ນັກວິໄຈດ້ານເພສັດ ມະຫາວິທະຍາໄລຊຽງໃໝ່ ໄດ້ຄົ້ນພົບສານຊະນິດໃໝ່ຂອງໂລກຈາກເຂົ້າພື້ນເມືອງ ທີ່ຊ່ວຍປ້ອງກັນຜົມຫຼົ່ນ ແລະ ກະຕຸ້ນໃຫ້ຜົມປົ່ງໃໝ່ໄດ້ຮອດ 80% ເຊິ່ງການວິໄຈນີ້ໄດ້ຖືກຕີພິມໃນວາລະສານຊັ້ນນຳຂອງໂລກ ແຕ່ໄດ້ຄຸນະພາບແບບລາຄາປະຢັດ.
ຮອງສາສະດາຈານ ດຣ. ເພສັດຊະກອນ ວະລິນທອນ ຣັກສິຣິວານິດ ເຈົ້າຂອງຜົນງານວິໄຈ ໄດ້ອອກມາເປີດເຜີຍວ່າ ບັນຫາຜົມຫຼົ່ນເປັນບັນຫາທີ່ຫຼາຍຄົນຕ້ອງພົບ ເຊິ່ງມີສາເຫດມາຈາກຫຼາຍບ່ອນ ແຕ່ສາເຫດຫຼັກທີ່ພົບເຫັນໄດ້ຫຼາຍແມ່ນມາຈາກກຳມະພັນໃນເພດຊາຍ ໂດຍປັດຈຸບັນມີຜະລິດຕະພັນທີ່ມາຊ່ວຍຫຼາຍຢ່າງ ແຕ່ມີລາຄາສູງ ຈຶ່ງນຳໄປສູ່ການວິໄຈໃນເທື່ອນີ້.
ໂດຍການວີໄຈໃນຄັ້ງນີ້ໄດ້ສ້າງສານຊະນິດໃໝ່ຂອງໂລກອອກມາທີ່ມີຊື່ວ່າ Hair Rise complex ເປັນການນຳສານສະກັດຊະນິດຕ່າງໆມາປະສົມໃຫ້ກາຍເປັນສູດສະເພາະ ພ້ອມມີການທົດລອງກັບອາສາສະໝັກ 20 ຄົນ ອາຍຸ 25-70 ປີ ຈົນສາມາດຢືນຢັນໄດ້ວ່າຊ່ວຍປ້ອງກັນຜົມຫຼົ່ນ ແລະ ກະຕຸ້ນໃຫ້ຜົມປົ່ງໃໝ່ໄດ້ຮອດ 80% ໃນເວລາພຽງ 3 ເດືອນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/