Kurt Zouma ອອກມາຂໍໂທດຕໍ່ພຶດຕິກຳຕົນເອງທີ່ມີຕໍ່ສັດລ້ຽງ


Sky Sports ສຳນັກຂ່າວສື່ດັງຂອງປະເທດອັງກິດ ໄດ້ລາຍງານວ່າ Kurt Zouma ກອງຫຼັງຄົນເກັ່ງຂອງສະໂມສອນ West ham United ໄດ້ອອກມາຂໍໂທດ ຕໍ່ສັງຄົມກັບສິ່ງທີ່ຕົນເອງໄດ້ເຮັດລົງໄປ ທີ່ອອກໄປໃນທາງທໍລະມານສັດ.

ຫຼັງຈາກທີ່ຄລິບວິດີໂອໄດ້ຖືກເຜີຍແຜ່ອອກມາໃນໂລກອິນເຕີເນັດ ກໍໄດ້ມີສຽງຕຳໜິ, ວິພາກວິຈານ ແລະ ບໍ່ເຫັນດີກັບການກະທຳຂອງລາວທີ່ເຮັດແບບນັ້ນ. ໂດຍທີ່ວີດິໂອນັ້ນຖືກຖ່າຍ ແລະ ອັບໂຫຼດລົງໃນ Snap Chat ຂອງນ້ອງຊາຍລາວເອງ ໃນຕອນບ່າຍຂອງວັນອາທິດທີ່ຜ່ານມາ.

ໂດຍຄລິບທຳອິດ ລາວໄດ້ມີການຈັບແມວ ທີ່ເປັນສັດລ້ຽງຂອງລາວເອງ ມາໃນຫ້ອງຄົວ ແລ້ວໂຍນລົງພື້ນພ້ອມມີການໃຊ້ຂາເຕະໄປທີ່ແມວ ໃນລັກສະນະແບບຢອກໆ.

ຄລິບທີສອງມາກໍໄດ້ມີການພະຍາຍາມດຶກເກີບໃສ່ແມວ ແລະ ພະຍາຍາມໄລ່ຕ້ອນແມວ ທີ່ກຳລັງໜີ.

ແລະຄລິບສຸດທ້າຍຍັງເຜີຍໃຫ້ເຫັນວ່າ ກອງຫຼັງຊາວຝຣັ່ງຄົນນີ້ ໄດ້ມີການໃຊ້ມືຕົບໄປທີ່ຫົວຂອງແມວຢ່າງແຮງ ໃນຂະນະທີ່ນ້ອງຊາຍຂອງລາວອີກຄົນໜຶ່ງກຳລັງອຸ້ມແມວຂຶ້ນມາ ຈົນເຮັດໃຫ້ມັນຕົກລົງຈາກມືຂອງນ້ອງຊາຍລາວ.

ທັງສາມວິດີໂອທີ່ກ່າວມາແມ່ນຈະມີສຽງຫົວຂອງຄົນຖ່າຍ ແລະ ຕົວຂອງ Zouma ເອງ ຕະຫຼອດທັງຄລິບ.

ຈາກເຫດການນີ້ Kurt Zouma ໄດ້ອອກມາຂໍໂທດຕໍ່ສັງຄົມວ່າ: “ຂ້ອຍຂໍສະແດງຄວາມເສຍໃຈຢ່າງເລິກເຊິ່ງ ຕໍ່ທຸກຄົນທີ່ເສຍໃຈ ກັບເຫດການທີ່ເກີດຂຶ້ນ ແລະ ຂໍຮັບປະກັນວ່າ ແມວທັງສອງໂຕຂອງພວກເຮົາຍັງມີ ສຸຂະພາບ ແລະ ຮ່າງກາຍທີ່ແຂງແຮງດີ. ພວກເຂົາທັງສອງຍັງເປັນທີ່ຮັກແພງ ຂອງຄອບຄົວພວກເຮົາສະເໝີ ແລະ ຈະບໍ່ໃຫ້ເຫດການແບບນີ້ເກີດຂຶ້້ນອີກ.

ກ່ຽວກັບເຫດການທີ່ເກີດຂຶ້ນນີ້ West ham United ສະໂມສອນຕົ້ນສັງກັດຂອງ Kurt Zouma ໄດ້ອອກມາຖະແຫຼງການວ່າ: ທາງສະໂມສອນ West ham United ຂໍກ່າວປະນາມເຖິງການກະທຳຂອງ Kurt Zouma ທີ່ຢູ່ໃນ ວີດີໂອທີ່ຖືກເຜີຍແຜ່ອອກໄປນັ້ນ. ພວກເຮົາໄດ້ມີການໂອ້ລົມກັບນັກເຕະ ກ່ຽວກັບບັນຫາທີ່ເກີດຂຶ້ນ ແລະ ຈະຈັດການກັນພາຍໃນສະໂມສອນພວກເຮົາ. ສຸດທ້າຍນີ້ພວກເຮົາຂໍເວົ້າຢ່າງຊັດເຈນວ່າ ພວກເຮົາຈະບໍ່ໃຫ້ອະໄພທຸກຄວາມຮຸນແຮງ ແລະ ຄວາມໂຫດຮ້າຍກັບສັດເດັດຂາດ”.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/