ມາຮູ້ຈັກກັບ COVAX ໂຄງການທີ່ມອບວັກຊີນໃຫ້ແກ່ຫຼາຍໆປະເທດ


ໂຄແວັກ (COVAX) ແມ່ນເສົາຫຼັກຂອງແຜນງານການເຂົ້າເຖິງໂຄວິດ ສ້າງຂຶ້ນໃນເດືອນ ເມສາ ປີ 2020 ໂດຍມີ ອົງການອະນາໄມໂລກ (WHO), ຄະນະກຳມະການສະຫະພາບເອີຣົບ ແລະ ປະເທດຝຣັ່ງເປັນຜູ້ສ້າງຕັ້ງ, ເຊິ່ງໄດ້ຮັບການຮ່ວມມືໂດຍ ອົງການພັນທະມິດຮ່ວມມືດ້ານນະວັດຕະກຳເພື່ອຮັບມືກັບໂຣກລະບາດ (CEPI), ອົງການກາວີ (GAVI), ອົງການພັນທະມິດເພື່ອວັກຊີນ, ອົງການຢູນິເຊບ, ທະນາຄານໂລກ ແລະ ອົງການອື່ນໆ ເຊິ່ງເຮັດວຽກຮ່ວມກັນກັບ ຜູ້ຜະລິດວັກຊີນໃນປະເທດທີ່ພັດທະນາແລ້ວ ແລະ ກຳລັງພັດທະນາ. ນອກຈາກນັ້ນ, ໂຄງການນີ້ໄດ້ຈັດຕັ້ງຂຶ້ນເປັນໂຄງການລະດັບໂລກ ທີ່ມີການເຮັດວຽກຮ່ວມກັນກັບລັດຖະບານໃນແຕ່ລະປະເທດ ແລະ ຜູ້ຜະລິດວັກຊີນ ເພື່ອຮັບປະກັນໄດ້ວ່າ ວັກຊີນປ້ອງກັນພະຍາດ ໂຄວິດ-19 ຈະມີໄວ້ໃຫ້ທຸກປະເທດບໍ່ວ່າຈະເປັນປະເທດທີ່ມີລາຍຮັບສູງ ຫຼື ລາຍຮັບຕ່ຳກໍຕາມ.

ນອກຈາກນັ້ນ, ໂຄງການດັ່ງກ່າວ ຍັງສຸມໃສ່ການຄົ້ນຄວ້າ ແລະ ການພັດທະນາວັກຊີນປ້ອງກັນພະຍາດໂຄວິດ-19 ໂດຍການລົງບັນທຶກໃນການຄົ້ນຄວ້າວິທະຍາສາດ ຄຽງຄູ່ກັບບັນດາຜູ້ຜະລິດວັກຊີນອື່ນໆ ໂດຍມີເປົ້າໝາຍ ເພື່ອສະໜັບສະໜູນການພັດທະນາວັກຊີນໃຫ້ປອດໄພ ແລະ ມີປະສິດທິພາບ.

ໃນສະພາບສະຖານະການທີ່ບໍ່ແນ່ນອນນີ້ ບໍ່ມີໃຜຮູ້ວ່າ ວັກຊີນຊະນິດໃດຈະມີປະສິດທິພາບແນວໃດ ແລະ ຈະມອບໃຫ້ປະເທດໃຜເທົ່າໃດ, ແຕ່ ໂຄແວັກ ເປັນທາງເລືອກໃຫ້ປະເທດຕ່າງໆ ເພາະສາມາດນຳຊັບພະຍາກອນທີ່ມີຢູ່ມາລວມກັນເພື່ອເພີ່ມອຳນາດໃຫ້ແກ່ການຊື້ວັກຊີນຈາກຜູ້ຜະລິດ ແທນການຕໍ່ລອງກັບຜູ້ຜະລິດພຽງແຕ່ປະເທດໃດໜຶ່ງປະເທດດຽວ, ພ້ອມກັບເປັນຫຼັກປະກັນວ່າ ທຸກປະເທດທີ່ເຂົ້າຮ່ວມໂຄງການໂຄແວັກ ບໍ່ວ່າຈະຢູ່ໃນສະຖານະລາຍໄດ້ແນວໃດ ກໍສາມາດເຂົ້າເຖິງວັກຊີນໄດ້ຢ່າງເທົ່າທຽມ ແລະ ຍັງເປັນສູນກາງລະດົມຄວາມຮູ້, ຄວາມຊ່ຽວຊານທີ່ກ່ຽວກັບວັກຊີນມາໄວ້ບ່ອນດຽວອີກດ້ວຍ.

ທີ່ມາ:

https://uni.cf/2TMFQj7

https://bit.ly/3hYwV5U

ພາບ: UNICEF

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/