ຫຼາຍຄົນອາດເຄີຍໄດ້ຍິນຄົນອ້ອມຂ້າງຈົ່ມ ຫຼື ອາດແມ່ນຕົນເອງທີ່ເຄີຍຈົ່ມວ່າ “ເຮັດວຽກມາແຕ່ດົນ ບໍ່ເຫັນຫົວໜ້າຈະເລື່ອນຂັ້ນໃຫ້ຈັກເທື່ອ”. ບາງຄົນຮຽນຈົບມາສູງ, ເຮັດວຽກດົນເກືອບ 10 ປີ ແຕ່ກໍບໍ່ທັນໄດ້ຮັບການເລື່ອນຂັ້ນເລື່ອນຕຳແໜ່ງ ຈຶ່ງເກີດຄວາມນ້ອຍເນື້ອຕ່ຳໃຈໃນໂຊກຊະຕາວ່າເປັນຍ້ອນຫຍັງຈຶ່ງບໍ່ໄດ້ຮັບການສະໜັບສະໜູນໃຫ້ເລື່ອນຂຶ້ນເປັນຫົວໜ້າ, ບາງຄົນເຊື່ອວ່າເປັນຍ້ອນບໍ່ມີເສັ້ນບໍ່ມີສາຍ ຈຶ່ງບໍ່ໄດ້ເປັນເຈົ້າເປັນນາຍຈັກເທື່ອ. ແຕ່ໃນຄວາມຈິງແລ້ວ, ຖ້າຫາກເຮົາມີຄວາມສາມາດພຽງພໍ ຕໍ່ໃຫ້ບໍ່ມີເສັ້ນສາຍເລີຍ ກໍສາມາດກ້າວໜ້າໃນອາຊີບການງານໄດ້ເຊັ່ນດຽວກັນ ດັ່ງເຊັ່ນຕົວຢ່າງຂອງຜູ້ທີ່ປະສົບຄວາມສຳເລັດ ຫຼື ບຸກຄົນສຳຄັນໃນລະດັບໂລກຫຼາຍຄົນ ພວກເຂົາກໍບໍ່ໄດ້ມີເສັ້ນສາຍ ແຕ່ກໍສາມາດພາຕົນເອງກ້າວຂຶ້ນມາເປັນຜູ້ນໍາໄດ້. ຄວາມຈິງແລ້ວ ການເປັນຜູ້ນໍາ ບໍ່ແມ່ນຈະເລືອກໃຜເປັນກໍໄດ້ ມັນມີອົງປະກອບອື່ນຫຼາຍຢ່າງທີ່ເຮົາອາດຕ້ອງພິຈາລະນາຮ່ວມກັນກັບຄວາມສາມາດໃນການເຮັດວຽກທີ່ເຮົາມີຢູ່. ສະນັ້ນ, ຈະມີປັດໄຈໃດແດ່ທີ່ບົ່ງບອກວ່າເຮົາຍັງບໍ່ພ້ອມທີ່ຈະກ້າວຂຶ້ນເປັນຜູ້ນໍາ ມື້ນີ້ເຮົາມາເບິ່ງນຳກັນ.
- ເປັນຄົນທີ່ຄວບຄຸມອາລົມຕົນເອງບໍ່ໄດ້
ຖ້າຫາກຜ່ານມາ ເຮົາຍັງເປັນຄົນທີ່ໃຈຮ້ອນ, ມັກໃຈຮ້າຍ, ຫງຸດຫງິດງ່າຍກັບທຸກເລື່ອງ ບໍ່ວ່າຈະເປັນເລື່ອງໃຫຍ່ ຫຼື ເລື່ອງນ້ອຍກໍຫງຸດຫງິດໄປໝົດ. ສິ່ງນີ້ສະແດງໃຫ້ເຫັນເຖິງພາວະຄວາມເປັນຜູ້ນໍາຍັງບໍ່ທັນມີພຽງພໍ ເພາະແມ່ນແຕ່ຕົນເອງກໍຍັງບໍ່ສາມາດຄວບຄຸມອາລົມຕົນເອງໄດ້ແລ້ວ ຈະສາມາດຄວບຄຸມຄົນອື່ນໄດ້ຢ່າງໃດ. ດັ່ງນັ້ນ, ຄົນທີ່ຄວບຄຸມອາລົມຕົນເອງບໍ່ໄດ້ ຈຶ່ງຍັງບໍ່ເໝາະທີ່ຈະກ້າວຂຶ້ນມາເປັນຜູ້ນໍາ.
