ຢ່າງທີ່ເຮົາຮູ້ ວ່າບັນຫາຂີ້ເຫຍື້ອຖົງຢາງພລາສຕິກ ຍັງເປັນບັນຫາຕົ້ນໆໃນການທຳລາຍສິ່ງແວດລ້ອມ ມັນໃຊ້ເວລາຫຼາຍຮ້ອຍປີໃນການຍ່ອຍສະຫຼາຍຕາມຊີວະພາບ ເຮັດໃຫ້ຄົນໃນຍຸກປັດຈຸບັນທີ່ໃສ່ໃຈໃນສິ່ງແວດລ້ອມ ຫັນມາແກ້ໄຂບັນຫາດ້ວຍການປ່ຽນມາໃຊ້ຖົງທີ່ສາມາດນຳກັບມາໃຊ້ຫຼາຍເທື່ອໄດ້ ແທນ ຖົງພລາສຕິກທີ່ໃຊ້ເທື່ອດຽວຖິ້ມ.

ເຊັ່ນດຽວກັບ AVANI ບໍລິສັດ ສະຕາດອັບໃນອິນໂດເນເຊຍ ທີ່ມີແນວຄິດສຸດລ້ຳໃນການຜະລິດຖົງຈາກມັນຕົ້ນ ທີ່ສາມາດລະລາຍໃນນ້ຳໄດ້ ແຖມກິນໄດ້ອີກ ທີ່ສຳຄັນໜ້າຕາ ແລະ ການໃຊ້ງານຂອງມັນບໍ່ຕ່າງຫຍັງຈາກຖົງພລາສຕິກເລີຍ ແຕ່ບໍ່ທຳລາຍສິ່ງແວດລ້ອມແບບພລາສຕິກ.


ຖົງດັ່ງກ່າວ ໃຊ້ວັດສະດຸຈາກທຳມະຊາດ 100% ສາມາດຍ່ອຍສະຫຼາຍທາງຊີວະພາບໄດ້ພາຍໃນ 3-6 ເດືອນ, ລະລາຍໃນນໍ້າອຸ່ນໄດ້ ແຕ່ມີຄວາມຄົງທົນຕໍ່ນໍ້າຝົນ, ມະນຸດສາມາດກິນໄດ້ ແລະ ບໍ່ເປັນອັນຕະລາຍຕໍ່ສັດ.


ຖ້າຫາກວ່າຖົງນີ້ ໄດ້ຖືກຜະລິດອອກ ແລະ ວາງຂາຍໄປທົ່ວໂລກ ປະລິມານຂີ້ເຫຍື້ອຈາກຖົງພລາສຕິກຄົງຈະລົດລົງຢ່າງມະຫາສານເລີຍ ອາດເປັນຄວາມຫວັງໃໝ່ຂອງການຮັກສາສິ່ງແວດລ້ອມກໍເປັນໄປໄດ້.

ຂອບໃຈທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/