ເອີ້ນໄດ້ວ່າກ້ອງໂທລະທັດອະວະກາດ ເຈມສ໌ ເວັບ (James Webb) ແມ່ນຍັງສ້າງຄວາມຕື່ນເຕັ້ນໃຫ້ກັບມະນຸດໂລກເຮົາຢູ່ຕະຫຼອດເວລາ ເພາະເມື່ອວັນທີ 27 ກັນຍາ 2022 ກ້ອງ ເຈມສ໌ ເວັບ ໄດ້ເປີດເຜີຍພາບອັນໜ້າຕະລຶງຂອງກາແລັກຊີທີ່ມີຮູບຊົງສວຍງາມເໜືອຈິນຕະນາການ ທີ່ມັນຢູ່ຫ່າງຈາກໂລກຂອງເຮົາອອກໄປພຽງ 29 ລ້ານປີແສງ. ພ້ອມນັ້ນ ໃນຮູບພາບດັ່ງກ່າວຍັງເຜີຍໃຫ້ເຫັນລາຍລະອຽດໃໝ່ໆ ທີ່ຊາວໂລກບໍ່ເຄີຍເຫັນມາກ່ອນ.
ໂດຍຂໍ້ມູນຈາກອົງການອະວະກາດຢູໂຣບ (ESA) ລະບຸວ່າ ກາແລັກຊີນີ້ມີຊື່ວ່າ IC 5332 ມີຄວາມກວ້າງປະມານ 66.000 ປີແສງ ເຊິ່ງນ້ອຍກວ່າກາແລັກຊີທາງຊ້າງເຜືອກຂອງໂລກເຮົາປະມານ 1 ໃນ 3. ກ້ອງໂທລະທັດອະວະກາດເຈມສ໌ ເວັບ ໄດ້ໃຊ້ກ້ອງ Mid-InfraRed Instrument ຫຼື MIRI ໃນການຖ່າຍຮູບນີ້ ແລະ ພາບທີ່ປ່ອຍອອກມາແມ່ນສະແດງໃຫ້ເຫັນໂຄງສ້າງທີ່ຕໍ່ເນື່ອງກັນຢ່າງຊັດເຈນ ເຊິ່ງປົກກະຕິແລ້ວມັນຈະຖືກກຸ່ມຝຸ່ນດາວອະວະກາດບັງໄວ້.
ທັງນີ້ ກ້ອງໂທລະທັດອະວະກາດນັ້ນ ເປັນຜົນງານການຮ່ວມມືກັນລະຫວ່າງ 3 ອົງການການບິນອະວະກາດຍັກໃຫຍ່ຂອງໂລກຢ່າງ NASA, ESA ແລະ CSA (ອົງການການບິນອະວະກາດຂອງແຄນາດາ) ແລະ ກ້ອງ ເຈມສ໌ ເວັບ ມີມູນຄ່າຫຼາຍກວ່າ 10.000 ລ້ານໂດລາ ເຊິ່ງມັນຖືກປ່ອຍຂຶ້ນໄປອະວະກາດເມື່ອທ້າຍປີ 2021 ແລະ ມີເຊື້ອໄຟພຽງພໍທີ່ຈະປະຕິບັດການໄດ້ປະມານ 20 ປີ ແລະມັນມີໜ້າທີ່ສຳຫຼວດກາແລັກຊີທີ່ຫ່າງອອກໄປຈາກໂລກຫຼາຍລ້ານປີແສງ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment