ສາເຫດທີ່ “ຍຸງ” ມັກບິນຕອມຫົວ ແລະ ສົ່ງສຽງດັງລົບກວນຢູ່ໃກ້ຫູຄົນ


ຫຼາຍໆຄົນອາດຈະເຄີຍເກີດຂໍ້ສົງໄສທີ່ວ່າເປັນຫຍັງ “ຍຸງ” ຄືມັກບິນມາຕອມທີ່ຫູຂອງເຮົາພ້ອມທັງສົ່ງສຽງດັງສ້າງຄວາມລຳຄານໃຫ້ເຮົາພ້ອມ.

ຂໍ້ສົງໄສດັ່ງກ່າວໄດ້ຖືກໄຂໂດຍ ທ່ານ Michael Riehle (ໄມເຄີລ ຣີລ) ອາຈານຈາກມະຫາວິທະຍາໄລອາຣິໂຊນາ ໄດ້ກ່າວວ່າ “ສຽງດັງຫຶ່ງໆ ທີ່ເຮົາໄດ້ຍິນຈາກຍຸງນັ້ນ ເປັນຜົນຂ້າງຄຽງຈາກການທີ່ຍຸງ ຕີປີກບິນດ້ວຍຄວາມໄວປະມານ 500 ເທື່ອຕໍ່ວິນາທີ ໂດຍມີຄວາມຖີ່ຢູ່ທີ່ 450-500Hz ແລະ ຜົນຂອງສຽງດັ່ງກ່າວກໍມີພຽງແຕ່ໄລຍະໃກ້ໆເທົ່ານັ້ນ ເຮົາຈຶ່ງມັກໄດ້ຍິນສຽງ ຫຶ່ງໆ ເວລາທີ່ຍຸງບິນເຂົ້າມາໃກ້”.

ສຽງຫຶ່ງໆນັ້ນ ແມ່ນມາຈາກຍຸງໂຕແມ່ ເນື່ອງຈາກຍຸງໂຕແມ່ ແລະ ໂຕຜູ້ນັ້ນມີກິດຈະກຳການໃຊ້ຊີວິດແຕກຕ່າງກັນໄປ ຂະນະທີ່ຍຸງໂຕຜູ້ມັກອອກໄປທ່ຽວຫຼິ້ນ ແລະ ກິນນ້ຳຫວານຂອງດອກໄມ້ ຍຸງໂຕແມ່ກໍຕ້ອງຫາເລືອດເພື່ອໃຊ້ໃນການຝັກໄຂ່.

ຍຸງໂຕແມ່ສາມາດຈັບອາຍ ຄາບອນໄດອອກໄຊ (CO2) ທີ່ມະນຸດຫາຍໃຈອອກມາໄດ້ຈາກໄລຍະໄກ ໂດຍກາສ CO2 ເປັນຕົວກະຕຸ້ນໃຫ້ຍຸງໂຕແມ່ເລີ່ມຊອກຫາຕົ້ນຕໍຄວາມເຂັ້ມຂອງກາສ CO2 ທີ່ເຫຍື່ອຂອງມັນ ຫຼື ມະນຸດ ປ່ອຍອອກມາ, ອາຈານ ໄມເຄິລ ໄດ້ກ່າວວ່າ: “ສາເຫດທີ່ຍຸງມັກບິນອ້ອມທີ່ຫົວຄົນເຮົາກໍເພາະເປັນບ່ອນທີ່ CO2 ຖືກປ່ອຍອອກມາຫຼາຍທີ່ສຸດນັ້ນເອງ”.

ຂໍຂອບໃຈຂໍ້ມູນຈາກ: https://bit.ly/3qYTfRf

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/