Meta ກຽມເປີດຕົວ Threads ແອັບທີ່ເຄີຍຈະມາແຂ່ງກັບ ແອັບ X (twitter) ມາເປັນໃນຮູບແບບຂອງເວັບໄຊໃນທ້າຍເດືອນນີ້ ພ້ອມຫາຊ່ອງທາງພັດທະນາທີ່ໂດດເດັ່ນ ເພື່ອດຶງດູດຜູ້ໃຊ້ງານແພລັດຟອມນີ້ກັບຄືນມາ ຫຼັງຜູ້ໃຊ້ງານລາຍວັນ ເຫຼືອບໍ່ຮອດ 10% ແລ້ວ ນັບຈາກຈຸດສູງສຸດໃນໄລຍະທຳອິດຂອງການເປີດຕົວຂອງແພລັດຟອມ.
ໂດຍໃນໄລຍະທີ່ຜ່ານມາ Threads ທີ່ໃຫ້ບໍລິການໃນລະບົບ Android ແລະ iOS ປະສົບກັບບັນຫາຊົບເຊົາຢ່າງໜັກ ເຫດເນື່ອງມາຈາກວ່າຍັງມີຂໍ້ຈຳກັດຫຼາຍດ້ານ ແລະ ຟັງຊັນຫຼາຍຢ່າງຍັງບໍ່ຕອບໂຈດຜູ້ໃຊ້ງານ ເຮັດໃຫ້ເມື່ອເວລາຜ່ານໄປ ຈຳນວນຜູ້ໃຊ້ງານແທ້ໆ ເລີ່ມລົດລົງເລື້ອຍໆ ຢ່າງຕໍ່ເນື່ອງ.
ຕາມຂໍ້ມູນຈາກ Similarweb ບໍລິສັດຂໍ້ມູນດິຈິຕອລ ແລະ ການວິເຄາະ ລະບຸວ່າ Threads ມີຜູ້ໃຊ້ງານເກືອບ 50 ລ້ານຄົນຕໍ່ມື້ຫຼັງຈາກເປີດຕົວ ແລະ ຕົວເລກດັ່ງກ່າວລົດລົງເຫຼືອໜ້ອຍກວ່າ 10 ລ້ານຄົນ ເມື່ອບໍ່ເທົ່າໃດອາທິດທີ່ຜ່ານມາ ຂະນະທີ່ແອັບ X ມີຜູ້ໃຊ້ງານລາຍວັນຢູ່ທີ່ 238 ລ້ານຄົນ ໃນເດືອນສິງຫາ ເຊິ່ງຖືວ່າຫຼາຍກວ່າ Threads ຫຼາຍເທົ່າຕົວ.
ໂດຍໃນການເຄື່ອນໄຫວຄັ້ງນີ້ ນັກວິເຄາະຫຼາຍຄົນກໍເບິ່ງວ່າຈະເປັນບາດກ້າວສຳຄັນຂອງ Threads ທີ່ຈະສາມາດເຂົ້າມາແຂ່ງຂັນກັບ X ໄດ້ຫຼາຍຂຶ້ນ.
ໂດຍ ແຊມ ຊາລິບາ ຜູ້ບໍລະຫານດ້ານເທັກໂນໂລຢີຂອງ Silicon Valley ກ່າວວ່າ Threads ໃນຮູບແບບຂອງ ເວັບໄຊ ຈະເປັນຂໍ້ໄດ້ປຽບທີ່ Meta ຈະແຂ່ງຂັນກັບ X ໄດ້ຫຼາຍຂຶ້ນ ເພາະຈະເຮັດໃຫ້ຄົນເຂົ້າເຖິງການໃຊ້ງານໄດ້ຫຼາຍຂຶ້ນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/