ນັກວິໄຈພົບວ່າ ຈຸລິນຊີໃນກະເພາະຂອງງົວສາມາດຍ່ອຍສະຫຼາຍພລາສຕິກໄດ້!!!


ນັກວິໄຈຈາກມະຫາວິທະຍາໄລ Natural Resources and Life Sciences (BOKU) ແລະ University of Innsbruck ໄດ້ພົບວ່າ ພລາສຕິກທົ່ວໄປສາມາດຍ່ອຍສະຫຼາຍໄດ້ ເມື່ອເຂົ້າໄປຢູ່ໃນກະເພາະຂອງງົວ ຫຼື ຣູເມນ ເຊິ່ງເປັນສ່ວນທີ່ຄົນລາວເຮົານິຍົມກິນ ມັກເອີ້ນຕິດປາກວ່າ ຢໍ່ ຫຼື ຜ້າຂີ້ລິ້ວ…ນັ້ນເອງ.

ຈຸລິນຊີ ແລະ ເອນໄຊມ໌ທີ່ຢູ່ໃນຣູເມນສາມາດຍ່ອຍພລາສຕິກໄດ້, ຜົນການວິໄຈດັ່ງກ່າວ ຖືກຕີພິມລົງໃນວາລະສານ Frontiers ໃນວັນທີ 2 ກໍລະກົດທີ່ຜ່ານມາ ເຊິ່ງພວກເຂົາໄດ້ເອົາຂອງແຫຼວຈາກໃນຣູເມນຂອງງົວຈາກໂຮງຂ້າສັດ ແລະ ຈຸລິນຊີໃນນັ້ນມາທົດລອງກັບພລາສຕິກ PET, PBAT ແລະ PEF ໃນຮູບແບບຂອງຟີມໃສ ແລະ ແປ້ງ, ພົບວ່າມັນສາມາດຍ່ອຍສະຫຼາຍພລາສຕິກໄດ້ພາຍໃນ 2-3 ຊົ່ວໂມງ ແລະ ສາມາດຍ່ອຍສະຫຼາຍໄດ້ໝົດຖ້າປະໄວ້ດົນພໍ ເຊິ່ງພລາສຕິກແບບຟີມຈະຍ່ອຍສະຫຼາຍຊ້າກວ່າແປ້ງ.

ອາຈານ Georg Gübitz ຈາກ BOKU ກ່າວວ່າ ຍັງຕ້ອງໄດ້ສຶກສາຕໍ່ໄປວ່າຈຸລິນຊີໃດທີ່ເຮັດໜ້າທີ່ຍ່ອຍສະຫຼາຍພລາສຕິກເຫຼົ່ານີ້ ເຊິ່ງໃນຣູເມນມີເປັນພັນໂຕ ແລະ ຍັງຕ້ອງຫາວ່າຈຸລິນຊີເຫຼົ່ານີ້ຜະລິດເອນໄຊມ໌ອັນໃດອອກມາແດ່ ແລະ ຈະນຳໄປຕໍ່ຍອດການທົດລອງຕໍ່ ເພື່ອໄປປັບໃຊ້ເຂົ້າໃນວຽກງານທາງວິທະຍາສາດ ແລະ ອະນຸລັກສິ່ງແວດລ້ອມໃນອະນາຄົດ. ເຖິງຢ່າງໃດກໍຕາມ ກໍບໍ່ໄດ້ແປວ່າງົວສາມາດກິນພລາສຕິກເຂົ້າໄປໄດ້ ມັນຍັງເປັນອັນຕະລາຍຕໍ່ງົວຢູ່ ຖ້າໄດ້ຮັບໃນປະລິມານທີ່ຫຼາຍເກີນໄປ.

ຂອບໃຈຂໍ້ມູນຈາກ:

https://cutt.ly/umQNy83

https://cutt.ly/KmQNa54

https://www.freechoiceminerals.com/The-Rumen

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/