ໃນວັນທີ 23 ກັນຍາ 2022, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດເລື່ອນຊັ້ນ ພັນເອກ ຂຶ້ນ ພົນຈັດຕະວາ ແລະ ພັນໂທ ຂຶ້ນ ພັນເອກ ໃຫ້ນາຍຕຳຫຼວດຂັ້ນສູງໃນກຳລັງ ປກສ ຈຳນວນ 30 ສະຫາຍ; ໃນນີ້, ພັນເອກຂຶ້ນ ພົນຈັດຕະວາ 12 ສະຫາຍ ແລະ ຊັ້ນພັນໂທ ຂຶ້ນເປັນພັນເອກ 18 ສະຫາຍ, ເປັນກຽດໃຫ້ການປະດັບຊັ້ນໂດຍ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ, ມີພະນັກງານຂັ້ນນຳພາ-ບັນຊາອ້ອມຂ້າງກະຊວງເຂົ້າຮ່ວມ.

ທ່ານ ດວງຕາ ຈູມພາວັນ ຜູ້ຊ່ວຍຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານລັດຖະດຳລັດ ຂອງປະທານປະເທດແຫ່ງ ສປປ ລາວ ເລກທີ 172-183/ປປທ, ລົງວັນທີ 19 ກັນຍາ 2022 ວ່າດ້ວຍການເລື່ອນຊັ້ນນາຍຕຳຫຼວດ ຊັ້ນພັນເອກ ຂຶ້ນ ພົນຈັດຕະວາ ມີຄື:
- ພົຈວ ພູນສະຫວັນ ພັນທະເສນາ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່.
- ພົຈວ ສາຍສະໝອນ ພາລະມີໄຊ ຮອງຫົວໜ້າກົມໃຫຍ່ສັນຕິບານ.
- ພົຈວ ກອງສະຫວັດ ບຸນລ້ຽງ ຮອງຫົວໜ້າກົມໃຫຍ່ສັນຕິບານ, ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນວ.
- ພົຈວ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ພົຈວ ອຸດົມ ສີສົງຄາມ ຮອງຫົວໜ້າກົມໃຫຍ່ພະລາທິການ.
- ພົຈວ ພອນໄຊ ຍົດສົມບັດ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ພົຈວ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ.
- ພົຈວ ອິນສົມ ທຳລະສິນ ຫົວໜ້າກອງບັນຊາການ ປກສແຂວງຫຼວງນ້ຳທາ.
- ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ.
- ພົຈວ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື.
- ພົຈວ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ.

ພ້ອມທັງໄດ້ຜ່ານ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 303-320/ນຍ, ລົງວັນທີ 2 ກັນຍາ 2022 ວ່າດ້ວຍການເລື່ອນຊັ້ນນາຍຕຳຫຼວດ ພັນໂທ ຂຶ້ນເປັນ ຊັ້ນພັນເອກ ໃນນີ້ມີ:
- ພັອ ຄອນສະຫວັນ ເຄນສຸວັນ ຮອງຫົວໜ້າກົມກໍ່ສ້າງກຳລັງ ກົມໃຫຍ່ການເມືອງ ປກສ.
- ພັອ ວັນໄຊ ຈັນທະສຸກ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງ ປກສ.
- ພັອ ບົວສີ ເພັດສີຄາມ ຮອງຫົວໜ້າກົມເຕັກນິກສະເພາະ ກົມໃຫຍ່ສັນຕິບານ.
- ພັອ ບຸນຊູ ສິມມະນີວົງ ຮອງຫົວໜ້າກົມສືບສວນ-ສອບສວນຄະດີການເມືອງ ກົມໃຫຍ່ສັນຕິບານ.
- ພັອ ເພັດດາວົງ ແກ້ວກັນຍາ ຮອງຫົວໜ້າກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ.
- ພັອ ໄຊຍະພອນ ພົມມະບຸດ ຮອງຫົວໜ້າກົມຕ້ານນັກສືບ ກົມໃຫຍ່ສັນຕິບານ.
- ພັອ ວຽງຄອນ ໄຊຍະສີ ຮອງຫົວໜ້າກົມຕຳຫຼວດນິຕິວິທະຍາ ກົມໃຫຍ່ຕຳຫຼວດ.

ຂໍ້ມູນຈາກ: https://cutt.ly/VVEp4p7
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment