5 ໂປຣແກຣມຕັດຕໍ່ວິດີໂອແບບງ່າຍດາຍ ທັງໃນຄອມ ແລະ ມືຖື


ການເຮັດຄອນເທັນອອນລາຍໃນປັດຈຸບັນນີ້ ພຽງແຕ່ມີບົດຄວາມ ແລະ ຮູບພາບອາດຈະຍັງບໍ່ພໍ ເພາະເນື້ອຫາບາງປະເພດຕ້ອງໄດ້ອາໄສເນື້ອຫາທາງວິດີໂອທີ່ສາມາດເລົ່າເລື່ອງລາວຂອງພາບທີ່ສາມາດເຄື່ອນໄຫວ ແລະ ປະກອບໄປດ້ວຍສຽງຕ່າງໆ ເຊິ່ງຈະເຮັດໃຫ້ຄອນເທັນຂອງເຮົາຊັດເຈນຂຶ້ນ. ສະນັ້ນ, ໂປຣແກຣມຕັດຕໍ່ວິດີໂອຈຶ່ງສາມາດຊ່ວຍໃຫ້ເຮົາສາມາດຮຽງລຳດັບພາບ ແລະ ສຽງ ໃຫ້ເດີນໄປຕາມໂຄງເລື່ອງທີ່ເຮົາຕ້ອງການໄດ້.

ໂປຣແກຣມຕັດຕໍ່ວິດີໂອແມ່ນມີໃຫ້ເລືອກໃຊ້ຢ່າງຫຼາກຫຼາຍໃນປັດຈຸບັນ ຕັ້ງແຕ່ລະດັບພື້ນຖານ ຈົນໄປຮອດ ລະດັບມືອາຊີບທີ່ສາມາດເອົາໄປທຳມາຫາກິນໄດ້ ເຊິ່ງແຕ່ລະໂປຣແກຣມກໍມີຈຸດເດັ່ນທີ່ແຕກຕ່າງກັນ. ແຕ່ສຳລັບຜູ້ທີ່ເລີ່ມຕົ້ນທີ່ຕ້ອງການໃຊ້ງານແບບພື້ນຖານ ກໍສາມາດດາວໂຫຼດໂປຣແກຣມຕັດຕໍ່ວິດີໂອມາໄດ້ຟຣີໆ ທັງໃນຄອມພິວເຕີ ແລະ ມືຖືໄດ້ແບບງ່າຍໆ ໂດຍເລີ່ມຈາກ 5 ໂປຣແກຣມດັ່ງຕໍ່ໄປນີ້:

