ປ້າຍລົດເມຮັກໂລກ ເປັນບ່ອນພັກຂອງເຜິ້ງ ແລະ ຊ່ວຍດັກຈັບຝຸ່ນ


ເຜິ້ງຖືວ່າເປັນແມງໄມ້ທີ່ມີຄວາມສຳຄັນຕໍ່ລະບົບນິເວດ ມັນປຽບດັ່ງພະນັກງານຂອງທຳມະຊາດທີ່ມີໜ້າທີ່ປະສົມເກສອນດອກໄມ້ຕ່າງໆ ໃຫ້ພືດເຫຼົ່ານັ້ນເຕີບໃຫຍ່ແຜ່ພັນ ເພີ່ມຄວາມຫຼາກຫຼາຍໃຫ້ກັບລະບົບນິເວດ ເຊິ່ງໃນປັດຈຸບັນເຜິ້ງຖືກຄຸກຄາມຢ່າງໜ້າເປັນຫ່ວງ ທັງເລື່ອງການໃຊ້ສານເຄມີປາບສັດຕູພືດ ແລະ ການຕັດໄມ້ທຳລາຍປ່າ ເຮັດໃຫ້ຄົນເລີ່ມຫັນມາໃສ່ໃຈບັນຫາເຜິ້ງຫຼາຍຂຶ້ນ.

ເມືອງ Leicester ປະເທດອັງກິດ ເປັນໜຶ່ງໃນເມືອງທີ່ໃຫ້ຄວາມສຳຄັນຕໍ່ບັນຫາຂອງເຜິ້ງ ຈຶ່ງເກີດມີປ້າຍລົດເມທີ່ຫຼັງຄາເປັນທັງບ່ອນປູກດອກໄມ້ ແລະ ບ່ອນອາໄສຂອງເຜິ້ງ ແຖມຍັງເປັນບ່ອນພັກພິງໃຫ້ມະນຸດ ແລະ ຊ່ວຍດັກຈັບຝຸ່ນໄດ້ອີກດ້ວຍ.

ປ້າຍລົດເມດັ່ງກ່າວ ຖືກກະຈາຍໄປກວ່າ 30 ແຫ່ງໃນເມືອງ,​ ນອກຈາກເຜິ້ງແລ້ວຍັງມີແມງໄມ້ຕ່າງໆອີກຫຼາຍສາຍພັນທີ່ໃຊ້ພື້ນທີ່ດັ່ງກ່າວເປັນບ່ອນອາໄສ ແລະ ຂະຫຍາຍສາຍພັນ.

ຖືໄດ້ວ່າ ເປັນບ່ອນພັກພິງໃຫ້ທັງມະນຸດ ແລະ ແມງໄມ້ຢູ່ຮ່ວມກັນຢ່າງເປັນມິດ, ເປັນແນວຄິດທີ່ແປກໃໝ່ໃນການຮັກສາສິ່ງແວດລ້ອມໃນເມືອງ ຖ້າໃນອະນາຄົດຫຼາຍໆເມືອງນຳເອົາປ້າຍລົດເມໄປໝຸນໃຊ້ຄົງຈະດີບໍ່ໜ້ອຍເລີຍ.

ຂອບໃຈຂໍ້ມູນຈາກ:

https://cutt.ly/6mYopzf

https://cutt.ly/FmYosyY

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/