ນັກວິສະວະກອນເຄມີ ພັດທະນາວັດສະດຸທີ່ເບົາບາງຄ້າຍຄືພລາສຕິກ ແຕ່ແຂງແກ່ນຄືເຫຼັກ ໄດ້ສຳເລັດ!


ປົກກະຕິແລ້ວເມື່ອເວົ້າເຖິງການກໍ່ສ້າງຕຶກ, ທີ່ພັກ, ເຮືອນຊານ… ສິ່ງທີ່ເປັນໂຄງສ້າງຫຼັກຂອງອາຄານເຫຼົ່ານັ້ນກໍໜ້າຈະແມ່ນເຫຼັກທີ່ຫຼາຍຄົນຄິດຫາ. ແຕ່ເມື່ອບໍ່ດົນມານີ້ ນັກວິສະວະກອນເຄມີຈາກມະຫາວິທະຍາໄລຊື່ດັງລະດັບໂລກ ໄດ້ປະດິດວັດສະດຸທີ່ມີຊື່ວ່າ 2DPA-1 ໂດຍມີຄວາມເບົາບາງຄືກັນກັບພລາສຕິກ ແຕ່ແຂງແກ່ນປານເຫຼັກໄດ້ສຳເລັດ, ຈາກຄວາມສຳເລັດນີ້ອາດເຮັດໃຫ້ວັດສະດຸດັ່ງກ່າວການເປັນຕົວເລືອກໃນການກໍ່ສ້າງໃນອະນາຄົດກໍເປັນໄດ້.

Michael Strano ສາສະດາຈານດ້ານວິສະວະກຳເຄມີ ຈາກສະຖາບັນເທັກໂລຢີແມສຊາຊູເຊດ ຫຼື MIT (Massachusetts Institute of Technology) ມະຫາວິທະຍາໄລອັນດັບຕົ້ນໆຂອງໂລກ ໄດ້ເປີດເຜີຍວ່າ ທີມນັກວິໄຈຂອງເຂົາປະສົບຜົນສຳເລັດໃນການສ້າງວັດສະດຸທີ່ມີຊື່ວ່າ ‘2DPA-1’ ໂດຍເປັນວັດສະດຸທີ່ມີນ້ຳໜັກເບົາຄ້າຍຄືພລາສຕິກ ແຕ່ກໍແຂງແກ່ນໃນເວລາດຽວກັນ ເຊິ່ງຄວາມລັບຂອງຄວາມສຳເລັດໃນຄັ້ງນີ້ຄື ‘ໂພລີເມີ 2 ມິຕິ’ ຫຼື ພລາສຕິກໂພລີເມີ (Polymer).

ທີມວິໄຈກ່າວວ່າ ພວກເຂົາໄດ້ໃຊ້ເວລາສຶກສາການສ້າງວັດສະດຸທີ່ມີຄຸນສົມບັດພິເສດນີ້ມາດົນນານກວ່າ 10 ປີແລ້ວ ໂດຍໃນໄລຍະທຳອິດນັ້ນຄວາມຄິດທີ່ຈະໃຊ້ໂພລີເມີ 2 ມິຕິນັ້ນເກືອບຈະເປັນໄປບໍ່ໄດ້ເລີຍ ແຕ່ຄວາມພະຍາຍາມກໍສຳເລັດໃນທີ່ສຸດ ແລະ ສາມາດສ້າງ 2DPA-1 ວັດສະດຸສຸດແຂ່ງແກ່ນນີ້ຂຶ້ນມາໄດ້.

2DPA-1 ນັ້ນບໍ່ພຽງແຕ່ມີນໍ້າໜັກເບົາ ແຕ່ມັນຍັງທົນຕໍ່ການເສຍຮູບຊົງຫຼາຍກວ່າແວ່ນກັນກະສຸນເຖິງ 4-6 ເທົ່າ. ນອກຈາກນີ້ຍັງແຕກຫັກຍາກກວ່າເຫຼັກເຖິງ 2 ເທົ່າ ເຖິງແມ່ນວ່າຈະມີຄວາມໜາແໜ້ນນ້ອຍກວ່າ 1 ໃນ 6 ເຊິ່ງນີ້ເຮັດໃຫ້ມັນສາມາດຜະລິດໄດ້ງ່າຍກວ່າ ແລະ ຈຳນວນຫຼາຍກວ່າ. ໂດຍຄາດວ່າວັດສະດຸດັ່ງກ່າວຈະເປັນປະໂຫຍດກັບອຸດສາະຫະກຳຕ່າງໆ ທີ່ເຄີຍໃຊ້ເຫຼັກເປັນໂຄງສ້າງຫຼັກກ່ອນໜ້ານີ້ ເຊັ່ນ: ອຸດສາຫະກຳລົດໃຫຍ່ ຫຼື ສິ່ງກໍ່ສ້າງ ເປັນຕົ້ນ.

ງານວິໄຈນີ້ໄດ້ຮັບການຕີພິມໃນ Nature ເຊິ່ງເປັນໜຶ່ງໃນວາລະສານແລະເທັກໂນໂລຢີ ທີ່ມີຊື່ສຽງຊັ້ນນຳຂອງໂລກ ໂດຍ Michael ໄດ້ບອກວ່າລາວຮູ້ສຶກເຫຼືອເຊື່ອກັບຄວາມສຳເລັດໃນຄັ້ງນີ້ຫຼາຍ “ຕາມປົກກະຕິແລ້ວ ໜ້າຈະບໍ່ມີໃຜຄິດຈະເອົາພລາສຕິກມາສ້າງອາຄານ ແຕ່ດ້ວຍວັດສະດຸຊະນິດໃໝ່ນີ້ ຈະເຮັດໃຫ້ມັນເປັນຈິງໃຫ້ໄດ້” Michael ໄດ້ກ່າວ.

ແຕ່ເຖິງຢ່າງນັ້ນ ຫຼັງຈາກນີ້ເຮົາກໍຕ້ອງມາຖ້າເບິ່ງວ່າວັດສະດຸທີ່ມີຊື່ວ່າ 2DPA-1 ຈະມາປະຕິວັດອຸດສາຫະກໍາເຫຼັກໄດ້ຫຼືບໍ່? ແລະ ຖ້າຫາກນຳມາໃຊ້ປະໂຫຍດໄດ້ແທ້ ມັນກໍອາດເປັນເລື່ອງທີ່ດີ ເພາະມັນຈະກາຍເປັນອົງປະກອບຫຼັກແທນໂຄງສ້າງຫຼາຍໆຢ່າງທີ່ເຄີຍໃຊ້ເຫຼັກໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/