ກະຊວງພະລັງງານ ແລະ ບໍ່ແຮ່ ພິຈາລະນາ ປັບປຸງໂຄງສ້າງລາຄາຈຳໜ່າຍໄຟຟ້າໃໝ່ 2024-2028  ທ່າມກາງການຜັນຜວນຂອງອັດຕາແລກປ່ຽນ, ເພື່ອຫຼຸດການພາລະ ແລະ ສ້າງຄວາມໝັ້ນຄົງ ໃຫ້ກັບໄຟຟ້າລາວ.

ການປຶກສາຫາລືດັ່ງກ່າວ ມີຂຶ້ນໃນເວທີ ເສວະນາ ກ່ຽວກັບການປັບປຸງໂຄງສ້າງລາຄາຈໍາໜ່າຍໄຟຟ້າ ໄລຍະ 2024-2028 ໂດຍມີ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ເປັນປະທານກອງປະຊຸມ.

ໂດຍ ໜຶ່ງໃນປະເດັນທີ່ຖືກຍົກຂຶ້ນມາປຶກສາຫາລືກັນ ຄືການກຳນົດລາຄາໄຟເປັນສະກຸນເງິນໂດລາ ແລະ ຊຳລະເປັນເງິນກີບ ຕາມອັດຕາແລກປ່ຽນໃນເວລາ ຈ່າຍຕົວຈິງ.

ອີງຕາມບົດລາຍງານຫຍໍ້ ກ່ຽວກັບການປັບປຸງໂຄງສ້າງລາຄາຈຳໜ່າຍໄຟຟ້າໃໝ່ 2024-2028 ຂອງທ່ານ ປອ ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມທັງເປັນ ຫົວໜ້າຄະນະຄົ້ນຄວ້າ ວິໄຈ ການປັບປຸງໂຄງສ້າງລາຄາຈຳໜ່າຍໄຟຟ້າໃໝ່ ເຫັນວ່າ, ປັດຈຸບັນ ສປປ ລາວ ມີການນຳໃຊ້ໂຄງສ້າງລາຄາໄຟ ແບບ 6 ຂັ້ນ (Telescope) ຕັ້ງແຕ່ປີ 2019 ແລະ ປຽບທຽບລາຄາເປັນສະກຸນເງິນໂດລາ ໃນເວລານັ້ນມາເປັນລາຄາໃນປະຈຸບັນ. 

ອັດຕາແລກປ່ຽນກີບ-ໂດລາເວລານັ້ນ ປະມານ 10.000 ກີບ ຕໍ່ 1 ໂດລາ, ປັດຈຸບັນ 22.000 ກີບ/1ໂດລາ ອີງຕາມທະນາຄານແຫ່ງ ສປປ ລາວ.

ຈາກການທີ່ ໄຟຟ້າລາວ ຮັບຊື້ໄຟຟ້າເປັນສະກຸນເງິນໂດລາ ແລະ ຈຳໜ່າຍເປັນເງິນກີບ ເຮັດໃຫ້ ລັດຖະບານ ກໍຄື ໄຟຟ້າລາວ ຕ້ອງແບກຮັບຕົ້ນທຶນທີ່ສູງຂຶ້ນ ຈາກການຜັນຜວນຂອງອັດຕາແລກປ່ຽນ ແລະ ການອ່ອນຄ່າຂອງເງິນກີບໃນປັດຈຸບັນ

ໃນບົດລາຍງານ ຂອງ ທ່ານ ປອ ຈັນສະແຫວງ ບຸນຍົງ  ໄດ້ຍົກຕົວຢ່າງ ສະໜອງໃຫ້ ໄຟໃຫ້ກິດຈະການຂຸດຄົ້ນແຮ່ທາດຊຸມປີ 2010-2015 ແມ່ນໄດ້ນໍາໄຟໄທມາຂາຍ ເຊິ່ງເວລານັ້ນລາຄາໄຟຢູ່ ປະມານ 10 – 12 Us cent/kWh, ເຫັນວ່າການດໍາເນີນທຸລະກິດຂອງເຂົາເຈົ້າກໍ່ສາມາດດໍາເນີນໄປໄດ້ປົກກະຕິ, ກົງກັນຂ້າມມາເຖິງໄລຍະ 2-3 ປີນີ້, ລາຄາໄຟຂອງເຂົາເຈົ້າແມ່ນຕໍ່າລົງໃນໂຕ ຍ້ອນເງິນກີບອ່ອນຄ່າ, ໝາຍວ່າ ລັດໄປ ຊ່ວຍແບກຫາບໃຫ້ພາກທຸລະກິດທີ່ເຮັດການສົ່ງອອກ ແລະ ມີກຳໄລສູງຢູ່ແລ້ວ.

