Twitter ຍອມຄືນເຄື່ອງໝາຍຖືກສີຟ້າ ຫຼື Blue Check ໃຫ້ຄົນດັງ


Twitter ຍອມຄືນເຄື່ອງໝາຍຖືກສີຟ້າ ຫຼື Blue Check ໃຫ້ກັບຜູ້ໃຊ້ທີ່ເປັນຄົນມີຊື່ສຽງທີ່ມີຜູ້ຕິດຕາມຫຼາຍກວ່າ 1 ລ້ານຄົນ ຫຼັງຈາກມີກະແສຕໍ່ຕ້ານເມື່ອອາທິດທີ່ຜ່ານມາ ທີ່ທາງ Twitter ຢຶດເອົາເຄື່ອງໝາຍຖືກສີຟ້າອອກ ເພື່ອເຮັດຕາມນະໂນບາຍໃໝ່ຂອງທາງ Twitter ທີ່ຕ້ອງຈ່າຍເງິນ 8 ໂດລາຕໍ່ເດືອນສຳລັບເຄື່ອງໝາຍຖືກສີຟ້ານີ້.

ນະໂຍບາຍນີ້ຖືກກະແສຕີກັບຢ່າງຮຸນແຮງ ເພາະບໍ່ຮັບການຕອບຮັບຈາກຜູ້ໃຊ້ງານໂດຍສະເພາະຄົນດັງ ໂດຍທີ່ທາງຂໍ້ມູນສາທາລະນະສະແດງໃຫ້ເຫັນວ່າ ຜູ້ໃຊ້ Twitter ສ່ວນໃຫຍ່ຈະໃຊ້ງານແບບບໍ່ເສຍເງິນຕາມນະໂຍບາຍໃໝ່ ແລະ ຈາກທີ່ມີບັນຊີທີ່ໄດ້ຮັບການຢືນຢັນຕົວຕົນ ທີ່ໄດ້ຮັບເຄື່ອງໝາຍຖືກສີຟ້າ ຈາກເມື່ອກ່ອນມີ 400.000 ບັນຊີ ແຕ່ໃນຕອນນີ້ເຫຼືອບໍ່ຮອດ 500 ບັນຊີທີ່ຍອມຈ່າຍເງິນເພື່ອຮັບເຄື່ອງໝາຍຢືນຢັນຕົວຕົນ. ແຕ່ພຽງບໍ່ດົນ ເກືອບ 500 ບັນຊີໄດ້ກົດຍົກເລີກ ເຮັດໃຫ້ Twitter ມີລາຍໄດ້ກັບນະໂຍບາຍນີ້ພຽງແຕ່ 300 ໂດລາ.

ຈາກການທີ່ທາງ Twitter ໄດ້ຢຶດເອົາເຄື່ອງໝາຍຖືກສີຟ້າທີ່ເປັນເຄື່ອງໝາຍຢືນຢັນຕົວຕົນ ເຮັດໃຫ້ເກີດຄວາມວຸ້ນວາຍ ຫຼັງຈາກທີ່ມີບັນຊີປອມຈຳນວນໜຶ່ງສ້າງຂຶຶ້ນມາເພື່ອຮຽນແບບບັນຊີແທ້ ຈົນເຮັດໃຫ້ເກີດຄວາມສັບສົນ ພ້ອມຍັງເກີດກະແສຕໍ່ຕ້ານຈາກຜຸ້ໃຊ້ງານ ຈົນເກີດການແບນເຄື່ອງໝາຍຖືກສີຟ້າ ຫຼື Blue Check ໂດຍຜູ້ໃຊ້ບາງກຸ່ມຈະກົດBlock ທັນທີຫາກເຫັນຜູ້ທີ່ມີເຄື່ອງໝາຍຖືກສີຟ້າ. ຈາກເຫດການດັ່ງກ່າວ ເຮັດໃຫ້ທາງ Twitter ຕ້ອງຍອມກັບຄຳ ຍອມຄືນເຄື່ອງໝາຍຖືກສີຟ້າ ໃຫ້ກັບບັນຊີທີ່ເປັນຄົນດັງທີ່ມີຜູ້ຕິດຕາມຫຼາຍກວ່າ 1 ລ້ານແບບບໍ່ເສຍຄ່າໃຊ້ຈ່າຍ.

ແຕ່ມັນບໍ່ຈົບພຽງເທົ່ານັ້ນ ຍັງມີບັນຫາຕາມມາອີກວ່າ ເພາະບໍ່ມີການແຍກຄວາມແຕກຕ່າງຢ່າງຊັດເຈນລະຫວ່າງຜູ້ໃຊ້ງານທີ່ໄດ້ຮັບເຄື່ອງໝາຍຖືກສີຟ້າທີ່ເປັນບັນຊີແທ້ ທີ່ມີຄວາມໜ້າເຊື່ອຖື ກັບ ຜູ້ໃຊ້ເງິນຊື້ເຄື່ອງໝາຍສີຟ້າມາ ເລື່ອງນີ້ນຳໄປສູ່ການວິພາກວິຈານວ່າ Twitter ກຳລັງພະຍາຍາມໂຄສະນາແບບຜິດໆວ່າມີຜູ້ໃຊ້ທີ່ຈ່າຍເງິນແລກ ເຄື່ອງໝາຍຖືກສີຟ້າ ເປັນຈຳນວນຫຼວງຫຼາຍ ທັ້ງໆທີ່ຄວາມເປັນຈິງສ່ວນໃຫຍ່ໄດ້ເຄື່ອງໝາຍມາແບບຟຣີໆ ແລະ ຄວນຖືກນິຍາມວ່າເປັນຜູ້ໄດ້ຮັບການຮັບຮອງວ່າເປັນບັນຊີທີ່ໜ້າເຊື່ອຖື.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/