ປັດຈຸບັນ ສປປ ລາວ ມີໂຄງການລົງທຶນຈາກເກົາຫຼີ 288 ໂຄງການ ຄິດເປັນມູນຄ່າ 900 ລ້ານໂດລາ ແລະ ມີອີກ ກວ່າ 643 ບໍລິສັດ ທີ່ຫາກໍລົງທະບຽນເຄື່ອນໄຫວວຽກງານຢູ່ ສປປ ລາວ ໃນປີ 2023.
ຕົວເລກດັ່ງກ່າວ ຖືກລາຍງານໂດຍທ່ານນາງ ໄກຄຳ ຄູນວິສິດ ຜູ້ຊ່ຽວຊານອາວຸໂສການພັດທະນາໂຄງການຈາກ KOTRA ວຽງຈັນ. ໃນງານ korea-Laps Partnership 2024 ທີ່ພັກຂອງເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳລາວ ເມື່ອບໍ່ດົນມານີ້.
ໂດຍ ຊ່ຽວຊານອາວຸໂສການພັດທະນາໂຄງການຈາກ KOTRA ວຽງຈັນ ຍັງລາຍງານໃຫ້ຮູ້ອີກວ່າ: ໃນຈຳນວນນີ້ ຂະແໜງການທີ່ໄດ້ຮັບຄວາມສົນໃຈຈາກ ນັກລົງທຶນເກົາຫຼີ ໄດ້ແກ່ ໂຄງການທີ່ໃຊ້ເຕັກໂນໂລຊີ ເຊັ່ນ Carbon Credits ສໍາລັບການໂອນ ITMO, ໂຄງການພັດທະນາສີຂຽວ, ການເຝິກອົບຮົມນັກສຶກສາລາວ ແລະ ການສ້າງໂອກາດໃນການເຮັດວຽກດ້ານເນື້ອຫາ ດິຈິຕອນ ລວມໄປເຖິງການພັດທະນາຊອຟແວ ແລະ ສິນຄ້າອຸປະໂພກ ບໍລິໂພກຕ່າງໆ.
ນອກນີ້ກໍຍັງມີສິນຄ້າເສີມຄວາມງາມ, ອຸປະກອນການແພດ ແລະ ບໍ່ແຮ່ໂດຍເນັ້ນການຮັກສາ ຕ່ອງໂສ້ການສະໜອງໃຫ້ແກ່ອຸດສາຫະກຳຂອງເຂົາເຈົ້າ ຜ່ານການລົງທຶນໃນແຮ່ທາດຂອງລາວ.
ທ່ານນາງໄກຄຳກ່າວວ່າ, KOTRA ໄດ້ຈັດສັນງົບປະມານ 5 ລ້ານໂດລາສະຫະລັດໃນປີ 2023 ເພື່ອໜຸນຊ່ວຍບັນດາບໍລິສັດຂອງ ສ.ເກົາຫຼີ ໃນຂົງເຂດນີ້, ແລະ 25 ລ້ານໂດລາສະຫະລັດໃນປີ 2024 ເພື່ອຊຸກຍູ້ການລົງທຶນໂຄງການໃນຂໍ້ລິເລີ່ມຫຼຸດຜ່ອນ GHG (ຂໍ້ລິເລີ່ມຫຼຸດຜ່ອນອາຍກ໊າສເຮືອນແກ້ວ)
ນອກນີ້ ໃນນກອງປະຊຸມເຊື່ອມຕໍ່ເຄືອຂ່າຍລາວ-ສ.ເກົາຫຼີ ຄັ້ງດັ່ງກ່າວ, ຜູ້ນຳວິສາຫະກິດຂອງທັງສອງປະເທດໄດ້ສົນທະນາເປີດກວ້າງ, ແລກປ່ຽນປະສົບການຂອງເຂົາເຈົ້າ, ແລະຄົ້ນຄວ້າຄວາມພະຍາຍາມຮ່ວມມືໃນອະນາຄົດ, ແລກປ່ຽນຄວາມຄິດ ແລະ ຍຸດທະສາດຄັ້ງນີ້ ເພື່ອແນໃສ່ຮັດແໜ້ນສາຍພົວພັນທາງທຸລະກິດ ແລະ ສ້າງການພົວພັນຄູ່ຮ່ວມມືໃໝ່ ໃນອະນາຄົດ.
ໂດຍງານຄັ້ງດັ່ງກ່າວ ຈັດຂຶ້ນພາຍໃຕ້ການເປັນປະເທດຂອງ ທ່ານ Mr Jung Young Soo ເອກອັກຄະລັດຖະທູດ ສ. ເກົາຫຼີ ປະຈໍາລາວ, ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ. ພ້ອມມີ ບັນດາຫົວໜ່ວຍທຸລະກິດ ນ້ອຍໃຫຍ່ຈາກທັງ 2 ປະເທດເຂົ້າຮ່ວມ.
https://www.vientianetimes.org.la/sub-new/Business/Business_93_LaosKorea_y24.php
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/