ໂດຍ ໃນການສະເໜີ ການກໍານົດລາຄາຈໍາໜ່າຍ ເປັນສະກຸນເງິນໂດລາ ສະຫະລັດ ນັ້ນຈະເກັບຄ່າກະແສເປັນສະກຸນເງິນໂດລາ ສໍາລັບຜູ້ຜະລິດສົ່ງອອກ ແລະ ເກັບເປັນເງິນກີບສໍາລັບລູກຄ້າທົ່ວໄປ ຕາມອັດຕາແລກປ່ຽນຂອງເວລາຊຳລະ, ອີງຕາມອັດຕາແລກປ່ຽນຂອງ ທະນາຄານແຫ່ງ ສປປ ລາວ

ກອງປະຊຸມດັ່ງກ່າວ ຍັງໄດ້ພິຈາລະເຖິງ ໂຄງສ້າງລາຄາໄຟຟ້າໃນ 2​ ທາງເລືອກ ຄື: ທາງເລືອກທີ 1 ເປັນລາຄາທີ່ມີຂັ້ນດຽວ ແລະ ໃຊ້ເປັນລາຄາດຽວ (Non-Telescope) ເອກະພາບສໍາລັບທຸກຄົວເຮືອນເລີ່ມຕົ້ນທີ 3,79 Us cent/kWh ສຳລັບຜູ້ທີ່ຊົມໃຊ້ໄຟຟ້າ 0-150 kWh/ເດືອນແລະ ເລີ່ມຕົ້ນທີ 7.59 Us cent/kWh ສຳລັບ ຜູ້ທີ່ໃຊ້ໄຟເກີນ 150 kWh/ເດືອນ; 

ທາງເລືອກ ທີ 2 ແມ່ນແບບລາຄາ 6 ຂັ້ນ (Telescope) ເຊິ່ງລາຄາເລີ່ມຕົ້ນ ຈະມີຄວາມແຕກຕ່າງກັນຕາມປະລິມານການໃຊ້ງານ. ໂດຍມີລາຄາເລີ່ມຕົ້ນ ຕໍ່ການຊົມໃຊ້ໄຟຟ້າດັ່ງນີ້: 0-25 kWh/ເດືອນ ເລີ່ມຕົ້ນທີ່ 3.90 cent/kWh; 26-150 kWh/ເດືອນ ແມ່ນ 4.60 cent/kWh; 151-300 kWh/ເດືອນ ແມ່ນ 8.90 cent/kWh; 301-400 ເລີ່ມຕົ້ນ 9.80 cent/kWh; 401-500 kWh/ເດືອນ ແມ່ນ 10.81 cent/kWh ແລະ ຫຼາຍກວ່າ 500 kWh/ເດືອນ ແມ່ນເລີ່ມຕົ້ນທີ່ 11.19 cent/kWh.

ການຄົ້ນຄວ້າໂຄງສ້າງລາຄາຈໍາໜ່າຍໄຟຟ້າ ໄລຍະປີ 2024-2028 ນີ້ແມ່ນບົນພື້ນຖານຄໍານຶງເຖິງການ ປະຄອງສະພາບການເງິນຂອງ ໄຟຟ້າລາວ ໃຫ້ຢູ່ໃນເກນທີ່ສາມາດຊຳລະ ຄ່າກະແສໃຫ້ຜູ້ຜະລິດພາຍໃນ, ນໍາເຂົ້າ ແລະ ຊຳລະໜີ້ສິນທີ່ມີຄວາມກົດດັນສູງ ເພື່ອຮັກສາຄວາມສະຖຽນລະພາບທາງດ້ານພະລັງງານຂອງປະເທດ.

