ນັບເປັນໝຸດໝາຍສຳຄັນກັບອະນາຄົດຂອງປະຊາຄົມໂລກ ທ່າມກາງຄວາມຂັດແຍ້ງ ທັງທາງເສດຖະກິດ ແລະ ທາງທະຫານໃນທົ່ວໂລກ ເມື່ອ ປະທານາທິບໍດີ ແຫ່ງສະຫະລັດອາເມຣິກາ ໂຈ ໄບເດັນ ໄດ້ມາພົບປະກັບ ສີ ຈິ້ນຜິງ ຜູ້ນຳສູງສຸດຂອງ ສປ ຈີນ ແບບຕົວເປັນໆ ໃນການປະຊຸມ G20 ທີ່ເກາະບາລີ ປະເທດອິນໂດເນເຊຍ ເມື່ອວັນທີ 14 ພະຈິກ ທີ່ຜ່ານມາ. ໂດຍຄັ້ງນີ້ຖືເປັນຄັ້ງທຳອິດທີ່ທັງສອງຜູ້ນຳໄດ້ມາພົບປະກັນແບບຕົວຕໍ່ຕົວ ຫຼັງຈາກທີ່ ໂຈໄບເດັນ ເຂົ້າຮັບຕຳແໜ່ງຜູ້ນຳສະຫະລັດ ອາເມຣິກາ ເມື່ອ 2 ປີກ່ອນ.

ໂດຍການພົບປະກັນຄັ້ງນີ້ ຂອງສອງຜູ້ນຳມະຫາອຳນາດໂລກ ຈະເນັ້ນຢ້ຳໄປທີ່ ການບໍລິຫານຈັດການ ຄວາມແຕກຕ່າງຂອງມະຫາອຳນາດທັງ 2 ຝ່າຍ ແລະ ແຂ່ງຂັນກັນໃນທຸກດ້ານ ແບບສັນຕິວິທີ ໂດຍບໍ່ໄດ້ມຸ່ງເປົ້າໄປທີ່ຄວາມຂັດແຍ້ງ.
ໂດຍກ່ອນການປະຊຸມຈະເລີ່ມຂຶ້ນ ໂຈ ໄບເດັນ ໄດ້ກ່າວກັບ ສີ ຈິ້ນຜິງວ່າ ຕົນເອງພ້ອມທີ່ຈະເປີດຊ່ອງທາງການສື່ສານເປັນການສ່ວນຕົວກັບ ສີ ຈິ້ນຜິງ ເພາະເຫັນວ່າທັງສອງຊາດຍັງມີອີກຫຼາຍບັນຫາທີ່ຕ້ອງຕົກລົງກັນ ພ້ອມສະແດງຄວາມເຊື່ອໝັ້ນວ່າ ອາເມຣິກາ ແລະ ຈີນ ຈະສາມາດບໍລິຫານຈັດການຄວາມແຕກຕ່າງຂອງ 2 ຝ່າຍໄດ້ ລວມເຖິງການແຂ່ງຂັນທີ່ຈະບໍ່ນຳໄປສູ່ຄວາມຂັດແຍ້ງ ແລະ ສະແຫວງຫາຫົນທາງໃນການປະສານຄວາມຮ່ວມມືເພື່ອແກ້ໄຂບັນຫາຮີບດ່ວນລະດັບໂລກ.

ສ່ວນດ້ານຂອງຜູ້ນຳຈີນ ກໍກ່າວວ່າ ປະຊາຄົມໂລກຄາດຫວັງວ່າຈີນ ແລະ ສະຫະລັດຈະສາມາດຮ່ວມມືກັບຄວາມສຳພັນລະຫວ່າງປະເທດໄດ້ຢ່າງເໝາະສົມ ການປະຊຸມຄັ້ງນີ້ດຶງດູດຄວາມສົນໃນຈາກຄົນທົ່ວໂລກ ດັ່ງນັ້ນເຮົາຈຶ່ງຄວນປະສານຄວາມຮ່ວມມືກັບທຸກປະເທດເພື່ອສ້າງຄວາມຫວັງໃຫ້ກັບສັນຕິພາບໂລກ ສ້າງຄວາມເຊື່ອໝັ້ນຕໍ່ສະຖຽນລະພາບຂອງໂລກ ແລະ ສ້າງແຮງກະຕຸ້ນທີ່ເຂັ້ມແຂງເພື່ອການພັດທະນາຮ່ວມກັນ.

