ໄຂ້ຍຸງລາຍ ໄພຮ້າຍທີ່ມັກມາໃນລະດູຝົນ


ໃນລະດູຝົນທີ່ກ້າວຜ່ານເຂົ້າມາໃນໄລຍະເດືອນກໍລະກົດນີ້ ບັນຫາໜຶ່ງທີ່ສຳຄັນດ້ານສຸຂະພາບກໍຄື: ໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ໂດຍສາເຫດມັກຈະເກີດຈາກຍຸງລາຍທີ່ມີເຊື້ອພະຍາດມາກັດ ຫາກບໍ່ໃຫ້ຄວາມໃສ່ໃຈ ກໍອາດຈະເປັນໄຂ້ໝົດເຮືອນ ຫຼື ຖ້າຮ້າຍແຮງກໍອາດຈະເຖິງຂັ້ນເສຍຊີວິດ ກໍເປັນໄປໄດ້. ສະນັ້ນ, ເຮົາມາຮູ້ຈັກກັບໄຂ້ເລືອດອອກກັນເທາະ.

ໄຂ້ເລືອດອອກເກີດຈາກຫຍັງ?
ໄຂ້ເລືອດອອກເກີດຈາກການຕິດເຊື້ອໄວຣັສຊະນິດໜຶ່ງ ທີ່ມີຍຸງລາຍເປັນພາຫະນຳເຊື້ອ ຫຼື ເວົ້າງ່າຍໆຄື ຍຸງລາຍຈະກັດຄົນທີ່ເປັນໄຂ້ເລືອດອອກກ່ອນແລ້ວຈຶ່ງໄປກັດຄົນທີ່ຢູ່ໃກ້ຄຽງເພື່ອຈະແຜ່ເຊື້ອໃຫ້ຄົນອື່ນໆຕໍ່ກັນເປັນຕ່ອງໂສ້.

ອາການຂອງໄຂ້ເລືອດອອກເປັນແນວໃດ?
– ມີໄຂ້ສູງ ຕິດຕໍ່ກັນປະມານ 3-7ມື້.
– ໜ້າແດງ, ວິນຫົວ, ບາງກໍລະນີ ປວດຕາ, ອິດເມື່ອຍ, ອ່ອນເພຍ ແລະ ອາດຈະມີຜື່ນແດງຕາມຕົນຕົວ.
– ເບື່ອອາຫານ, ອາຈຽນ, ເຈັບທ້ອງ.

ຖ້າມີອາການຮ້າຍແຮງ ຫຼັງຈາກມີໄຂ້ປະມານ 3-4ມື້ ໄຂ້ຈະລົດລົງ ແຕ່ອາການຮຸນແຮງຢ່າງວ່ອງໄວ ຜູ້ປ່ວຍອາດຈະຊັອກຈົນເສຍຊີວິດໄດ້ ຖ້າບໍ່ຮັບການຮັກສາຢ່າງທັນການ ໂດຍສັນຍານອັນຕະລາຍຈະສະແດງອອກເຊັ່ນ: ໄຂ້ລົດລົງໄວ, ອ່ອນເພຍ, ຕີນມືເຢັນ ແລະ ກ່ຳ, ເຫື່ອອອກ, ຫິວນ້ຳ, ອາຈຽນ ຫຼື ຂັບຖ່າຍເປັນເລືອດ.

ຂໍ້ມູນດູແລເບື້ອງຕົ້ນ
– ເພື່ອລົດໄຂ້ໃຫ້ຜູ້ປ່ວຍ ຄວນພະຍາຍາມເຊັດຮ່າງກາຍດ້ວຍນ້ຳອຸ່ນ ຫຼື ນ້ຳທີ່ມີອຸນຫະພູມທຳມະດາ ພ້ອມກັບ ດື່ມນ້ຳເປັນປະຈຳ ໂດຍສະເພາະ ນ້ຳເກືອແຮ່.
– ບໍ່ຄວນຫົ່ມຜ້າໜາໆ ເພາະຈະເຮັດໃຫ້ອຸນຫະພູມສູງຂຶ້ນ.

ສຳລັບວິທີປ້ອງກັນຍຸງລາຍ ທ່ານສາມາດປ້ອງກັນໄດ້ ພຽງແຕ່ປະຕິບັດຕາມມາດຕະການ 5ປ ຄື:

  1. ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງໄຂ່ໃສ່.
  2. ປ່ອຍປາເພື່ອໃຫ້ກິນໜອນນ້ຳ.
  3. ປ່ຽນນ້ຳໃນພາຊະນະຕ່າງໆເຊັ່ນ: ເຕົ້າດອກໄມ້, ຝາຮອງຕີນຕູ້, ຖ້ານຈອກນ້ຳ ແລະ ອື່ນໆ.
  4. ປັບປຸງອະນາໄມສິ່ງແວດລ້ອມອ້ອມຮືອນ ບໍ່ໃຫ້ມີປະໂປະກະປ໋ອງ ຫຼື ຢາງຕີນລົດເກົ່າທີ່ມີນ້ຳຂັງ.
  5.  ປະຕິບັດເປັນນິໄສເປັນປະຈຳທຸກໆອາທິດ.

ທີ່ມາ:
https://bit.ly/2TXYswz
https://bit.ly/3wxX4Oe

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/