ວົງການເພງໃນສປປລາວເຮົາກຳລັງຄຶກຄັກອີກຄັ້ງ ຫຼັງອ້າຍຕ່າຍ ອາກາດອອກມາປະກາດຂ່າວສຳຄັນ ກຽມຈັດຄອນເສີດດ່ຽວຄັ້ງທຳອິດໃນຊີວິດພາຍໃຕ້ຊື່ The First Concert You’re my “Akard” ສ້າງຄວາມຕື່ນເຕັ້ນໃຫ້ກັບແຟນເພງສຸດໆ.

ຄອນເສີດເທື່ອນີ້ຖືເປັນກ້າວສຳຄັນຂອງອ້າຍຕ່າຍໃນຖານະສີລະປິນດ່ຽວ ໂດຍອ້າຍຕ່າຍຕັ້ງໃຈມອບປະສົບການສຸດພິເສດໃຫ້ກັບແຟນຄັບ ຫຼື ທີ່ເອີ້ນວ່າ Akard ເຊິ່ງປຽບຄືແຮງສະໜັບສະໜູນສຳຄັນຕະຫຼອດເສັ້ນທາງດົນຕີທີ່ຜ່ານມາ ພ້ອມກຽມເນລະມິດເວທີໃຫ້ກາຍເປັນພື້ນທີ່ແຫ່ງຄວາມຊົງຈຳ ທັງດ້ານແສງ ສີ ສຽງ ແລະ ໂຊທີ່ຈັດເຕັມແນ່ນອນ.

ພາຍໃນງານຈະມີການລວບລວມຜົນງານເພງຂອງສີລະປິນ ບໍ່ວ່າຈະເປັນແນວເພງອົກຫັກ ໃຫ້ກຳລັງໃຈ ລວມເຖິງການສະແດງພິເສດ ແລະ ແຂກຮັບເຊີນທີ່ກຽມສ້າງຄວາມຕື່ນເຕັ້ນໃຫ້ແກ່ຜູ້ຊົມ ໂດຍຄາດວ່າຈະເປັນໜຶ່ງໃນຄອນເສີດໃຫຍ່ ແລະ ໜ້າຈັບຕາຫຼາຍຂອງສີລະປິນລາວໃນປີນີ້.

ເຖິງແມ້ວ່າລາຍລະອຽດເລື່ອງມື້ຈັດງານ ສະຖານທີ່ ແລະ ການຈຳໜ່າຍບັດຍັງບໍ່ຖືກເປີດເຜີຍຢ່າງເປັນທາງການ ແຕ່ກະແສຕອບຮັບຈາກແຟນເພງຖືວ່າຮ້ອນແຮງຢ່າງຕໍ່ເນື່ອງ ຫຼາຍຄົນກຽມພ້ອມກົດບັດທັນທີທີ່ມີການປະກາດແບບ Official ອອກມາ.

ການຈັດຄອນເສີດດ່ຽວຄັ້ງທຳອິດຂອງອ້າຍຕ່າຍ ບໍ່ພຽງສະທ້ອນເຖິງຄວາມສຳເລັດໃນເສັ້ນທາງດົນຕີຂອງສີລະປິນເທົ່ານັ້ນ ແຕ່ຍັງສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂອງອຸດສາຫະກຳດົນຕີໃນ ສປປ ລາວ ທີ່ກຳລັງກ້າວເຂົ້າສູ່ຍຸກໃໝ່ທີ່ເຕັມໄປດ້ວຍສີລະປິນລຸ້ນໃໝ່.

ທັງນີ້ທັງນັ້ນ ແຟນເພງສາມາດຕິດຕາມລາຍລະອຽດເພີ່ມເຕີມກ່ຽວກັບຄອນເສີດດັ່ງກ່າວໄດ້ຈາກ Facebook ຂອງອ້າຍ TAIY AKARD ໃນລຳດັບຕໍ່ໄປ.

Comments are disabled