ຄະນະລັດຖະບານ ແລະ ຄະນະສະພາແຫ່ງຊາດ ຈັດກອງປະຊຸມຮ່ວມກັນ ເພື່ອຄົ້ນຫາວິທີແກ້ໄຂທີ່ຖືກຕ້ອງທີ່ສຸດແກ່ປະເທດຊາດ ແລະ ປະຊາຊົນ

ຄະນະລັດຖະບານ

ກອງປະຊຸມຮ່ວມລະຫວ່າງ ຄະນະລັດຖະບານກັບຄະນະປະຈໍາສະພາແຫ່ງຊາດ ຄັ້ງທີ 2 ປະຈໍາປີ 2022 ໄດ້ດໍາເນີນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂດຍມີການເຂົ້າຮ່ວມຂອງບັນດາທ່ານຮອງນາຍົກລັດຖະມົນຕີ, ຮອງປະທານສະພາແຫ່ງຊາດ, ສະມາຊິກລັດຖະບານ, ປະທານ, ຮອງປະທານກຳມາທິການສະພາແຫ່ງຊາດ ແລະ ຜູ້ຕາງໜ້າຈາກບັນດາກະຊວງ.

ຄະນະລັດຖະບານ

ກອງປະຊຸມຄັ້ງນີ້ ດໍາເນີນດ້ວຍບັນຍາກາດ ອັນເອົາການເອົາງານ ແລະ ຮັບຜິດຊອບສູງ ສາມາດບັນລຸຜົນສໍາເລັດ ໄດ້ຕາມຈຸດປະສົງ ແລະ ຄາດໝາຍທີ່ໄດ້ກໍານົດໄວ້. ໃນກອງປະຊຸມ ບັນດາທ່ານສະມາຊິກລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປຶກສາຫາລື, ແລກປ່ຽນຄຳເຫັນ ແລະ ໄດ້ສ້າງຄວາມເປັນເອກະພາບສູງ ຕໍ່ 10 ຫົວຂໍ້ ທີ່ສໍາຄັນ ນອນຢູ່ໃນຄວາມຮັບຜິດຊອບຂອງລັດຖະບານ ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX. ກອງປະຊຸມ ໄດ້ຊີ້ນໍາມອບໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ຮີບຮ້ອນນຳເອົາຜົນກອງປະຊຸມຄັ້ງນີ້ ໄປປັບປຸງບົດລາຍງານ ພ້ອມທັງໃຫ້ກະຊວງກ່ຽວຂ້ອງ ແລະ ກຳມາທິການກ່ຽວຂ້ອງຂອງສະພາແຫ່ງຊາດ ສືບຕໍ່ເຮັດວຽກນຳກັນເພື່ອກ້າວໄປເຖິງ ສ້າງຄວາມເປັນເອກະພາບທາງດ້ານຕົວເລກຄາດໝາຍໃຫຍ່ໆມີບ່ອນອີງໜັກແໜ້ນ. ພ້ອມດຽວກັນນີ້, ລັດຖະບານ ຈະລົງເລິກຄົ້ນຄວ້າ ແລະ ກໍານົດມາດຕະການປະຕິບັດຕົວຈິງ ເພື່ອສູ້ຊົນບັນລຸຕົວເລກຄາດໝາຍດັ່ງກ່າວ.

ຄະນະລັດຖະບານ

ກອງປະຊຸມຮ່ວມລະຫວ່າງຄະນະລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດຂຶ້ນກ່ອນຈະເປີດກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດແແຕ່ລະຄັ້ງ ໂດຍໄດ້ປ່ຽນກັນເປັນເຈົ້າພາບນັ້ນ ແມ່ນມີຄວາມສໍາຄັນ ແລະ ເປັນປະໂຫຍດຫຼາຍ, ທັງເປັນກົນໄກເຮັດວຽກຮ່ວມກັນທີ່ມີປະສິດທິຜົນສູງ. ຜ່ານກອງປະຊຸມສາມາດເຮັດໃຫ້ລັດຖະບານ ແລະ ສະພາແຫ່ງຊາດມີຄວາມເຂົ້າໃຈ, ເປັນເອກະພາບກັນ ໃນບັນຫາສໍາຄັນຍິ່ງຂອງຊາດ. ພ້ອມທັງ ເປັນການຮ່ວມກັນຄົ້ນຫາວິທີແກ້ໄຂທາງອອກທີ່ຖືກຕ້ອງທີ່ສຸດ ເພື່ອແກ້ໄຂບັນຫາທີ່ຕັ້ງຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ ແລະ ປະຊາຊົນ.

ຄະນະລັດຖະບານ

ຂໍ້ມູນຈາກ: https://cutt.ly/wBnRtew

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