ເວັບໄຊ Mercer ເຊິ່ງເປັນບໍລິສັດໃຫ້ຄຳປຶກສາລະດັບໂລກ ໄດ້ອອກມາເປີດເຜີຍຜົນການສຳຫຼວດເມືອງທີ່ມີຄ່າຄອງຊີບແພງທີ່ສຸດໃນໂລກສຳລັບພະນັກງານຕ່າງປະເທດປະຈຳປີ 2024.
ໂດຍພົບວ່າ ສູນກາງທາງການເງິນລະດັບພູມີພາກຢ່າງຮ່ອງກົງ ຍັງຄົງຢືນໃນຕຳແໜ່ງເມືອງທີ່ມີຄ່າຄອງຊີບແພງທີ່ສຸດໃນໂລກອັນດັບ 1, ຮອງລົງມາຄືສິງກະໂປ ແລະ ເມືອງຊູຣິກ ປະເທດສະວິດເຊີແລນ.
ໂດຍ 10 ອັນດັບທຳອິດຂອງເມືອງທີ່ມີຄ່າຄອງຊີບສູງສຳລັບພະນັກງານຊາວຕ່າງຊາດມີ:
- ຮ່ອງກົງ (ຈີນ)
- ສິງກະໂປ
- ຊູຣິກ (ສະວິດເຊີແລນ)
- ເຈນີວາ (ສະວິດເຊີແລນ)
- ບາເຊິລ (ສະວິດເຊີແລນ)
- ເບີນ (ສະວິດເຊີແລນ)
- ນິວຢອກ (ສະຫະລັດອາເມຣິກາ)
- ລອນດອນ (ອັງກິດ)
- ແນສຊໍ (ບາຮາມາສ)
- ລອສ ແອງເຈີລິສ (ສະຫະລັດອາເມຣິກາ)
ທີ່ມາ: https://news.ch7.com/detail/734188
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/