- ມັກນິນທາຄົນອື່ນ, ເວົ້າໃນສິ່ງທີ່ບໍ່ສ້າງສັນ, ບໍ່ເປັນປະໂຫຍດ
ຄົນທີ່ເປັນຜູ້ນໍາ ຈະບໍ່ມັກນິນທາຄົນອື່ນ, ເພາະພວກເຂົາບໍ່ມີເວລາພຽງພໍໃຫ້ກັບສິ່ງທີ່ບໍ່ເປັນປະໂຫຍດ. ເວລາສ່ວນໃຫຍ່ຂອງຜູ້ທີ່ຈະກ້າວຂຶ້ນມາເປັນຜູ້ນໍາ ຈະຖືກໃຊ້ໄປກັບການແກ້ໄຂບັນຫາວຽກງານ, ສ້າງຄວາມກ້າວໜ້າໃຫ້ອົງກອນ, ຄິດຫາໄອເດຍໃໝ່ໆເພື່ອໝູນໃຊ້ເຂົ້າໃນວຽກງານ ພວກເຂົາຈຶ່ງບໍ່ມີເວລາທີ່ຈະຈັບກຸ່ມນິນທາຄົນອື່ນ ຫຼື ແມ່ນແຕ່ເວົ້າເລື່ອງທີ່ບໍ່ເປັນປະໂຫຍດ. ນອກນັ້ນ, ການມັກນິນທາຄົນອື່ນ ຍັງເປັນການສ້າງນິດໄສທີ່ບໍ່ດີໃຫ້ຕົນເອງອີກດ້ວຍ.
- ທິດສະດີຫຼາຍ ແຕ່ປະຕິບັດບໍ່ໄດ້
ຜູ້ນໍາ ມັກຈະເປັນຜູ້ທີ່ລົງມືເຮັດ ຫຼາຍກວ່າເວົ້າ. ເພາະການທີ່ມີແຕ່ເວົ້າ ແຕ່ບໍ່ລົງມືເຮັດ ຍ່ອມບໍ່ກໍ່ໃຫ້ເກີດການປ່ຽນແປງແຕ່ຢ່າງໃດເລີຍ. ດັ່ງນັ້ນ, ຖ້າຢາກເຝິກຕົນເອງໃຫ້ມີຄວາມພ້ອມທີ່ຈະກ້າວຂຶ້ນເປັນຜູ້ນໍາ ຕ້ອງເຝິກເປັນຜູ້ທີ່ລົງມືເຮັດ, ລົງມືແກ້ໄຂໃຫ້ຫຼາຍກວ່າອ້າງທິດສະດີ ແຕ່ບໍ່ປະຕິບັດ ລວມທັງການທີ່ມັກສັ່ງວຽກໃຫ້ຄົນອື່ນເຮັດແທນຕະຫຼອດ ແຕ່ບໍ່ຍອມລົງມືເຮັດດ້ວຍຕົນເອງ.
- ປະຕິບັດສອງມາດຕະຖານ
ຂໍ້ນີ້ ບາງຄັ້ງຜູ້ທີ່ມີຕຳແໜ່ງແລ້ວ ກໍຍັງມັກເປັນເຊັ່ນກັນ. ການທີ່ເຮົາເລືອກປະຕິບັດສອງມາດຕະຖານ, ແບ່ງກຸ່ມແບ່ງກ້ອນ, ແຍກພັກແຍກພວກ ບໍ່ແມ່ນຄຸນສົມບັດຂອງຜູ້ນຳທີ່ດີ. ຜູ້ນໍາທີ່ດີຕ້ອງເຫັນຄຸນຄ່າ, ເຫັນຄວາມສາມາດໃນຕົວຂອງແຕ່ລະຄົນ, ໝູນໃຊ້, ສົ່ງເສີມ ແລະ ໃຫ້ໂອກາດທຸກຄົນເທົ່າທຽມກັນ, ບໍ່ຖິ້ມຜູ້ໃດຜູ້ໜຶ່ງໄວ້ຢູ່ເບື້ອງຫຼັງຢ່າງໂດດດ່ຽວ.
