ທ່ານ Krishnamurthy Subramanian ຜູ້ອໍານວຍການບໍລິຫານ ກອງທຶນລະຫວ່າງປະເທດ IMF ແລະ ອະດີດຫົວໜ້າທີ່ປຶກສາທາງເສດຖະກິດຂອງລັດຖະບານອິນເດຍ ກ່າວວ່າ ອິນເດຍຈະເປັນປະເທດທີ່ເຕີບໃຫຍ່ໄວທີ່ສຸດໃນໂລກໄດ້ບໍ່ຍາກ ເນື່ອງຈາກຜະລິດຕະພັນລວມໃນປະເທດ ຫຼື GDP ໃນໄຕມາດທີ 3ຂອງປີ 2023 ຂະຫຍາຍຕົວຫຼາຍກວ່າທີ່ວິເຄາະກັນໄວ້.
ຂໍ້ມູນທີ່ນໍາອອກເຜີຍແຜ່ເມື່ອອາທິດທີ່ຜ່ານມາ ລະບຸວ່າເສດຖະກິດຂອງອິນເດຍ ມີການຂະຫຍາຍຕົວໃນອັດຕາທີ່ໄວທີ່ສຸດໃນຮອບ 6 ເດືອນ. ໂດຍໄດ້ຖືກກະຕຸ້ນ ຈາກການຊົມໃຊ້ສ່ວນຕົວທີ່ເຂັ້ມແຂງ ພ້ອມທັງມີທ່າອ່ຽງໃນທາງບວກ ໃນກິດຈະກໍາການຜະລິດ ແລະ ການກໍ່ສ້າງ.
ນອກຈາກນີ້ IMF ຍັງຄາດວ່າ ໝົດປີ 2023 ອິນເດຍຈະມີການຂະຫຍາຍຕົວໃນລະດັບ 8%. ໂດຍທ່ານ Subramanian ກ່າວວ່າ: “ຖ້າທ່ານເບິ່ງຕົວເລກ GDP, ຈະເຫັນວ່າ ອິນເດຍມີທ່າອຽງ ຈະຂະຫຍາຍຕົວເພີ່ມຂຶ້ນອີກປະມານ 8% ໃນປີນີ້.
ນອກຈາກນີ້ ລັດຖະບານອິນເດຍ ຍັງໄດ້ປັບລະດັບການຄາດຄະເນການເຕີບໂຕຂອງ GDP ໃນງົບປະມານ ປີ 2013-2024 ມາ ເປັນ 7.6% ຈາກການຄາດຄະເນທີ່ຜ່ານມາເຖິງ 7.3%.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/