ຄາດຄະເນຖານະການເງິນ ລັດວິສາຫະກິດໄຟຟ້າລາວ, ຖ້າວ່າ ລາຄາໄຟພາກຈໍາໜ່າຍໄດ້ຮັບການປັບປຸງຕາມ ການສະເໜີ ທາງເລືອກ 1 ຈະເຮັດໃຫ້ ຍັງສືບຕໍ່ຕິດລົບ -330 ລ້ານ ໂດລາ ສຫລ ແລະ ທາງເລືອກ 2 ຍັງສືບຕໍ່ຕິດລົບ ປະມານ – 300 ລ້ານ ໂດລາ ສຫລ (ຈາກເດີມຕິດລົບປະມານ – 640 ລ້ານໂດລາ ສຫລ).

ໂດຍທາງ ຄະນະຄົ້ນຄວ້າ ວິໄຈ ການປັບປຸງໂຄງສ້າງລາຄາຈຳໜ່າຍໄຟຟ້າ ໄດ້ສະເໜີ ໃຫ້ຮອງຮັບເອົາທາງເລືອກທີ 1 ເປັນລາຄາດຽວ, ຈະ ເຮັດໃຫ້ງ່າຍໃນພາກປະຕິບັດ ເຊັ່ນ: ການຈົດໄຟ, ຫຼີກເວັ້ນການຊົມໃຊ້ຫຼາຍກົງເຕີ ເພື່ອຮັບການເກື້ອກູນ. ສໍາລັບລາຄາ ໄຟແມ່ນຍັງສືບຕໍ່ນະໂຍບາຍຫຼຸດຄ່າໄຟ 50% ໃຫ້ຜູ້ຊົມໃຊ້ທີ່ໃຊ້ໄຟບໍ່ເກີນ 150 kWh/ເດືອນ, ເຊິ່ງກຸ່ມຜູ້ຊົມໃຊ້ຈໍາ ນວນນີ້ ຕາມສະຖິຕິປີ 2023 ແມ່ນກວມເອົາ 76% ຂອງຈໍານວນຄົວເຮືອນທັງໝົດ, ໂດຍຈະໄດ້ຈ່າຍຄ່າໄຟໃນ ລາຄາ 3.79 Us cent/kWh ແລະ ຜູ້ທີ່ໃຊ້ໄຟເກີນ 150 kWh/ເດືອນ ແມ່ນຈະໄດ້ໃຊ້ໄຟໃນລາຄາ 7.59 Us cent/kWh ກວມເອົາ 24% ຂອງຄົວເຮືອນທັງໝົດ.

ນອກຈາກນີ້ ທາງຄະນະດັ່ງກ່າວ ຍັງສະເໜີ ສະເໜີ ພິຈາລະນາອະນຸມັດໃຫ້ບວກຄ່າຜ່ານສາຍສົ່ງ 1,2 Us cent/kWh ເຂົ້າໃນໃບບິນທຸກປະເພດລູກຄ້າ, ເຊິ່ງຈະຖືກຄິດໄລ່ແຍກຕ່າງຫາກ ໃນໃບບິນເກັບເງິນຄ່າກະແສໄຟຂອງ ໄຟຟ້າລາວ ແລະ ບໍ່ໄດ້ຄິດໄລ່ ອາກອນມູນຄ່າເພີ່ມ ໃນສ່ວນຄ່າຜ່ານສາຍສົ່ງ ຕາມສັນຍາສຳປະທານ.

ຕາມບົດລາຍງານຂອງ ຄະນະຄົ້ນຄວ້າ ວິໄຈ ການປັບປຸງໂຄງສ້າງລາຄາຈຳໜ່າຍໄຟຟ້າ 2024-2028, ພາຍຫຼັງປັບປຸງລາຄາຈໍາໜ່າຍໄຟຟ້າພາຍໃນປະເທດ ໂດຍການບວກຄ່າຜ່ານສາຍສົ່ງເຂົ້າ 1,2 Us cent/kWh ໃນທຸກໃບບິນ ແລະ ກຳນົດລາຄາໄຟເປັນສະກຸນເງິນໂດລາ ແລະ ຊຳລະເປັນເງິນກີບ ຕາມອັດຕາແລກປ່ຽນໃນເວລາ ຈ່າຍຕົວຈິງຈະເຮັດໃຫ້ ໄຟຟ້າລາວ ມີລາຍຮັບເພີ່ມຂຶ້ນ (ຕິດລົບໜ້ອຍລົງ), ເຊິ່ງສາມາດມີເງິນພຽງພໍຊໍາລະຄ່າໄຟໃຫ້ແຫຼ່ງ ຜະລິດ ແລະ ຊຳລະໜີ້ສິນຈຳນວນໜຶ່ງ.