- ລັງເລ, ບໍ່ມີຄວາມໜັກແໜ້ນ, ບໍ່ກ້າຕັດສິນໃຈ
ໜຶ່ງໃນຄຸນສົມບັດພື້ນຖານຂອງຄົນທີ່ຈະເປັນຜູ້ນໍາ ຈະຕ້ອງເປັນຄົນທີ່ມີຄວາມກ້າຫານ, ກ້າຮັບຜິດຊອບ, ກ້າຕັດສິນໃຈ ແລະ ເມື່ອຜົນຂອງການຕັດສິນໃຈ ບໍ່ອອກມາຕາມທີ່ຄາດຫວັງ ກໍບໍ່ກ່າວໂທດ ຫຼື ໂຍນຄວາມຜິດໃຫ້ຄົນອື່ນ ແຕ່ຍິນດີປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນ.
- ບຸກຄະລິກກະພາບ, ການວາງຕົວ ບໍ່ໜ້າເຊື່ອຖື
ການເປັນຜູ້ນໍາ ນອກຈາກຈະພ້ອມທາງດ້ານຄຸນສົມບັດແລ້ວ ຍັງຕ້ອງພ້ອມທາງດ້ານບຸກຄະລິກກະພາບທີ່ໜ້າເຊື່ອຖືອີກດ້ວຍ ເຊັ່ນ: ບຸກຄະລິກທາງດ້ານຮ່າງກາຍ (ກິ່ນ, ຄວາມສະອາດ, ການແຕ່ງກາຍທີ່ເໝາະສົມກັບກາລະເທສະ ເປັນຕົ້ນ), ບຸກຄະລິກທາງດ້ານອາລົມ ແລະ ຈິດຕະວິທະຍາ (ມີຄວາມໝັ້ນຄົງທາງດ້ານອາລົມ, ບໍ່ຫງຸດຫງິດງ່າຍ, ບໍ່ເປັນຄົນມັກຈົ່ມວ່າ, ມີຄວາມກ້າຫານໃນການປະເຊີນກັບທຸກອຸປະສັກ ເປັນຕົ້ນ); ບຸກຄະລິກທາງດ້ານການເຂົ້າສັງຄົມ (ການວາງຕົວໃຫ້ເໝາະສົມກັບກາລະເທສະ ແລະ ຫຼັກການມາລະຍາດທາງສາກົນ); ບຸກຄະລິກທາງດ້ານສະຕິປັນຍາ (ມີຄວາມຄິດສ້າງສັນ, ມີຄວາມສາມາດຈູງໃຈຄົນອື່ນໃຫ້ເຮັດຕາມໄດ້, ມີຄວາມສາມາດໃນການແກ້ໄຂປັນຫາ).
- ຫູເບົາ, ເຊື່ອໂດຍຂາດການໄຕ່ຕອງ
ຜູ້ນຳທີ່ດີ ຈະບໍ່ເຊື່ອໂດຍຂາດຂໍ້ມູນປະກອບການພິຈາລະນາ, ເມື່ອມີຄົນອື່ນມາບອກໃນສິ່ງໃດໜຶ່ງ ກ່ອນທີ່ຈະເຊື່ອ ຜູ້ນໍາທີ່ດີຈະຫາຂໍ້ມູນຖີ່ຖ້ວນ ກ່ອນທີ່ຈະເຊື່ອ ແລະ ຕັດສິນໃຈ.
- ເປັນແຕ່ຝ່າຍເອົາ ບໍ່ເຄີຍເປັນຝ່າຍໃຫ້ ບໍ່ເຄີຍເສຍສະລະເພື່ອຜູ້ອື່ນ
ຜູ້ນໍາທີ່ດີ ຄືຜູ້ທີ່ເສຍສະຫຼະເພື່ອຜູ້ອື່ນໄດ້, ບາງວຽກງານທີ່ໜັກ ແລະ ລູກນ້ອງບໍ່ສາມາດແກ້ໄຂໄດ້ ຜູ້ນຳທີ່ດີຈະຍິນດີສະຫຼະເວລາຂອງຕົນເຂົ້າໄປຊ່ວຍໃຫ້ຄຳແນະນຳ, ຫາທາງອອກ ຫຼື ລວມທັງແກ້ໄຂບັນຫານັ້ນຊ່ວຍລູກນ້ອງ ແລະ ຈະບໍ່ໂຍນຄວາມຮັບຜິດຊອບໄປໃຫ້ລູກນ້ອງແບກຫາບແຕ່ພຽງຜູ້ດຽວ.