ໂດຍການປະຊຸມກັນຄັ້ງນີ້ຂອງທັງສອງຝ່າຍເປັນພຽງການພົບປະກັນນອກຮອບ ຈຶ່ງບໍ່ມີການລະບຸລາຍລະອຽດຂອງການປະຊຸມຄັ້ງນີ້ ບໍ່ວ່າຈະເປັນເນື້ອໃນ ຫຼື ຂໍ້ຕົກລົງຕ່າງໆ ແລະ ພາຍຫຼັງການປະຊຸມ ກໍບໍ່ໄດ້ມີການຖະແຫຼງການຮ່ວມກັນຂອງທັງ ສອງຝ່າຍ.
ພາຍຫຼັງການປະຊຸມ, ທຳນຽບຂາວ ລະບຸວ່າ ໂຈໄບເດັນໄດ້ສະແດງຈຸດຢືນຄັດຄ້ານຈີນທີ່ມີການກະທຳທີີ່ຕ້ອງການໃຊ້ອຳນາດເຂົ້າບັງຄັບ ແລະ ຂົ່ມຂູ່ ຕໍ່ໄຕ້ຫວັນ ແລະ ໄບເດັນຍັງໄດ້ສະແດງຄວາມກັງວົນຕໍ່ການບໍລິຫານຈັດການ ຂອງລັດຖະບານຈີນ ຕໍ່ກັບເລື່ອງສິດທິມະນຸດ ຂອງຄົນກຸ່ມນ້ອຍໃນຊິນຈຽງ, ທິເບດ ແລະ ຮ່ອງກົງ.

ໃນຂະນະທີ່ ຄຳຖະແຫຼງການຂອງກະຊວງການຕ່າງປະເທດຂອງຈີນໄດ້ລະບຸວ່າ ສີຈິ້ນຜິງໄດ້ບອກກັບໄບເດັນວ່າ ໂລກໃບນີ້ກວ້າງໃຫຍ່ພຽງພໍທີ່ຈະໃຫ້ທັງສອງປະເທດຈະເລີນຮຸ່ງເຮືອງຮ່ວມກັນ ແລະ ແຂ່ງຂັນກັນຢ່າງສັນຕິ. ສ່ວນໄຕ້ຫວັນ ຖືເປັນສູນກາງໃນບັນດາຜົນປະໂຫຍດທັງຫຼາຍຂອງຈີນ ແລະ ເປັນຮາກຖານໃນທາງການເມືອງແຫ່ງຄວາມສຳພັນຂອງຈີນ-ສະຫະລັດອາເມຣິກາ ແລະ ເປັນເສັ້ນແດງ ທີ່ອາເມຣິກາ ຕ້ອງຫ້າມ ລ່ວງລໍ້າເຂົ້າມາ. ພ້ອມກ່າວຕື່ມອີກວ່າ ການແກ້ໄຂບັນຫາເລື່ອງໄຕ້ຫວັນນັ້ນ ເປັນເລື່ອງຂອງຄົນຈີນ.
ຂະນະດຽວກັນ ໂຈໄບເດັນກໍໄດ້ຖະແຫຼງການວ່າ ນະໂຍບາຍຈີນດຽວ ຂອງອາເມຣິການັ້ນ ຍັງບໍ່ປ່ຽນແປງ ແຕ່ການສະໜັບສະໜູນໄຕ້ຫວັນໃນດ້ານການທະຫານນັ້ນ ກໍຍັງບໍ່ປ່ຽນແປງເຊັ່ນດຽວກັນ.

ສ່ວນໃນເລື່ອງຂອງຄວາມຂັດແຍ້ງລະຫວ່າງ ຣັດເຊຍ ແລະ ຢູເຄຣນ ທາງທຳນຽບຂາວກໍໄດ້ລະບຸວ່າ ທັງສອງຝ່າຍເຫັນກົງກັນວ່າສົງຄາມນິວເຄຼຍເປັນສິ່ງທີ່ບໍ່ຄວນໃຫ້ເກີດຂຶ້ນ ແລະ ສົງຄາມນີ້ຈະບໍ່ມີໃຜເປັນຝ່າຍຊະນະ. ໃນຂະນະທີ່ຈີນ ກໍໄດ້ສະແດງຄວາມກັງວົນຢ່າງເລິກເຊິ່ງຕໍກັບບັນຫາດັ່ງກ່າວ ແລະ ຢືນຢັນທີ່ຈະຢູ່ຂ້າງສັນຕິພາບ ແລະ ກໍຈະດຳເນີນການສົ່ງເສີມສະໜັບສະໜູນການເຈລະຈາແບບສັນຕິພາບຕໍ່ໄປ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/