  1. KineMaster Video Editor
    ໂປຣແກຣມຕັດຕໍ່ວິດີໂອຟຣີ ໃນມືຖືສຳລັບມືໃໝ່ ທີ່ໄດ້ຮັບຄວາມນິຍົມແຜ່ຫຼາຍ ສາມາດດາວໂຫຼດໄດ້ຟຣີ ທັງໃນລະບົບ iOS  ແລະ Android ໂດຍສາມາດຊື້ໃນເວີຊັນທີ່ບໍ່ມີລາຍນ້ຳມາໃຊ້ເພີ່ມໄດ້ເຊັ່ນດຽວກັນ ຈຸດເດັ່ນຂອງໂປຣແກຣມນີ້ແມ່ນຢູ່ໃນການໃຊ້ງານທີ່ເຂົ້າໃຈໄດ້ງ່າຍ ພ້ອມກັບມີເທັກນິກການເຄື່ອນໄຫວພາບ, ສຽງ, ໂຕອັກສອນ, ເອັບເຟັກຕ່າງໆ.
  1. VivaCut
    ສຳລັບໃຜທີ່ມັກນຳໃຊ້ໂທລະສັບ ຫຼື ມືຖືໃນການຕັດຕໍ່ຄິບວິດີໂອ ຫຼື ນຳເອົາຮູບພາບມາເຮັດເປັນສະໄລ້ ພ້ອມກັບໃສ່ສຽງເພງປະກອບ ຈະຕ້ອງຮູ້ຈັກໂປຣແກຣມນີ້ແນ່ນອນ ເພາະສາມາດດາວໂຫຼດມາໃຊ້ໄດ້ຟຣີ ແຖມມີເອັບເຟັກໃຫ້ເລືອກຫຼາຍ ໂດຍສະເພາະຫາກຈະເຮັດວິດີໂອສຳລັບໂພສລົງສື່ອອນລາຍ ໃນແອັບພິເຄຊັນແບບ Instagram ຫຼື TikTok ໂປຣແກຣມນີ້ຖືວ່າຕອບໂຈດເປັນຢ່າງສູງ ແລະ ຖ້າບໍ່ຢາກໃຫ້ມີໂຄສະນາມາລົບກວນ ກໍສາມາດຊື້ເວີຊັນເຕັມໆໄດ້ເຊັ່ນກັນ.
  1. InShot
    ສຳລັບຜູ້ທີ່ບໍ່ເຄີຍມີປະສົບການ ໃນການຕັດຕໍ່ວິດີໂອມາກ່ອນ ແມ່ນແນະນຳເລີ່ມຕົ້ນເຝິກໃຊ້ໂປຣແກຣມນີ້ເລີຍ ຖືເປັນການເຝິກຝົນຜ່ານແອັບພິເຄຊັນທີ່ບໍ່ຊັບຊ້ອນ, ໃຊ້ງານງ່າຍ ແລະ ນອກຈາກຈະສາມາດຕັດຕໍ່ວິດີໂອດ້ວຍການນຳວິດີໂອຕ່າງໆມາຮຽງຕໍ່ກັນແລ້ວ ຍັງສາມາດແຕ່ງພາບ ແລະ ເຮັດຫຼາຍໆຢ່າງໄດ້ອີກດ້ວຍ. ແນວໃດກໍຕາມ, ໂປຣແກຣມນີ້ກໍຍັງເໝາະສົມກັບມືໃໝ່ທີ່ຕ້ອງການຈະເຝິກຕົນເອງ ແຕ່ບໍ່ເໝາະກັບຜູ້ທີ່ຕ້ອງການໃຊ້ໄຟລ໌ວິດີໂອທີ່ໜັກ ແລະ ມີຄວາມຄົມຊັດສູງໆ.
  1. iMovie
    ໂປຣແກຣມຕັດຕໍ່ວິດີໂອຂວັນໃຈຂອງຜູ້ໃຊ້ macOS ຫຼື ຮູ້ກັນດີໃນຊື່ ແມັກບຸກ (MacBook) ຄອມພິວເຕີພົກພາຂອງຄ້າຍ Apple ເພາະເປັນໂປຣແກຣມພື້ນຖານທີ່ໃຊ້ງານງ່າຍ, ມີຟັງຊັ່ນຄົບເຄື່ອງສຳລັບການເຮັດວຽກດ້ານຕັດຕໍ່ວິດີໂອ ບໍ່ວ່າຈະເປັນເທັມເພລດ (Template) ທີ່ມີໃຫ້ເລືອກຫຼາກຫຼາຍ ພ້ອມກັບການປ່ຽນພາບທີ່ສາມາດຕົກແຕ່ງ ແລະ ໃສ່ສິ່ງທີ່ໜ້າສົນໃຈຫຼາຍແບບລົງພາບ, ວິດີໂອ ແລະ ເພງໄດ້. ນອກຈາກນັ້ນ, ຍັງສາມາດເຊື່ອມຕໍ່ກັນກັບອຸປະກອນອື່ນໆ ຂອງ  Apple ໄດ້ສະດວກອີກດ້ວຍ.
  1. Adobe Premiere Pro
    ໂປຣແກຣມທີ່ເປັນທີ່ນິຍົມໃນການຕັດຕໍ່ວິດີໂອໃນຄອມພິວເຕີ ມາພ້ອມກັບການຕັດຕໍ່ຄືກັບມືອາຊີບ ແຕ່ໃຊ້ງານງ່າຍ ດ້ວຍຮູບແບບທີ່ສະບາຍຕາບໍ່ຊັບຊ້ອນ, ຟັງຊັ່ນຄົບເຄື່ອງ, ຮອງຮັບວິດີໂອທີ່ຄົມຊັດ ມີຄວາມລະອຽດສູງໄດ້ ພ້ອມກັບ ສາມາດປັບເພີ່ມລະດັບຄວາມເບົາ-ດັງຂອງສຽງວິດີໂອໄດ້ແບບລ່ຽນໄຫຼ ຫຼື ຈະໃສ່ຊັບ (ຄຳປະກອບ) ໃນວິດີໂອໄດ້ຢ່າງຫຼາກຫຼາຍ ສຳລັບເຟຣມກໍສາມາດເຮັດໄດ້ເຊັ່ນກັນ ແລະ ເມື່ອຕັດຕໍ່ສຳເລັດ ກໍຍັງສາມາດບັນທຶກໄຟລ໌ເປັນຮູບແບບຕ່າງໆໄດ້ຕາມໃຈ ຕາມແຕ່ລະສະຖານະການໄດ້ອີກດ້ວຍ.

ຂອບໃຈທີ່ມາ: https://bit.ly/36sl4b2

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/