ບໍລິສັດຜະລິດໂລຫະໃຫຍ່ສອງລາຍໃນຣັດເຊຍ ກໍາລັງຫັນມາໃຊ້ Stablecoin USDT ຂອງ Tether ໃນການເຮັດທຸລະກໍາກັບຄູ່ຄ້າຊາວຈີນ. ທ່າມກາງການຂວ້ຳບາດຢ່າງຕໍ່ເນື່ອງ
ອີງຕາມລາຍງານຫຼ້າສຸດຈາກສຳນັກຂ່າວຕ່າງປະເທດເປີດເຜີຍວ່າ ບໍລິສັດຜະລິດໂລຫະໃຫຍ່ສອງລາຍໃນຣັດເຊຍ ກໍາລັງຫັນມາໃຊ້ Stablecoin USDT ຂອງ Tether ໃນການເຮັດທຸລະກໍາກັບຄູ່ຄ້າຊາວຈີນ ເຊິ່ງນີ້ຊີ້ໃຫ້ເຫັນເຖິງການເພິ່ງພາ Stablecoin ທີ່ເພີ່ມຂຶ້ນຂອງທຸລະກິດຣັດເຊຍ. ເພື່ອຫຼີກເວັ້ນຂໍ້ຈໍາກັດທາງດ້ານການເງິນທີ່ເກີດຈາກການຂວ້ຳບາດ
ນັບຕັ້ງແຕ່ເດືອນກຸມພາ 2022, ວິສາຫະກິດຣັດເຊຍໄດ້ປະເຊີນກັບຄວາມຫຍຸ້ງຍາກໃນການຊຳລະເງິນທີ່ສໍາຄັນ, ຍ້ອນການຂວ້ຳບາດຈາກປະເທດຕາເວັນຕົກ. ສົ່ງຜົນໃຫ້ບໍລິສັດເຫຼົ່ານີ້ຊອກຫາທາງເລືອກໃໝ່ສໍາລັບການເຮັດທຸລະກໍາຂ້າມຊາຍແດນ, Stablecoin USDT ຈຶ່ງກາຍເປັນທາງເລືອກທີ່ເປັນໄປໄດ້ທີ່ສຸດ ເພາະມັນສາມາດໃຊ້ງານໄດ້ຈິງ ຊ່ວຍໃຫ້ພວກເຂົາຫຼີກເວັ້ນລະບົບທະນາຄານແບບດັ້ງເດີມທີ່ຢູ່ພາຍໃຕ້ການຂວ້ຳບາດ.
ຈີນໄດ້ກາຍເປັນຕະຫຼາດສົ່ງອອກທີ່ສຳຄັນຂອງຜະລິດຕະພັນຂອງຣັດເຊຍໃນສອງປີຜ່ານມາ. ເຖິງຢ່າງໃດກໍຕາມ, ການເຮັດທຸລະກຳການສົ່ງອອກໄດ້ກາຍເປັນບັນຫາຫຍຸ້ງຍາກ ເນື່ອງຈາກວ່າກະຊວງການເງິນສະຫະລັດ ໄດ້ຂົ່ມຂູ່ຕໍ່ວ່າຈະຂວ້ຳບາດຕໍ່ອົງກອນໃດໆ ທີ່ອຳນວຍຄວາມສະດວກໃຫ້ຜ່ານຜ່າຂໍ້ຈຳກັດທີ່ມີຢູ່ແລ້ວກັບຣັດເຊຍ.
ເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກເຫຼົ່ານີ້ ທັງຣັດເຊຍ ແລະ ຈີນໄດ້ຫັນມາໃຊ້ຫຼຽນ Stablecoin ເຊັ່ນ USDT, ເຊິ່ງນີ້ຈະຊ່ວຍຫຼຸດຜ່ອນຄວາມສ່ຽງຂອງບັນຊີທະນາຄານຕ່າງປະເທດຖືກອາຍັດ. ເຊິ່ງນີ້ແມ່ນບັນຫາທົ່ວໄປທີ່ບໍລິສັດຣັດເຊຍປະເຊີນ, ເຖິງແມ່ນວ່າຈະເປີດບັນຊີຫຼາຍບັນຊີຢູ່ໃນຫຼາຍສະຖານທີ່ກໍຕາມ.
ກ່ອນໜ້ານີ້, ທະນາຄານກາງຣັດເຊຍໄດ້ມີການຕໍ່ຕ້ານສິນຊັບໂດຍຕະຫຼອດມາ. ຢ່າງໃດກໍຕາມ, ສະຖານະການພາຍນອກໄດ້ບັງຄັບໃຫ້ໜ່ວຍງານຄຸ້ມຄອງດູແລຕ້ອງທົບທວນຈຸດຢືນຂອງຕົນ. ລັດຖະບານຣັດເຊຍກຳລັງພິຈາລະນາກົດໝາຍເພື່ອກຳນົດກົດເກນທາງກົດໝາຍ ເພື່ອນຳໃຊ້ເງິນ Stablecoin ໃນການດຳເນີນທຸລະກຳລະຫວ່າງປະເທດ. ສັນຍານນີ້ຊີ້ໃຫ້ເຫັນເຖິງການຮອງຮັບເອົາສະກຸນເງິນດິຈິຕອນຢ່າງເປັນທາງການ ເພື່ອຫຼີກເວັ້ນອຸປະສັກທາງດ້ານການເງິນແບບດັ້ງເດີມ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/