ງົດເຫຼົ້າເຂົ້າພັນສາ 3 ເດືອນ ຈະສົ່ງຜົນດີແນວໃດຕໍ່ເຮົາ ແລະ ສັງຄົມ?


ການງົດເຫຼົ້າບໍ່ຈຳເປັນຕ້ອງຖ້າມື້ເຂົ້າພັນສາ ກໍສາມາດເຮັດໃຫ້ສຸຂະພາບຮ່າງກາຍຂອງເຮົາແຂງແຮງ ຍິ່ງເປັນການດີຖ້າຫາກເຮົາສາມາດລົດປະລິມານດື່ມເຄື່ອງແອລກໍຮໍລົງ ເຊິ່ງສົ່ງຜົນດີຫຼາກຫຼາຍຢ່າງຕໍ່ເຮົາເອງ ແລະ ຄອບຄົວຂອງເຮົາ.

ໃນການງົດເຫຼົ້າສະເພາະວັນເຂົ້າພັນສາກໍມີຫຼາຍວິທີ ທີ່ຫຼາຍຄົນປະຕິບັດແລ້ວສົ່ງຜົນດີໃນຫຼາຍດ້ານ ແລະ ມີປະໂຫຍດເຊັ່ນ:

  1. ໄດ້ຮັກສາສຸຂະພາບ:
    ເຂົ້າພັນຖືວ່າເປັນມື້ສັນວັນດີສຳລັບຊາວພຸດລາວເຮົາ ແລະ ເປັນອີກປະເພນີໜຶ່ງ ທີ່ເຮັດໃຫ້ຄົນທີ່ມັກໃນການດື່ມເຫຼົ້າແຕ່ບໍ່ສາມາດຢຸດດື່ມໄດ້ ເມື່ອຮອດມື້ເຂົ້າພັນສາກໍຢຸດເຊົາດື່ມເຫຼົ້າໄດ້ຈົນຄົບໄລຍະເວລາ 3 ເດືອນ, ໄດ້ທັງສຸຂະພາບທີ່ດີ ໄດ້ທັງປ່ຽນແປງຕົນເອງ, ມີເວລາພັກກາຍ ແລະ ຈິດໃຈໃຫ້ໝັ້ນທ່ຽງຢູ່ສະເໝີ, ພັກຕັບ ພັກຟື້ນຮ່າງກາຍເສີມສ້າງເຊວຮ່າງກາຍໃໝ່ ແລະ ກຳຈັດສານພິດໃນຮ່າງກາຍອອກ.
  1. ໄດ້ຄວາມຮັກຈາກຄົນຮອບຂ້າງ:
    ຄົນຮອບຂ້າງທີ່ບາງຄັ້ງເຮົາອາດຈະປ່ອຍປະລະເລີຍເປັນບາງຄັ້ງຄາວ ໂດຍສະເພາະຄົນທີ່ເປັນຫ່ວງເປັນໃຍຕໍ່ເຮົາ ອາດຈະໄດ້ໃຊ້ຊີວິດຢູ່ຮ່ວມກັນໄດ້ຫຼາຍຂຶ້ນ, ສະແດງຄວາມຮູ້ສຶກທີ່ມີຕໍ່ຄົນຮອບຂ້າງໄດ້ດີກວ່າເມື່ອກ່ອນ ພ້ອມກັບເຊື່ອມຄວາມສຳພັນທີ່ດີຕໍ່ກັນໃຫ້ໝັ້ນຄົງຂຶ້ນອີກດ້ວຍ.
  1. ໄດ້ທ້ອນເງິນ:
    ແນ່ນອນເລີຍວ່າບາງຄັ້ງເຮົາອາດຈະເສຍຊັບສິນທີ່ມີຄ່າໄປຫຼາຍພໍສົມຄວນ ຖ້າຫາກເຮົາດື່ມແບບບໍ່ຮູ້ວິທີ ຈາກທີ່ດື່ມໄປແຕ່ລະວັນກໍກາຍເປັນສ້າງການສູນເສຍໄປເທື່ອລະໜ້ອຍໆຈົນກາຍເປັນຫຼາຍ (ສະເພາະຄົນທີ່ບໍ່ຮູ້ວິທີຈັດການຕົນເອງ ແລະ ຕິດຈົນເປັນຊີວິດຈິດໃຈ ຈົນບາງຄັ້ງສ້າງຄວາມສູນເສຍໃຫ້ທັງຕົນ ຈົນຮອດຄອບຄົວ). ຖ້າຫາກລົດລົງໃຫ້ໜ້ອຍແລະດື່ມແບບພໍດີ ກໍອາດຈະບໍ່ສົ່ງຜົນກະທົບທາງດ້ານການເງິນຂອງຕົນ ພ້ອມທັງໄດ້ເກັບຮັກສາຈຳນວນຊັບສິນຂອງຕົນໄວ້ໃຊ້ໃນທາງທີ່ຈຳເປັນນຳອີກ.
  1. ໄດ້ຄວາມປອດໄພ:
    ອຸບັດຕິເຫດສາມາດເກີດຂຶ້ນໄດ້ທຸກເມື່ອ ແຕ່ຖ້າຫາກເມົາຈາກການດື່ມສິ່ງຂອງມຶນເມົາ ອາດເຮັດໃຫ້ເຮົາມີເປີເຊັນຂາດສະຕິລະມັດລະວັງຕົວຂຶ້ນເປັນຫຼາຍເປີເຊັນ, ອາດຈະສົ່ງຜົນກະທົບໃຫ້ຜູ້ອື່ນ ແລະ ຄົນໃນຄອບຄົວຂອງຕົນ, ທີ່ສຳຄັນອາດເຮັດໃຫ້ເຮົາສູນເສຍບາງສິ່ງບາງຢ່າງໃນຕົວຂອງເຮົາເອງກໍເປັນໄດ້. ຖ້າຫາກດື່ມພໍປະມານ ແລະ ມີສະຕິຢູ່ສະເໝີ ອັນນັ້ນກໍວ່າໄປອີກເລື່ອງ ແຕ່ທີ່ສຳຄັນຖ້າຫາກລົດໄດ້ໃນໄລຍະ 3 ເດືອນຍິ່ງເປັນການດີທີ່ສຸດ. ຍິ່ງໄປກວ່ານັ້ນພາຍໃນ 3 ເດືອນອາດຈະຊ່ວຍລົດການເກີດອຸບັດຕິເຫດຕາມທ້ອງຖະໜົນກໍໄດ້.

ຂອບໃຈຂໍ້ມູນຈາກ: https://bit.ly/2SZuTKs

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/