ການເຮັດຄອນເທັນອອນລາຍໃນປັດຈຸບັນນີ້ ພຽງແຕ່ມີບົດຄວາມ ແລະ ຮູບພາບອາດຈະຍັງບໍ່ພໍ ເພາະເນື້ອຫາບາງປະເພດຕ້ອງໄດ້ອາໄສເນື້ອຫາທາງວິດີໂອທີ່ສາມາດເລົ່າເລື່ອງລາວຂອງພາບທີ່ສາມາດເຄື່ອນໄຫວ ແລະ ປະກອບໄປດ້ວຍສຽງຕ່າງໆ ເຊິ່ງຈະເຮັດໃຫ້ຄອນເທັນຂອງເຮົາຊັດເຈນຂຶ້ນ. ສະນັ້ນ, ໂປຣແກຣມຕັດຕໍ່ວິດີໂອຈຶ່ງສາມາດຊ່ວຍໃຫ້ເຮົາສາມາດຮຽງລຳດັບພາບ ແລະ ສຽງ ໃຫ້ເດີນໄປຕາມໂຄງເລື່ອງທີ່ເຮົາຕ້ອງການໄດ້.
ໂປຣແກຣມຕັດຕໍ່ວິດີໂອແມ່ນມີໃຫ້ເລືອກໃຊ້ຢ່າງຫຼາກຫຼາຍໃນປັດຈຸບັນ ຕັ້ງແຕ່ລະດັບພື້ນຖານ ຈົນໄປຮອດ ລະດັບມືອາຊີບທີ່ສາມາດເອົາໄປທຳມາຫາກິນໄດ້ ເຊິ່ງແຕ່ລະໂປຣແກຣມກໍມີຈຸດເດັ່ນທີ່ແຕກຕ່າງກັນ. ແຕ່ສຳລັບຜູ້ທີ່ເລີ່ມຕົ້ນທີ່ຕ້ອງການໃຊ້ງານແບບພື້ນຖານ ກໍສາມາດດາວໂຫຼດໂປຣແກຣມຕັດຕໍ່ວິດີໂອມາໄດ້ຟຣີໆ ທັງໃນຄອມພິວເຕີ ແລະ ມືຖືໄດ້ແບບງ່າຍໆ ໂດຍເລີ່ມຈາກ 5 ໂປຣແກຣມດັ່ງຕໍ່ໄປນີ້:
- KineMaster Video Editor
ໂປຣແກຣມຕັດຕໍ່ວິດີໂອຟຣີ ໃນມືຖືສຳລັບມືໃໝ່ ທີ່ໄດ້ຮັບຄວາມນິຍົມແຜ່ຫຼາຍ ສາມາດດາວໂຫຼດໄດ້ຟຣີ ທັງໃນລະບົບ iOS ແລະ Android ໂດຍສາມາດຊື້ໃນເວີຊັນທີ່ບໍ່ມີລາຍນ້ຳມາໃຊ້ເພີ່ມໄດ້ເຊັ່ນດຽວກັນ ຈຸດເດັ່ນຂອງໂປຣແກຣມນີ້ແມ່ນຢູ່ໃນການໃຊ້ງານທີ່ເຂົ້າໃຈໄດ້ງ່າຍ ພ້ອມກັບມີເທັກນິກການເຄື່ອນໄຫວພາບ, ສຽງ, ໂຕອັກສອນ, ເອັບເຟັກຕ່າງໆ.

- VivaCut
ສຳລັບໃຜທີ່ມັກນຳໃຊ້ໂທລະສັບ ຫຼື ມືຖືໃນການຕັດຕໍ່ຄິບວິດີໂອ ຫຼື ນຳເອົາຮູບພາບມາເຮັດເປັນສະໄລ້ ພ້ອມກັບໃສ່ສຽງເພງປະກອບ ຈະຕ້ອງຮູ້ຈັກໂປຣແກຣມນີ້ແນ່ນອນ ເພາະສາມາດດາວໂຫຼດມາໃຊ້ໄດ້ຟຣີ ແຖມມີເອັບເຟັກໃຫ້ເລືອກຫຼາຍ ໂດຍສະເພາະຫາກຈະເຮັດວິດີໂອສຳລັບໂພສລົງສື່ອອນລາຍ ໃນແອັບພິເຄຊັນແບບ Instagram ຫຼື TikTok ໂປຣແກຣມນີ້ຖືວ່າຕອບໂຈດເປັນຢ່າງສູງ ແລະ ຖ້າບໍ່ຢາກໃຫ້ມີໂຄສະນາມາລົບກວນ ກໍສາມາດຊື້ເວີຊັນເຕັມໆໄດ້ເຊັ່ນກັນ.

