ໃນວັນທີ 26 ເມສາ, Micron Technology, ຜູ້ຜະລິດຊິບສັນຊາດອາເມຣິກາ ປະກາດໄດ້ຮັບເງິນອຸດໜູນຈຳນວນຫຼວງຫຼາຍເປັນຈຳນວນ 6,14 ຕື້ໂດລາສະຫະລັດ ຈາກລັດຖະບານສະຫະລັດ. ເພື່ອສະໜັບສະໜູນໃນການກໍ່ສ້າງໂຮງງານຜະລິດຊິບໃໝ່ສອງແຫ່ງໃນເມືອງ Clay, New York ແລະ ອີກແຫ່ງໜຶ່ງໃນເມືອງ Boise, ລັດ Idaho ຄາດວ່າຈະສ້າງສຳເລັດໃນປີ 2025.
ການລົງທຶນໃນຄັ້ງນີ້ຖືເປັນສ່ວນໜຶ່ງຂອງກົນລະຍຸດຂອງ Micron ເພື່ອຂະຫຍາຍການຜະລິດຊິບພາຍໃນສະຫະລັດ. ຄາດວ່າໂຄງການນີ້ຈະມີມູນຄ່າລວມຫຼາຍກວ່າ 50 ຕື້ໂດລາສະຫະລັດ ແລະ ສ້າງວຽກເຮັດງານທຳໃໝ່ຫຼາຍກວ່າ 70.000 ຕໍາແໜ່ງ.
ສຳລັບເງິນອຸດໜູນດັ່ງກ່າວແມ່ນມາຈາກກົດໝາຍວ່າດ້ວຍ CHIPS Act , ເຊິ່ງມີຈຸດປະສົງເພື່ອລະດົມທຶນ 52 ຕື້ໂດລາເພື່ອສະໜັບສະໜູນການຜະລິດຊິບ ແລະ ການຄົ້ນຄວ້າໃນສະຫະລັດ. ເຊິ່ງບໍລິສັດ Micron ກໍແມ່ນຜູ້ຜະລິດຊິບສັນຊາດອາເມຣິກາຫຼ້າສຸດທີ່ໄດ້ຮັບທຶນຈາກກົດໝາຍນີ້. ໂດຍໂຮງງານໃໝ່ຂອງ ບໍລິສັດ Micron ຈະຜະລິດຊິບໜ່ວຍຄວາມຈໍາ DRAM ແລະ NAND Flash, ເຊິ່ງມີຄວາມສໍາຄັນຕໍ່ອຸປະກອນເອເລັກໂຕຣນິກທີ່ຫຼາກຫຼາຍປະເພດ.
ການລົງທຶນຂອງ Micron ຈະຊ່ວຍໃຫ້ບໍລິສັດສາມາດແຂ່ງຂັນກັບຜູ້ຜະລິດຊິບກັບຕ່າງປະເທດໄດ້ເຊັ່ນ ຈີນ ແລະ ເກົາຫຼີໃຕ້. ແລະຄາດການວ່າສົ່ງຜົນໃນທາງບວກຕໍ່ກັບເສດຖະກິດສະຫະລັດໄດ້ໂດຍການ ເພີ່ມການຜະລິດຊິບພາຍໃນປະເທດ, ຫຼຸດຜ່ອນການເພິ່ງພາອາໄສຊິບຈາກຕ່າງປະເທດ, ເພີ່ມທະວີຄວາມໝັ້ນຄົງດ້ານເສດຖະກິດຂອງຊາດ, ສ້າງວຽກເຮັດງານທໍາໃໝ່ຈໍານວນຫຼາຍ ແລະ ສົ່ງເສີມລະບົບຕ່ອງໂສ້ການໃນສະໜອງຊິບໃນສະຫະລັດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/