ລ້ຽງປາເປັນສິນຄ້າ ສ້າງລາຍຮັບໄດ້ດີໃຫ້ຄອບຄົວ ແລະ ສາມາດກຸ້ມຢູ່ກຸ້ມກິນບໍ່ມີໜີ້ສິນ


ປະຊາຊົນບາງເມືອງ ໃນແຂວງຫົວພັນ ປັດຈຸບັນໄດ້ປັບປ່ຽນມາເຮັດອາຊີບກະສິກຳຫຼາຍພໍສົມຄວນ ແລະ ເປັນການດີທີ່ແນວທາງກົງກັບທາງພັກ-ລັດ, ຫຼາຍຄອບຄົວກໍໄດ້ສຸມໃສ່ວຽກງານກະສິກຳເປັນຫຼັກ, ປູກຜັກ-ລ້ຽງສັດ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ພົ້ນຄວາມທຸກຍາກໄປເທື່ອລະຂັ້ນ.

ຄອບຄົວຂອງ ທ່ານ ວົງພັນ ສຸກປະເສີດ ກໍເປັນຄອບຄົວໜຶ່ງທີ່ນອນຢູ່ໃນບ້ານໂພນຊາຍ ເມືອງສົບເບົາ ແຂວງຫົວພັນ ເຊິ່ງທາງຄອບຄົວໄດ້ຍຶດຖືເອົາອາຊີບກະສິກຳລ້ຽງປາເປັນສິນຄ້າ ແຮງງານກໍອາໄສຄົນໃນຄອບຄົວພຽງ 2 ຄົນ ເທົ່ານັ້ນ. ລາຍໄດ້ແຕ່ກ່ອນຂອງທາງຄອບຄົວແມ່ນມາຈາກການເຮັດນາປູກເຂົ້າ ແລະ ຂາຍເຄື່ອງຍ່ອຍ ເຮັດໃຫ້ລາຍໄດ້ບໍ່ຄົງທີ່, ການເປັນຢູ່ໃນຄອບຄົວກໍຍັງພົບຄວາມຂາດເຂີນໄປບາງສ່ວນ.

ຈາກນັ້ນ ຈຶ່ງໄດ້ຕັດສິນໃຈລ້ຽງປາ ໂດຍສ່ວນຕົວກໍມັກລ້ຽງປາ ຈຶ່ງເຮັດໃຫ້ວຽກງານສຳເລັດໄປດ້ວຍດີ. ໃນປີ 2019 ກໍໄດ້ຈົກໜອງອ້ອມຂ້າງໜອງເກົ່າຂຶ້ນ ເພື່ອຂະຫຍາຍເນື້ອທີ່ໃຫ້ກວ້າງອອກ. ໃນການນຳເອົາປາມາລ້ຽງແມ່ນນຳເຂົ້າຈາກປະເທດຫວຽດນາມ ງົບປະມານການລົງທຶນຈຳນວນ 60 ກວ່າລ້ານກີບ.

ໃນການລ້ຽງ ແລະ ບົວລະບັດຮັກສາກໍບໍ່ຫຍຸ້ງຍາກເທົ່າທີ່ຄວນ ພຽງແຕ່ດຸໝັ່ນຂະພຽນປ່ຽນນ້ຳຢູ່ເລື້ອຍໆ ແລະ ໃຫ້ສະໝ່ຳສະເໝີ ທີ່ສຳຄັນແມ່ນຕ້ອງໃຫ້ນ້ຳສະອາດ ພາຍໃນ 2-3 ເດືອນ ກໍສາມາດເອົາອອກໄປຈຳໜ່າຍສູ່ຕະຫຼາດໄດ້.

ລົງທຶນ 60 ລ້ານກີບ, ນຳອອກຂາຍ ແລະ ຫັກຕົ້ນທຶນອອກຍັງມີກຳໄລ 20 ລ້ານກີບ, ປີຜ່ານມາປ່ອຍປາ 30 ພັນໂຕ ລວມທຶນທັງໝົດ 68 ລ້ານກວ່າກີບ ຂາຍໄດ້ກຳໄລ 45 ລ້ານກີບ. ເຖິງຈະໄດ້ກຳໄລເທົ່ານີ້ ແຕ່ກໍສາມາດເຮັດໃຫ້ຄອບຄົວພົ້ນຈາກຄວາມທຸກຍາກ ແລະ ສ້າງລາຍໄດ້ໃຫ້ແກ່ຄອບຄົວ ພາຄອບຄົວໃຊ້ຊີວິດແບບກຸ້ມຕົນເອງ ແລະ ໃນແຕ່ລະປີສະເລ່ຍລາຍໄດ້ເຖິງ 60 ກວ່າລ້ານກີບ. ນອກຈາກນີ້ ທາງຄອບຄົວຍັງໄດ້ລ້ຽງສັດປີກ ແລະ ຂາຍເຄື່ອງຍ່ອຍອີກດ້ວຍ.

ຂອບໃຈຂໍ້ມູນຈາກ: https://bit.ly/3xxgS5E

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/