ໃນທີ່ສຸດ Podcast ກໍມາເຖິງຜູ້ໃຊ້ YouTube Music ໃນສະຫະລັດເເລ້ວ. ການປ່ຽນແປງດັ່ງກ່າວຈະເຮັດໃຫ້ທ່ານສາມາດຟັງ Podcast ໃນແອັບ YouTube Music ໄດ້, ໂດຍທ່ານສາມາດເຂົ້າເຖິງ offline streams ຕາມຄວາມຕ້ອງການເຊິ່ງຮອງຮັບການຟັງໃນພື້ນຫຼັງໄດ້ໂດຍບໍ່ຕ້ອງມີການສະໝັກໃຊ້ແບບພຣີມຽມ.
ບໍ່ດົນມານີ້ YouTube ໄດ້ປະກາດຈະນຳເອົາ podcast ເຂົ້າສູ່ app streaming ເພງຂອງຕົນ. ຫຼ້າສຸດ YouTube Music ມີແຖບ podcasts ໂດຍສະເພາະ ທີ່ເຮັດໃຫ້ທ່ານສາມາດຟັງ podcast ໃນ app ໄດ້ຟຣີ. ນອກຈາກນີ້ທ່ານຍັງສາມາດສະຫຼັບລະຫວ່າງສຽງ ແລະວິດີໂອ ຂອງ podcast ໃນຂະນະທີ່ໃຊ້ YouTube Music ໄດ້ອີກດ້ວຍ.

ໂດຍການເພີ່ມຄຸນສົມບັດ podcast ເຂົ້າໃນ YouTube Music ຫວັງວ່າຈະຊ່ວຍໃນການແຂ່ງຂັນກັບ Spotify ທີ່ມີຜູ້ໃຊ້ຫຼາຍກວ່າ 500 ລ້ານຄົນ. ສຳລັບຕອນນີ້ຄຸນສົມບັດ podcast ແມ່ນມີໃຫ້ສະເພາະຜູ້ໃຊ້ YouTube Music ໃນສະຫະລັດເທົ່ານັ້ນ, ແຕ່ YouTube ມີແຜນທີ່ຈະນຳເອົາຄຸນສົມບັດດັ່ງກ່າວໄປຍັງປະເທດອື່ນໆໃນອະນາຄົດ ໂດຍຈະຮອງຮັບທັງໃນ iOS, Android ແລະ ໃນເວັບໄຊ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/