- ຫຼົບໜີທຸກບັນຫາ ເຫັນໜ້າແຕ່ຍາມສະບາຍ
ຜູ້ນໍາທີ່ດີ ຈະບໍ່ໜີບັນຫາ ແຕ່ພ້ອມທີ່ຈະລົງມືຊ່ວຍແກ້ໄຂສະຖານະການຫຍຸ້ງຍາກທີ່ຄົນໃນທີມປະເຊີນຢູ່ ແລະ ບໍ່ປະປ່ອຍໃຫ້ເຂົາຕ້ອງປະເຊີນໜ້າແກ້ໄຂມັນຕາມລຳພັງ. ຖ້າຫາກເຮົາລອງພິຈາລະນາເບິ່ງແລ້ວ ຍັງພົບວ່າຕົນເອງມັກໜີບັນຫາຢູ່ ເຮົາຄົງຕ້ອງເຝິກຕົນເອງຕື່ມ ເພື່ອໃຫ້ມີຄວາມສາມາດກ້າວຂຶ້ນມາເປັນຜູ້ນໍາຢ່າງເຕັມຕົວ.
- ຂາດທັກສະໃນການຄິດແກ້ໄຂບັນຫາທີ່ຊັບຊ້ອນ
ໃນແຕ່ລະມື້ ຜູ້ທີ່ເປັນຜູ້ນໍາ ຈະບໍ່ໄດ້ຄິດແຕ່ວຽກງານໃດໜຶ່ງຢ່າງດຽວ ແຕ່ຍັງລວມໄປເຖິງການແກ້ໄຂປັນຫາຮ້ອຍແປດພັນປະການທີ່ຕ້ອງແກ້ໄຂໃນແຕ່ລະມື້. ດັ່ງນັ້ນ, ທັກສະການແກ້ໄຂບັນຫາທີ່ຊັບຊ້ອນ ຫຼື ການແກ້ໄຂບັນຫາທີ່ມີຄວາມຫຍຸ້ງຍາກສັບສົນຫຼາຍຂັ້ນຕອນ ຈຶ່ງເປັນອີກທັກສະໜຶ່ງທີ່ຜູ້ນຳຄວນເຝິກຝົນ.
- ທັກສະໂນ້ມນ້າວຈິດໃຈ, ສ້າງແຮງບັນດານໃຈໃຫ້ຄົນອື່ນ
ການເປັນຜູ້ນໍາ ນອກຈາກຈະຮູ້ແກ້ໄຂບັນຫາແລ້ວ ຍັງລວມໄປເຖິງການສ້າງແຮງຈູງໃຈໃຫ້ຄົນໃນທີມ ເກີດຄວາມຮູ້ສຶກເຂັ້ມແຂງ, ພ້ອມທີ່ຈະປະເຊີນກັນປັນຫາ, ສ້າງກຳລັງໃຈໃຫ້ລູກນ້ອງ, ເຮັດໃຫ້ເຂົາເຈົ້າມີຄວາມກະຕືລືລົ້ນທີ່ຢາກຈະພັດທະນາຕົນເອງອີກດ້ວຍ.
ນອກຈາກທີ່ກ່າວໄປແລ້ວນັ້ນ, ການເປັນຜູ້ນໍາໃນຍຸກປັດຈຸບັນ ຍັງຕ້ອງເປັນຜູ້ທີ່ປະຕິບັດຕົນບໍ່ເປັນນ້ຳເຕັມແກ້ວ, ບໍ່ຢຸດຮຽນຮູ້, ເຝິກຝົນພັດທະນາຕົນເອງຕະຫຼອດເວລາ. ສະນັ້ນ, ເມື່ອອ່ານບົດຄວາມນີ້ຈົບ ແລະ ໄດ້ລອງພິຈາລະນາຕົນເອງໂດຍຖີ່ຖ້ວນ ເຮົາອາດຈະໄດ້ຄົ້ນພົບວ່າ ຄວາມຈິງແລ້ວເຮົາຍັງຂາດທັກສະຫຍັງແດ່ ແລະ ເຮົາຄວນປັບປຸງຕົນເອງແນວໃດ ເພື່ອໃຫ້ເຮົາພ້ອມທີ່ຈະກ້າວຂຶ້ນມາເປັນຜູ້ນໍາທີ່ດີຢ່າງເຕັມຕົວໃນອະນາຄົດ. ເຊື່ອວ່າ ເມື່ອເຮົາພັດທະນາຕົນເອງຈົນຮອດເວລາທີ່ເໝາະສົມແລ້ວ ຕໍ່ໃຫ້ບໍ່ຢາກເປັນ ກໍຖືກເລືອກໃຫ້ໄດ້ເປັນຢູ່ດີ.
ແຫຼ່ງຂໍ້ມູນອ້າງອີງ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/