ລັດຖະບານ ກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ເລັ່ງແກ້ໄຂ-ປັບປຸງ ຂັ້ນຂອດ ການນຳເຂົ້າ-ສົ່ງອອກສິນຄ້າ ຢູ່ທ່າບົກ ໂດຍສະເພາະແມ່ນ ບັນຫາທີ່ຕິດພັນກັບໂຄງສ້າງລາຄາຄ່າບໍລິການທ່າບົກ ເພື່ອອຳນວຍຄວາມສະດວກໃຫ້ພາກທຸລະກິດ.
ເມື່ອບໍ່ດົນມານີ້ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມ ປຶກສາຫາລືແກ້ໄຂບັນຫາຂອງທ່າບົກ ແລະ ບັນຫາຂອງພາກທຸລະກິດ”. ໂດຍການເປັນປະທານຂອງ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ເປັນຫົວໜ້າ ກຄອຄຂ.ສ ພ້ອມດ້ວຍແຂກທີ່ຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ ແລະ ຜູ້ພັດທະນາທ່າບົກທີ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງແບບເຊິ່ງໜ້າ ແລະ ທາງໄກ.
ທ່າບົກ ຖືໄດ້ວ່າເປັນຈຸດເຕົ້າໂຮມ ແລະ ແຈກຢາຍສິນຄ້າ, ເປັນສູນກາງບໍລິການໂລຈິສຕິກທີ່ເປັນລະບົບ ເຊັ່ນ: ຈຸດເຕົ້າໂຮມສິນຄ້າ, ການຄ່ຽນຖ່າຍສິນຄ້າ, ລານຕູ້, ສາງສິນຄ້າ ແລະ ອື່ນໆ ພ້ອມທັງປະກອບສ່ວນໃນການເກັບລາຍຮັບເຂົ້າງົບປະມານທີ່ສາມາດກວດສອບໄດ້.
ເຖິງຢ່າງໃດກໍຕາມ, ຄຽງຄູ່ກັບດ້ານດີ ກໍປາສະຈາກບໍ່ໄດ້ບັນດາຂໍ້ຄົງຄ້າງ ໂດຍສະເພາະຂອດການບໍລິການ ມີຂັ້ນຕອນຫຍຸ້ງຍາກສົມຄວນ ແລະ ການເກັບຄ່າທໍານຽມ ຍັງມີຄວາມຊໍ້າຊ້ອນ ແລະ ຍັງບໍ່ເປັນເອກະພາບກັບລະບຽບການທີ່ວາງອອກຂອງລັດຖະບານ.
ກະຊວງ ອຄ ຈຶ່ງໄດ້ສົມທົບກັບກະຊວງໂຍທາທິການ ແລະ ຂົນສົ່ງ (ກະຊວງ ຍທຂ) ລົງເກັບກໍາຂໍ້ມູນຕົວຈີງ ແລະ ເຮັດບົດສຶກສາຄົ້ນຄວ້າ ກ່ຽວກັບຂັ້ນຂອດ ການນໍາເຂົ້າ-ສົ່ງອອກ ຢູ່ 3 ທ່າບົກທີ່ມີການຂົນສົ່ງ.
ໃນທີ່ປະຊຸມ ສາມາດສັງລວມແນວທາງແກ້ໄຂ ແລະ ແບ່ງໄລຍະການແກ້ໄຂອອກເປັນສາມໄລຍະກໍຄື: ໄລຍະສັ້ນ (ປັດຈຸບັນ ຫາ ເດືອນທັນວາ 2023) ແມ່ນຈະແນໃສ່ແກ້ໄຂບັນຫາທີ່ຕິດພັນກັບໂຄງສ້າງລາຄາຄ່າບໍລິການທ່າບົກ ແລະ ການທົບທວນຄືນການນໍາໃຊ້ລະບົບຄຸ້ມຄອງການຂົນສົ່ງຜ່ານແດນ ແລະ ບັນຫາທີ່ຕິດພັນອື່ນໆ.
ໄລຍະກາງ (ປັດຈຸບັນ ຫາ ກາງປີ 2024) ແມ່ນແນໃສ່ການປັບປຸງບັນດາດໍາລັດທີ່ຕິດພັນກັບບັນຫາດັ່ງກ່າວ ແລະ ການກໍານົດຫຼັກການແບບລວມສູນ.
ສ່ວນໃນໄລຍະຍາວ (ປັດຈຸບັນ ຫາ ທ້າຍປີ 2024) ແມ່ນແນໃສ່ການຄົ້ນຄວ້າສ້າງເງື່ອນໄຂຄຸ້ມຄອງ ແລະ ເຊື່ອມຕໍ່ເຊື່ອມຈອດກັນກັບ ການຄ້າ ແລະ ການຂົນສົ່ງ ຕ່າງປະເທດ ໂດຍແນໃສ່ການເຈລະຈາກັບຕ່າງປະເທດ ເພື່ອປັບປຸງສັນຍາຂົນສົ່ງສອງຝ່າຍ, ສາມຝ່າຍ ແລະ ລົບລ້າງ ສິ່ງກີດຂວາງທາງດ້ານການຄ້າທີ່ບໍ່ແມ່ນພາສີ ທີ່ກີດກັ້ນການນໍາເຂົ້າ-ສົ່ງອອກ ສິນຄ້າຂອງ ສປປ ລາວ.
ໂດຍໃນໄລຍະທີ່ຜ່ານມາ ທ່ານຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ຄອຄຂ.ສ) ໄດ້ຊີ້ນໍາໃຫ້ຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າແກ້ໄຂບັນຫາຕ່າງໆທີ່ໄດ້ຍົກຂຶ້ນໃນກອງປະຊຸມ ເຊິ່ງໃນນັ້ນແມ່ນບັນຫາຢູ່ທ່າບົກ ເຊິ່ງເປັນບັນຫາເຄັ່ງຮ້ອນທີ່ຕ້ອງໄດ້ເລັ່ງແກ້ໄຂໃຫ້ສໍາເລັດໂດຍໄວທີ່ສຸດ.
https://www.facebook.com/photo/?fbid=730330609091907&set=a.475189624606008
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/