ປົກເວັບ 13

ລາວຈັບມືພັດທະນາ 4 ແຂວງພາກໃຕ້ໃຫ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວແບບເຊື່ອມໂຍງພາກພື້ນກັບ ຫວຽດນາມ, ກຳປູເຈຍ ແລະ ໄທ. ເປົ້າໝາຍຫຼັກແມ່ນເພື່ອຂະຫຍາຍຕະຫຼາດ, ສ້າງທາງເລືອກໃໝ່ທີ່ໜ້າສົນໃຈ ແລະ ດຶງດູດນັກທ່ອງທ່ຽວໃຫ້ພັກເຊົາດົນຂຶ້ນ ເຊິ່ງຈະຊ່ວຍກະຕຸ້ນເສດຖະກິດ ແລະ ສ້າງລາຍຮັບໃຫ້ທ້ອງຖິ່ນຢ່າງຍືນຍົງ. ຕາມການລາຍງານຂອງ ວຽງຈັນທາມ.

ແຜນການຍຸດທະສາດດັ່ງກ່າວໄດ້ຖືກຍົກຂຶ້ນມາປຶກສາຫາລືຢ່າງຈິງຈັງໃນກອງປະຊຸມພັດທະນາການທ່ອງທ່ຽວ 4 ແຂວງພາກໃຕ້ ສຳລັບສົກປີ 2025-2026 ແລະ 2026-2027 ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ ຈຳປາສັກ. 

ທິດທາງຫຼັກແມ່ນການຍົກລະດັບຄຸນນະພາບແຫຼ່ງທ່ອງທ່ຽວ, ສ້າງຜະລິດຕະພັນທີ່ເປັນເອກະລັກ, ພັດທະນາຄວາມອາດສາມາດຂອງບຸກຄະລາກອນ, ການນຳໃຊ້ເຕັກໂນໂລຊີດິຈິຕອລເຂົ້າໃນການບໍລິການ-ໂຄສະນາ ແລະ ການຊຸກຍູ້ການທ່ອງທ່ຽວສີຂຽວທີ່ເປັນມິດກັບສິ່ງແວດລ້ອມ. 

ການເຊື່ອມຕໍ່ຈຸດໝາຍປາຍທາງພາຍໃນປະເທດໃຫ້ສາມາດເດີນທາງຫາກັນໄດ້ສະດວກຂຶ້ນ ບວກກັບການສ້າງເສັ້ນທາງທ່ອງທ່ຽວໃໝ່ໆ ຈະເປັນກຸນແຈສຳຄັນໃນການດຶງດູດໃຫ້ນັກທ່ອງທ່ຽວຢາກໃຊ້ເວລາໃນລາວດົນກວ່າເກົ່າ.

ທ່ານ ນາງ ດາລານີ ໄດ້ເນັ້ນໜັກວ່າ ການຮ່ວມມືລະຫວ່າງ ລາວ, ຫວຽດນາມ, ກຳປູເຈຍ ແລະ ໄທ ຈະເປັນກຳລັງຂັບເຄື່ອນອັນມະຫາສານໃນການຂະຫຍາຍຕະຫຼາດ ເຊິ່ງຈະສ້າງຜົນປະໂຫຍດໂດຍກົງຕໍ່ 4 ແຂວງພາກໃຕ້ຂອງລາວ. ເພື່ອໃຫ້ບັນລຸເປົ້າໝາຍນີ້, ຕ້ອງມີການສ້າງວົງຈອນການທ່ອງທ່ຽວທີ່ເຊື່ອມຕໍ່ເອົາສະຖານທີ່ຍອດຮິດຂອງປະເທດເພື່ອນບ້ານເຂົ້າກັນ, ອຳນວຍຄວາມສະດວກໃນການເດີນທາງຂ້າມຊາຍແດນ ແລະ ສ້າງຂະບວນການໂຄສະນາທີ່ແຂງແກ່ນ. 