- InShot
ສຳລັບຜູ້ທີ່ບໍ່ເຄີຍມີປະສົບການ ໃນການຕັດຕໍ່ວິດີໂອມາກ່ອນ ແມ່ນແນະນຳເລີ່ມຕົ້ນເຝິກໃຊ້ໂປຣແກຣມນີ້ເລີຍ ຖືເປັນການເຝິກຝົນຜ່ານແອັບພິເຄຊັນທີ່ບໍ່ຊັບຊ້ອນ, ໃຊ້ງານງ່າຍ ແລະ ນອກຈາກຈະສາມາດຕັດຕໍ່ວິດີໂອດ້ວຍການນຳວິດີໂອຕ່າງໆມາຮຽງຕໍ່ກັນແລ້ວ ຍັງສາມາດແຕ່ງພາບ ແລະ ເຮັດຫຼາຍໆຢ່າງໄດ້ອີກດ້ວຍ. ແນວໃດກໍຕາມ, ໂປຣແກຣມນີ້ກໍຍັງເໝາະສົມກັບມືໃໝ່ທີ່ຕ້ອງການຈະເຝິກຕົນເອງ ແຕ່ບໍ່ເໝາະກັບຜູ້ທີ່ຕ້ອງການໃຊ້ໄຟລ໌ວິດີໂອທີ່ໜັກ ແລະ ມີຄວາມຄົມຊັດສູງໆ.

- iMovie
ໂປຣແກຣມຕັດຕໍ່ວິດີໂອຂວັນໃຈຂອງຜູ້ໃຊ້ macOS ຫຼື ຮູ້ກັນດີໃນຊື່ ແມັກບຸກ (MacBook) ຄອມພິວເຕີພົກພາຂອງຄ້າຍ Apple ເພາະເປັນໂປຣແກຣມພື້ນຖານທີ່ໃຊ້ງານງ່າຍ, ມີຟັງຊັ່ນຄົບເຄື່ອງສຳລັບການເຮັດວຽກດ້ານຕັດຕໍ່ວິດີໂອ ບໍ່ວ່າຈະເປັນເທັມເພລດ (Template) ທີ່ມີໃຫ້ເລືອກຫຼາກຫຼາຍ ພ້ອມກັບການປ່ຽນພາບທີ່ສາມາດຕົກແຕ່ງ ແລະ ໃສ່ສິ່ງທີ່ໜ້າສົນໃຈຫຼາຍແບບລົງພາບ, ວິດີໂອ ແລະ ເພງໄດ້. ນອກຈາກນັ້ນ, ຍັງສາມາດເຊື່ອມຕໍ່ກັນກັບອຸປະກອນອື່ນໆ ຂອງ Apple ໄດ້ສະດວກອີກດ້ວຍ.

- Adobe Premiere Pro
ໂປຣແກຣມທີ່ເປັນທີ່ນິຍົມໃນການຕັດຕໍ່ວິດີໂອໃນຄອມພິວເຕີ ມາພ້ອມກັບການຕັດຕໍ່ຄືກັບມືອາຊີບ ແຕ່ໃຊ້ງານງ່າຍ ດ້ວຍຮູບແບບທີ່ສະບາຍຕາບໍ່ຊັບຊ້ອນ, ຟັງຊັ່ນຄົບເຄື່ອງ, ຮອງຮັບວິດີໂອທີ່ຄົມຊັດ ມີຄວາມລະອຽດສູງໄດ້ ພ້ອມກັບ ສາມາດປັບເພີ່ມລະດັບຄວາມເບົາ-ດັງຂອງສຽງວິດີໂອໄດ້ແບບລ່ຽນໄຫຼ ຫຼື ຈະໃສ່ຊັບ (ຄຳປະກອບ) ໃນວິດີໂອໄດ້ຢ່າງຫຼາກຫຼາຍ ສຳລັບເຟຣມກໍສາມາດເຮັດໄດ້ເຊັ່ນກັນ ແລະ ເມື່ອຕັດຕໍ່ສຳເລັດ ກໍຍັງສາມາດບັນທຶກໄຟລ໌ເປັນຮູບແບບຕ່າງໆໄດ້ຕາມໃຈ ຕາມແຕ່ລະສະຖານະການໄດ້ອີກດ້ວຍ.

ຂອບໃຈທີ່ມາ: https://bit.ly/36sl4b2
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/