ຕຳຫຼວດໄທ ບຸກເຂົ້າຊ່ວຍສາວລາວ! ຖືກກັກຂັງ ແລະ ລວນລາມຢູ່ໃນເຮືອນເຈົ້ານາຍ ທີ່ປະເທດໄທ


ເມື່ອວັນທີ 3 ມີນາ 2024 ທີ່ຜ່ານມາ ທ້າວ ຊາຍ ອາຍຸ 25 ປີ ແຂວງຈຳປາສັກ ໄດ້ເຂົ້າໄປແຈ້ງຄວາມທີ່ ສະຖານີຕຳຫຼວດ ເມືອງອຸດອນທານີ ໂດຍໄປຂໍຄວາມຊ່ວຍເຫຼືອໃຫ້ໄປຊ່ວຍນ້ອງສາວ ຊື່ວ່າ ແພວາ ອາຍຸ 18 ປີ ທີ່ໄດ້ຖືກກັກຂັງໄວ້ພາຍໃນເຮືອນຫຼັງໜຶ່ງ ໃນແຂວງ ອຸດອນທານີ.

ທາງຕຳຫຼວດຂອງປະເທດໄທ ຈຶ່ງໄດ້ເຂົ້າໄປເຮືອນຫຼັງດັ່ງກ່າວ ພົບວ່າເປັນເຮືອນຫຼູມີກຳແພງສູງຮອດ 2 ແມັດ ອ້ອມຮອບ ໂດຍມາຮູ້ວ່າເຈົ້າຂອງເຮືອນຫຼັງດັ່ງກ່າວເປັນໝໍສາທາລະນະສຸກໃນແຂວງໜຶ່ງແຖວພາກພື້ນອີສານ ແລະ ມີ ຄີນິກເປັນຂອງຕົນເອງ ໂດຍທາງຕຳຫຼວດໄດ້ກົດກິ່ງເພື່ອໃຫ້ເຈົ້າຂອງບ້ານອອກມາ ແຕ່ບໍ່ມີໃຜອອກມາ.

ພຽງບໍ່ດົນທາງນາງ ແພວາ ໄດ້ແລ່ນມາຂໍຄວາມຊ່ວຍເຫຼືອບອກວ່າຖືກກັກຂັງ ແລະ ເຈົ້າຂອງເຮືອນກໍຢູ່ໃນຕອນນີ້ ໂດຍເຈົ້າຕົວບອກວ່າ ຕົນເອງມາເຮັດວຽກເປັນແມ່ບ້ານ ແລະ ເບິ່ງແຍງຜູ້ສູງອາຍຸເຊິ່ງເປັນແມ່ເຈົ້າຂອງເຮືອນ ເຮັດວຽກມາໄດ້ປະມານ 5-6 ເດືອນ ແຕ່ຖືກເຈົ້າຂອງເຮືອນກັກຂັງບໍ່ໃຫ້ອອກໃຫ້ໄປໃສ ພ້ອມຂູ່ວ່າຈະທຳຮ້າຍຮ່າງກາຍ.

ແລະຫຼ້າສຸດນາງ ແພວາ ໄດ້ອອກມາຈາກເຮືອນເປັນທີ່ຮຽບຮ້ອຍ ພ້ອມໄດ້ໄປໃຫ້ປາກຄຳທີ່ສະຖານີຕຳຫຼວດ ເມືອງອຸດອນທານີ ເພື່ອສອບສວນເພີ່ມອີກຄັ້ງ ໂດຍໃນຕອນນີ້ຍັງບໍ່ມີຄວາມຄືບໜ້າໃດໆຈາກການລາຍງານຂອງຕຳຫຼວດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/