມື່ອນ້ອງໝາດົມບໍລິເວນກົ້ນ ຫຼື ເປົ້າຂອງມະນຸດ ສະແດງວ່ານ້ອງໆກຳລັງອ່ານຂໍ້ມູນທາງກິ່ນ ເນື່ອງຈາກບໍລິເວນດັ່ງກ່າວມີຕ່ອມເຫື່ອຊະນິດພິເສດທີ່ປ່ອຍສານເຄມີອອກມາ ເຊິ່ງນ້ອງໝາສາມາດໃຊ້ບອກໄດ້ທັງເພດ, ອາຍຸ, ສຸຂະພາບ ໄປຈົນຮອດອາລົມຂອງຄົນຜູ້ນັ້ນ.

ຜູ້ຊ່ຽວຊານຍັງອະທິບາຍເພີ່ມເຕີມວ່າ ໃນໂລກຂອງນ້ອງໝາ ການດົມກົ້ນຖືເປັນພຶດຕິກຳການທັກທາຍປົກກະຕິທົ່ວໄປ ເມື່ອນ້ອງໆພົບກັນກໍຈະດົມບໍລິເວນທ້າຍລຳໂຕທີ່ປ່ອຍກິ່ນສະເພາະໂຕ ເພື່ອແລກປ່ຽນຂໍ້ມູນຄ້າຍໆຄືການ ແນະນຳໂຕ.

ດັ່ງນັ້ນ, ເມື່ອນ້ອງໝາເຂົ້າຫາມະນຸດ ພຶດຕິກຳນີ້ຈຶ່ງຖືກປັບມາໃຊ້ກັບຄົນໂດຍນ້ອງໆຈະເລືອກບໍລິເວນທີ່ເຂົ້າເຖິງໄດ້ງ່າຍ ແລະ ມີກິ່ນຊັດເຈນທີ່ສຸດ ເຊິ່ງກໍເປັນບໍລິເວນເປົ້າ ຫຼື ກົ້ນ, ເຮັດໃຫ້ເກີດພາບທີ່ຫຼາຍຄົນຮູ້ສຶກເຂີນອາຍ ແມ້ວ່າສຳລັບນ້ອງໝາຈະເປັນພຽງການທັກທາຍຕາມທຳມະຊາດກໍຕາມ.

ຢ່າງໃດກໍຕາມ, ຜູ້ຊ່ຽວຊານແນະນຳວ່າ ຫາກເຈົ້າຂອງຮູ້ສຶກວ່າພຶດຕິກຳນີ້ບໍ່ເໝາະສົມໃນບ່ອນສາທາລະນະ ສາມາດຝຶກໃນນ້ອງໆຫຼຸດພຶດຕິກຳດັ່ງກ່າວໄດ້ ເຊັ່ນ ການສັ່ງໃຫ້ນັ່ງ ຫຼື ດຶງຄວາມສົນໃຈໄປຫາຢ່າງອື່ນ. ແຕ່ບໍ່ຄວນລົງໂທດຮຸນແຮງ ເພາະພຶດຕິກຳນີ້ເປັນສັນຊາດຕະຍານພື້ນຖານຂອງສັດ.

ແຫຼ່ງຂໍ້ມູນ: American Kennel Club, The Environmental Literacy Council, Live Science, Akc, Petplace, Snook

Comments are disabled