ກະຊວງແຮງງານ ແລະ ສະຫວັດດິການສັງຄົມ ອອກແຈ້ງການ ໃຫ້ ບໍລິສັດ ທີ່ໄດ້ກຳນົດການເບີກຈ່າຍເງິນເດືອນ ຫຼື ຄ່າແຮງງານ ແລະ ນະໂຍບາຍອື່ນ ໃຫ້ຜູ້ອອກ ແຮງງານຂອງຕົນ ເປັນສະກຸນເງິນຕາຕ່າງປະເທດ ແລ້ວຈ່າຍເປັນເງິນກີບ ແມ່ນໃຫ້ຄິດໄລ່ບໍ່ໃຫ້ຫຼຸດຕາມອັດຕາ ແລກປ່ຽນຂອງທະນາຄານທຸລະກິດໃດໜຶ່ງທີ່ກຳນົດອອກຫຼ້າສຸດໃນວັນໃດໜຶ່ງ ພາຍໃນ 3 ວັນລັດຖະການ ເພື່ອໃຫ້ສອດຄ່ອງກັບອັດຕາແລກປ່ຽນໃນປັດຈຸບັນ ປົກປ້ອງສິດຜູ້ອອກແຮງງານ.

ໂດຍອີງຕາມແຈ້ງການຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 2721/ຮສສ ນະຄອນຫຼວງວຽງຈັນ, ລົງວັນທີ 13/08/24 ກ່ຽວກັບການກໍານົດ ແລະ ການເບີກຈ່າຍເງິນເດືອນ ຫຼື ຄ່າແຮງງານ ແລະ ນະໂຍບາຍອື່ນ ໃຫ້ແກ່ຜູ້ອອກ ແຮງງານ ຢູ່ ສປປ ລາວ ໄດ້ກຳນົດໄວ້ວ່າ:

1. ຫົວໜ່ວຍແຮງງານໃດ ທີ່ໄດ້ກໍານົດການເບີກຈ່າຍເງິນເດືອນ ຫຼື ຄ່າແຮງງານ ແລະ ນະໂຍບາຍອື່ນ ໃຫ້ຜູ້ອອກ ແຮງງານຂອງຕົນ ເປັນສະກຸນເງິນຕາຕ່າງປະເທດ ແລ້ວຈ່າຍເປັນເງິນກີບ ແມ່ນໃຫ້ຄິດໄລ່ບໍ່ໃຫ້ຫຼຸດຕາມອັດຕາ ແລກປ່ຽນຂອງທະນາຄານທຸລະກິດໃດໜຶ່ງທີ່ກຳນົດອອກຫຼ້າສຸດໃນວັນໃດໜຶ່ງ ພາຍໃນ 3 ວັນລັດຖະການ ກ່ອນວັນຄິດໄລ່ເງິນເດືອນເປັນພື້ນຖານໃນການຄິດໄລ່ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງ ທະນາຄານແຫ່ງ ສປປ ລາວ ກຳນົດໃນແຕ່ລະໄລຍະ;

2. ສໍາລັບຫົວໜ່ວຍແຮງງານໃດ ທີ່ປະຕິບັດບໍ່ທັນສອດຄ່ອງ ແມ່ນໃຫ້ປັບປຸງແກ້ໄຂ ສັນຍາແຮງງານ ແລະ ກົດ ລະບຽບພາຍໃນຂອງຕົນໃຫ້ສໍາເລັດ ແລະ ສອດຄ່ອງກັບເນື້ອໃນແຈ້ງການສະບັບນີ້;

3. ຖ້າຫົວໜ່ວຍແຮງງານໃດ ເບີກຈ່າຍເງິນເດືອນ ຫຼື ຄ່າແຮງງານ ແລະ ນະໂຍບາຍອື່ນ ໂດຍກໍານົດອັດຕາແລກ ປ່ຽນຕໍ່າກວ່າອັດຕາແລກປ່ຽນທີ່ທະນາຄານກຳນົດໄວ້ ແມ່ນຈະຖືກກ່າວເຕືອນ ແລະ ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ພ້ອມທັງຕ້ອງຄິດໄລ່ຄືນໃຫ້ແກ່ຜູ້ອອກແຮງງານ ເລີ່ມແຕ່ວັນທີ 1 ຕຸລາ 2024 ເປັນຕົ້ນໄປ;

4. ໃຫ້ຄະນະກໍາມະການແຮງງານແຫ່ງຊາດ, ກອງເລຂາຂອງຄະນະກຳມະການແຮງງານແຫ່ງຊາດ, ຄະນະກຳມະ ການແຮງງານຂັ້ນແຂວງ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມຂັ້ນເມືອງ, ເຈົ້າໜ້າທີ່ກວດກາແຮງງານ ໂຄສະນາ, ເຜີຍແຜ່, ຕິດຕາມ, ກວດກາ, ຊຸກຍູ້ ແລະ ແນະນໍາ ໃຫ້ຫົວໜ່ວຍແຮງງານປັບປຸງແກ້ໄຂ ໃຫ້ ຖືກຕ້ອງຕາມແຈ້ງການສະບັບນີ້ ຢ່າງເຂັ້ມງວດ;

ໂດຍການເຄື່ອນໄຫວ ດັ່ງກ່າວແມ່ນເພື່ອຄວາມເປັນເອກະພາບໃນການກຳນົດ ແລະ ການເບີກຈ່າຍເງິນເດືອນ ຫຼື ຄ່າແຮງງານ ແລະ ນະໂຍບາຍ ອື່ນ ໃຫ້ແກ່ຜູ້ອອກແຮງງານຢູ່ທຸກຫົວໜ່ວຍແຮງງານໃນຂອບເຂດທີ່ປະເທດ, ແນໃສ່ປົກປ້ອງສິດ ແລະ ຜົນ ປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ໃຫ້ໄດ້ຮັບຄວາມເປັນທຳຕາມກົດໝາຍ ແລະ ລະບຽບການ.