ສຳນັກຂ່າວ The Sunday Mail ລາຍງານວ່າ ທະນາຄານກາງຂອງຊິມບັບເວກຽມເປີດຕົວສະກຸນເງິນດິຈິຕອລທີ່ມີຄຳໜູນຫຼັງ ເພື່ອຮັກສາສະຖຽນລະພາບສະກຸນເງິນໂດລາຊິມບັບເວ ເເລະ ເປັນວິທີການປ້ອງກັນຄວາມສ່ຽງຈາກອັດຕາເງິນເຟີ້.
ເຖິງເເມ່ນວ່າໃນທາງເຕັກນິກເເລ້ວ ໂທເຄັນອາດຖືກພິຈາລະນາວ່າເປັນຮູບແບບຂອງສະກຸນເງິນດິຈິຕອລຂອງທະນາຄານກາງ (CBDC), ເເຕ່ພວກເຂົາຄິດວ່າ ເປັນຄຳດິຈິຕອລໜ້າຈະດີກວ່າ.

ນັບຕັ້ງແຕ່ຊິມບັບເວປະສົບກັບວິກິດການຂອງອັດຕາເງິນເຟີ້ຄັ້ງໃຫຍ່ໃນປີ 2008, ປະເທດໄດ້ຕໍ່ສູ້ເພື່ອເຮັດໃຫ້ອັດຕາເງິນເຟີ້ລົດລົງ. ໂດຍໃນປີທີ່ຜ່ານມາ, ອັດຕາເງິນເຟີ້ປະຈໍາປີບໍ່ລົດລົງຕໍ່າກວ່າ 90% ແລະ ເງິນໂດລາຊິມບັບເວໄດ້ລົດລົງຢ່າງຫຼວງຫຼາຍເມື່ອທຽບກັບເງິນໂດລາສະຫະລັດ.
ເພື່ອທີ່ຈະຮັບມືກັບບັນຫາດັ່ງກ່າວ ຜູ້ຄົນທີ່ອາໄສຢູ່ໃນຊິມບັບເວສາມາດເເລກປ່ຽນເງິນໂດລາຊິມບັບເວເປັນຄຳດິຈິຕອລໄດ້ ເພື່ອປ້ອງກັນຄວາມສ່ຽງຈາກອັດຕາການເເລກປ່ຽນທີ່ຜັນຜວນ ໂດຍຄຳຈະຢູ່ໃນຄວາມດູເເລຂອງຜູ້ທີ່ມີອຳນາດໃນການອອກຄຳດິຈິຕອລ.

Dr. Mangudya ຜູ້ວ່າການ RBZ ກ່າວວ່າ ທະນາຄານກຳລັງພິຈາລະນາທີ່ຈະອອກຫຼຽນຄຳເພີ່ມເຕີມ ໃນການພະຍາຍາມຄວບຄຸມອັດຕາເງິນເຟີ້ໂດຍໃຊ້ຄຳສຳຮອງເພື່ອດຶງເງິນໂດລາຊິມບັບເວອອກຈາກລະບົບ ທະນາຄານກາງຈະອອກຄຳທັງໃນຮູບເເບບທີ່ຈັບຕ້ອງໄດ້ ເເລະ ເເບບຫຼຽນດິຈິຕອລ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/