ຈາກເຫດແຜ່ນດິນໄຫວໃນຕົ້ນເດືອນກຸມພາ ປັດຈຸບັນ, ປະເທດຕຸຣເຄຍກໍາລັງປະເຊີນກັບຄວາມທ້າທາຍດ້ານສິ່ງແວດລ້ອມໃນການກຳຈັດຂີ້ເຫຍື້ອ ແລະ ເສດຊາກການພັງທະລາຍຈາກອາຄານ ແລະ ຖະໜົນຫົນທາງ. ລັດຖະບານຕຸຣເຄຍໄດ້ຂະໜານນາມໄພພິບັດນີ້ວ່າ “ໄພພິບັດຂອງສະຕະວັດ”.
ເມື່ອວັນທີ 6 ກຸມພາທີ່ຜ່ານມາ ໄດ້ມີເເຜ່ນດິນໄຫວຂະໜາດໃຫຍ່ 2 ຄັ້ງ, ເຊິ່ງໄດ້ທຳລາຍເມືອງຕ່າງໆເປັນພື້ນທີ່ຂະໜາດໃຫຍ່ທາງຕອນໃຕ້ຂອງຕຸຣເຄຍ ເຮັດໃຫ້ມີຜູ້ເສຍຊີວິດເກືອບ 51.000 ຄົນ ເເລະ ອາຄານບ້ານເຮືອນພັງທະລາຍກວ່າ 227.000 ຫຼັງ.
ປະທານາທິບໍດີຕຸຣເຄຍ Recep Tayyip Erdogan ໄດ້ໃຫ້ຄຳໝັ້ນສັນຍາວ່າຈະສ້າງເຮືອນຫຼັງໃໝ່ໃຫ້ກັບຜູ້ຄົນນັບລ້ານທີ່ໄດ້ຮັບຜົນກະທົບຈາກໄພພິບັດນີ້ພາຍໃນໜຶ່ງປີ.

ໃນປັດຈຸບັນການກໍ່ສ້າງກໍາລັງຢູ່ໃນລະຫວ່າງການດໍາເນີນການ, ໂດຍຄົນງານໄດ້ເລີ່ມເກັບກວາດທຳຄວາມສະອາດເສດຫີນ, ເສດດິນຈີ່ເປັນຈຳນວນຫຼາຍເປັນເວລາປະມານສອງອາທິດຫຼັງຈາກເກີດເຫດເເຜ່ນດິນໄຫວ.
Durmus Sezgin ພະນັກງານກໍ່ສ້າງກ່າວວ່າ ລົດຂຸດຫຼາຍຮ້ອຍຄັນເຮັດວຽກທັງເຊົ້າ-ເເລງຢ່າງບໍ່ຢຸດຢ່ອນ ເພື່ອກຳຈັດຂີ້ຝຸ່ນອອກໃນຂະນະທີ່ກຳລັງຮື້ຖອນອາຄານທີ່ຍັງເຫຼືອ ເຊິ່ງທາງການທ້ອງຖິ່ນພິຈາລະນາວ່າບໍ່ເໝາະທີ່ຈະເຂົ້າຢູ່ອາໄສ. Sezgin ກ່າວຕໍ່ວ່າ ເສດຫີນທີ່ຖືກເກັບໄວ້ໃນບ່ອນຖິ້ມຂີ້ເຫຍື້ອຊົ່ວຄາວໄດ້ສ້າງຄວາມກັງວົນກ່ຽວກັບມົນລະພິດຈາກສານເຄມີເຊັ່ນ: asbestos ເຊິ່ງເປັນເສັ້ນໃຍທີ່ກໍ່ໃຫ້ເກີດມະເຮັງທີ່ເຄີຍໃຊ້ເປັນວັດສະດຸ Insulator ໃນອະດີດ. ແຕ່ປັດຈຸບັນນີ້ມັນຖືກຫ້າມໃຊ້ໃນປະເທດສ່ວນໃຫຍ່ລວມທັງຕຸຣເຄຍ.

ໃນຕົ້ນເດືອນເມສາ, Yasin Ilmen ນັກວິທະຍາສາດ ແລະ ນັກວິຊາການຂອງມະຫາວິທະຍາໄລ Mugla Sitki Kocman West, ໄດ້ tweeted ວ່າການກໍາຈັດສິ່ງເສດເຫຼືອທີ່ບໍ່ສາມາດຄວບຄຸມໄດ້ອາດຈະສົ່ງຜົນສະທ້ອນອັນຕະລາຍຕໍ່ທັງມະນຸດ ແລະ ສັດປ່າ. ເຊິ່ງ Sedat Gundogdu ຜູ້ຊ່ຽວຊານດ້ານມົນລະພິດພລາສຕິກຂອງມະຫາວິທະຍາໄລ Cukurova ກ່າວຕື່ມວ່າ: ຖ້າບໍ່ມີການຄວບຄຸມຢ່າງເຂັ້ມງວດໃນການກຳຈັດເສດຫີນ ຫຼື ດິນຈີ່ໃນ 10-15 ປີ ພວກເຮົາຈະປະເຊີນກັບການເພີ່ມຂຶ້ນຂອງໂຣກປອດທີ່ຮ້າຍແຮງ ແລະ ໂຣກມະເຮັງທີ່ເພີ່ມຂຶ້ນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/