ເປົ້າໝາຍສູງສຸດແມ່ນການຍົກລະດັບການບໍລິການໃຫ້ເປັນມືອາຊີບ ແລະ ມີຄຸນນະພາບສູງສຸດໃນພາກໃຕ້ຂອງລາວ ໂດຍສະເພາະການເລັ່ງປັບປຸງໂຄງລ່າງພື້ນຖານເຊັ່ນ: ເສັ້ນທາງເຂົ້າເຖິງແຫຼ່ງທ່ອງທ່ຽວ, ປ້າຍບອກທາງ, ຈຸດຊົມວິວ ແລະ ຫ້ອງນ້ຳ. ນອກຈາກນີ້, ມາດຕະຖານຂອງໂຮງແຮມທີ່ພັກ ແລະ ຮ້ານອາຫານ ກໍຕ້ອງຖືກຍົກລະດັບໃຫ້ສອດຄ່ອງກັບມາດຕະຖານຂອງລາວ ແລະ ອາຊຽນ.

ນອກຈາກການພັດທະນາພື້ນຖານໂຄງລ່າງແລ້ວ, ຍັງມີການຮຽກຮ້ອງໃຫ້ສົ່ງເສີມການທ່ອງທ່ຽວແບບຍືນຍົງ, ການທ່ອງທ່ຽວຊຸມຊົນ ແລະ ການທ່ອງທ່ຽວເຊີງກະສິກຳ ໂດຍການຜະສົມຜະສານວັດທະນະທຳທ້ອງຖິ່ນເຂົ້າໄປໃນຜະລິດຕະພັນ ແລະ ຮັບປະກັນຄວາມສະດວກສະບາຍ ພ້ອມທັງຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ. 

ພາກລັດຍັງໄດ້ແນະນຳໃຫ້ທັງ 4 ແຂວງໝູນໃຊ້ໂອກາດຕະຫຼອດປີ ໂດຍປ່ຽນຊ່ວງນອກລະດູການທ່ອງທ່ຽວ (Low Season) ໃຫ້ເປັນຊ່ວງເວລາແຫ່ງການຈັດງານວາງສະແດງ, ການພົບປະລະຫວ່າງຜູ້ຊື້-ຜູ້ຂາຍ, ການຈັດກິດຈະກຳທົດລອງໃໝ່ໆ ແລະ ການຈັດໂປຣໂມຊັ່ນຫຼຸດລາຄາເພື່ອດຶງດູດຄົນ. ກອງປະຊຸມຍັງໄດ້ຍົກໃຫ້ເຫັນເຖິງຄວາມຈຳເປັນໃນການຮັດແໜ້ນການຕະຫຼາດອອນລາຍ, ການສ້າງຄຳຂວັນ ແລະ ສ້າງແບຣນຮ່ວມກັນ, ປັບປຸງການຝຶກອົບຮົມນຳທ່ຽວ, ຍົກລະດັບການຄຸ້ມຄອງຂີ້ເຫຍື້ອ ແລະ ລະບົບການຮັບມືກັບເຫດສຸກເສີນ.

ທັງນີ້ 4 ແຂວງພາກໃຕ້ຂອງລາວຖືວ່າມີທ່າແຮງບົ່ມຊ້ອນທາງການທ່ອງທ່ຽວທີ່ແຂງແກ່ນຫຼາຍ ໂດຍມີສະຖານທີ່ສຳຄັນລະດັບໂລກ ແລະ ແຫຼ່ງທຳມະຊາດທີ່ງົດງາມ ເຊັ່ນ: ວັດພູຈຳປາສັກ ເຊິ່ງເປັນມໍລະດົກໂລກອົງການອຸຍແນັດສະໂກ, ນ້ຳຕົກຕາດຄອນພະເພັງທີ່ຍິ່ງໃຫຍ່, ເຂດສີພັນດອນໃນແມ່ນ້ຳຂອງ, ນ້ຳຕົກຕາດເຍືອງ, ນ້ຳຕົກຕາດເລາະ ແລະ ຫໍໄຕປິດົກ ເຊິ່ງພ້ອມແລ້ວທີ່ຈະເປັນແມ່ເຫຼັກດຶງດູດນັກທ່ອງທ່ຽວຈາກທົ່ວທຸກມຸມໂລກ.

#LaoX #LaosTourism #SouthernLaos #ASEANTourism #TravelLaos #VatPhou #SustainableTourism #RegionalIntegration

Comments are disabled