ແຟນບານອັງກິດ ຮຽກຮ້ອງໃຫ້ວັນຈັນເປັນມື້ພັກວຽກ ເພື່ອທີ່ຈະສະເຫຼີມສະຫຼອງຫາກໄດ້ຮັບໄຊຊະນະ


ໃກ້ເຂົ້າມາແລ້ວກັບການແຂ່ງຂັນບານເຕະຊິງແຊ້ມຢູໂຣ 2020 ຫຼາຍຄົນກໍລຸ້ນກັນວ່າທີມຊາດໃດຈະເອົາແຊ້ມໄປຄອບຄອງ ແລະ ຍັງເປັນວັນສຳຄັນອີກວັນສຳລັບແຟນໆບານ ເຊິ່ງພາດບໍ່ໄດ້ເລີຍກັບນັດສຸດພິເສດ ໃນຄືນວັນທີ 11 ກໍລະກົດ 2021 ທີ່ຈະມາເຖິງນີ້.

ແຟນບານຂອງອັງກິດໄດ້ພ້ອມກັນອອກມາຮຽກຮ້ອງໃຫ້ວັນຈັນ ເຊິ່ງເປັນມື້ທີ່ຊິງແຊ້ມຢູໂຣ 2020 ຢາກໃຫ້ມື້ນັ້ນເປັນວັນພັກວຽກ ເນື່ອງຈາກວ່າມີຈຸດປະສົງຢາກພັກຜ່ອນຫຼັງຈາກທີ່ຈົບການແຂ່ງຂັນ ພ້ອມກັບມີປັດໄຈໃນການສະເຫຼີມສະຫຼອງຕື່ມອີກ.

ໃນປີນີ້ແຟນບານອັງກິດ ຖືໄດ້ວ່າຄາດຫວັງກັບນັດຊິງແຊ້ມເປັນທີ່ສຸດ ແລະ ຫວັງວ່າຈະຕ້ອງໄດ້ຮັບໄຊຊະນະ ພ້ອມກັບສະຫຼອງໃຫ້ກັບທີມຊາດອັງກິດ. ທີ່ຜ່ານມາ ກໍໄດ້ຕັ້ງກະທູ້ຕ່າງໆ ຮຽກຮ້ອງຢາກໃຫ້ວັນຈັນເປັນວັນພັກ ແລະ ໃຫ້ລັດຖະບານພິຈາລະນາໃນການຂໍຮ້ອງດັ່ງກ່າວ.

ຂອບໃຈຂໍ້ມູນຈາກ: https://bit.ly/36GEYzr

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/