ເມື່ອວັນທີ 11 ຕຸລາ 2022 Jens Stoltenberg (ເຢນ ສະໂຕລເບີກ) ເລຂາທິການໃຫຍ່ອົງການສົນທິສັນຍາປ້ອງກັນແອດແລນຕິກເໜືອ ຫຼື NATO ໄດ້ຢືນຢັນວ່າ NATO ຈະເດີນໜ້າແຜນການເຝິກຊ້ອມຈໍາລອງການໂຈມຕີດ້ວຍນິວເຄຼຍ (ເຊິ່ງແຜນການຊ້ອມຮົບນີ້ໄດ້ເລື່ອນມາດົນນານແລ້ວ) ໃນອາທິດໜ້າ ທ່າມກາງຄວາມເຄັ່ງຕຶງຂອງສົງຄາມໃນຢູເຄຣນ ແລະ ຄໍາຂູ່ຂອງປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍທີ່ໄດ້ລະບຸກ່ອນໜ້ານີ້ວ່າ “ພ້ອມໃຊ້ທຸກວິທີທາງເພື່ອປ້ອງກັນດິນແດນຂອງຕົນເອງ”.

ໂດຍການເຝິກຊ້ອມດັ່ງກ່າວຂອງ NATO ມີຊື່ວ່າ ‘Steadfast Noon’ ຈັດຂຶ້ນເປັນປະຈໍາທຸກປີແລະມັກໃຊ້ເວລາປະມານ 1 ອາທິດ ປະກອບມີເຮືອບິນຮົບທີ່ມີຄວາມສາມາດໃນການບັນທຸກຫົວຮົບນິວເຄຼຍ, ເຮືອບິນປົກກະຕິ, ເຮືອບິນສອດແນມ ແລະ ເຮືອບິນເຕີມເຊື້ອໄຟ ທີ່ເຂົ້າຮ່ວມໃນການເຝິກຊ້ອມຄັ້ງນີ້. ຢ່າງໃດກໍດີແຜນການເຝິກຊ້ອມນີ້ຈະບໍ່ມີການໃຊ້ລະເບີດແທ້ແຕ່ຢ່າງໃດ.

NATO ຍັງເປີດເຜີຍອີກວ່າ ການເຝິກຊ້ອມຄັ້ງໃໝ່ ເຊິ່ງແຕ່ກ່ອນມີກໍານົດຈັດຂຶ້ນໃນເດືອນກຸມພາກ່ອນຣັດເຊຍບຸກໂຈມຕີຢູເຄຣນ ຈະມີຊາດສະມາຊິກ 14 ຈາກ 30 ປະເທດສົ່ງອາກາສະຍານເຂົ້າຮ່ວມ ໂດຍພື້ນທີ່ເຝິກຊ້ອມຫຼັກແມ່ນຈະຢູ່ຫ່າງຈາກຣັດເຊຍຫຼາຍກວ່າ 1,000 ກິໂລແມັດ.
ສະໂຕລເບີກໄດ້ກ່າວກ່ອນການປະຊຸມລັດຖະມົນຕີປ້ອງກັນຂອງສະມາຊິກ NATO ທີ່ນະຄອນບຣັສເຊລວ່າ ການຍົກເລີກການເຝິກຊ້ອມທີ່ວາງແຜນມາດົນນານນີ້ ອາດເປັນການສົ່ງສັນຍານທີ່ບໍ່ຖືກຕ້ອງຢ່າງຍິ່ງອອກໄປ.

“ຄວາມໝັ້ນຄົງ, ພຶດຕິກໍາທີ່ຄາດການໄດ້ ແລະຄວາມເຂັ້ມແຂງທາງການທະຫານຂອງ NATO ຄືວິທີທີ່ດີທີ່ສຸດໃນການປ້ອງກັນການບານປາຍ” ສະໂຕລເບີກ ໄດ້ກ່າວ “ຫາກເຮົາສ້າງພື້ນທີ່ສຳລັບຄວາມເຂົ້າໃຈຜິດ ຫຼືການຄໍານວນຜິດໃດໆໃນມອສໂກກ່ຽວກັບຄວາມຕັ້ງໃຈຂອງເຮົາໃນການປົກປ້ອງແລະປ້ອງກັນພັນທະມິດທັງໝົດຂອງເຮົາໃນຕອນນີ້ ອາດເປັນການເພີ່ມຄວາມສ່ຽງໃຫ້ສະຖານະການບານປາຍ”
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment