ຕຳຫຼວດຮ່ອງກົງ ຈັບຜູ້ຕ້ອງສົງໄສທີ່ກຽມຈະກໍ່ການຮ້າຍ


ເມື່ອວັນທີ 6 ກໍລະກົດ ທີ່ຜ່ານມາ ສຳນັກຂ່າວຕ່າງປະເທດລາຍງານວ່າ ຕຳຫຼວດຮ່ອງກົງໄດ້ຈັບກຸມຜູ້ຕ້ອງສົງໄສໄດ້ 9 ຄົນ ເປັນເພດຊາຍ 5 ຄົນ ແລະ ຍິງ 4 ຄົນ ເຊິ່ງມີອາຍຸປະມານ 15 – 39 ປີ. ຈຳນວນນີ້ ເປັນນັກຮຽນ ລະດັບມັດທະຍົມ 6 ຄົນ ນອກຈາກນັ້ນ, ຍັງມີເຈົ້າໜ້າທີ່ລະດັບຜູ້ຈັດການຂອງມະຫາວິທະຍາໄລ, ຄູໂຮງຮຽນມັດທະຍົມ ແລະ ຄົນວ່າງງານ ພ້ອມກັບສາມາດຍຶດສານເຄມີ ໄຕອະຊິໂຕຣນ, ໄຕຣເປີອອກໄຊ ແລະ ທີເອທີພີ ເຊິ່ງເປັນວັດຖຸລະເບີດອານຸພາບສູງ ໄດ້ຈາກຫ້ອງພັກຂອງໂຮງແຮມໃນບໍລິເວນໃຈກາງເມືອງ ພ້ອມກັບ ອາຍັດເງິນໃນທະນາຄານໄດ້ອີກ 6.000.000 ໂດລາຮ່ອງກົງ.

ເຈົ້າໜ້າທີ່ລະບຸວ່າ ກຸ່ມຄົນດັ່ງກ່າວເອີ້ນຕົນເອງວ່າ ກຸ່ມ ລີເທີນນິ້ງ ວາລຽນ (Returning Valiant) ເຊິ່ງຕັ້ງໃຈວາງແຜນຈະໂຈມຕີສະຖານທີ່ສາທາລະນະ ໂດຍມີທັງໃນອຸໂມງໃຕ້ທະເລທີ່ມີເສັ້ນທາງຫຼັກຂອງເມືອງທີ່ເຊື່ອມຝັ່ງຮ່ອງກົງ ແລະ ເກົາລູນ,​ ທາງລົດໄຟຟ້າ, ສານ ແລະ ຕາມຖັງຂີ້ເຫຍື້ອທົ່ວໄປ ເພື່ອສ້າງຄວາມເສຍຫາຍໃຫ້ໄດ້ຫຼາຍທີ່ສຸດ ດ້ວຍການໃຫ້ສະມາຊິກແຕ່ລະຄົນມີໜ້າທີ່ຂອງໃຜລາວຢ່າງຊັດເຈນ ມີທັງຝ່າຍຊອກທຶນເພື່ອກໍ່ເຫດ, ຝ່າຍຜະລິດລະເບີດ, ຝ່າຍສຳຫຼວດພື້ນທີ່ ແລະ ຝ່າຍວາງລະເບີດ ພ້ອມກັບມີການຊັກຊວນສະມາຊິກ ເຊິ່ງເປັນເດັກໄວໜຸ່ມທີ່ມີແຜນຈະເດີນທາງອອກຈາກຮ່ອງກົງໄປອາໄສຢູ່ຕ່າງປະເທດຢ່າງຖາວອນມາຮ່ວມຂະບວນການ.

ທີ່ມາ:
https://bit.ly/3qZm6EZ
https://bit.ly/3xAugGj

ພາບ: thairath

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/