ທຸກມື້ນີ້ ມືຖື ຫຼື ສະມາດໂຟນ ແມ່ນເປັນຫຼາຍກວ່າ ໂທລະສັບທຳມະດາ ທີ່ໃຊ້ພຽງແຕ່ຕິດຕໍ່ສື່ສານກັນເທົ່ານັ້ນ ເພາະເຮົາສາມາດເສບຂໍ້ມູນຂ່າວສານ, ສື່ບັນເທີງ, ເບິ່ງຮູບເງົາ, ຟັງເພງ, ຫຼິ້ນເກມ, ຖ່າຍຮູບ ແລະ ອື່ນໆອີກຫຼາກຫຼາຍ ໃນ ມືຖືໜ່ວຍດຽວ ຈົນສາມາດເວົ້າໄດ້ວ່າເປັນອີກອະໄວຍະວະໜຶ່ງຂອງມະນຸດໃນສະໄໝນີ້ເລີຍກໍວ່າໄດ້.
ແຕ່ການເບິ່ງໜ້າຈໍໃນມືຖືຫຼາຍຈົນເກີນໄປ ກໍອາດຈະສົ່ງຜົນເສຍທີ່ຕາມມາໄດ້ ບາງຄັ້ງຈົນຕ້ອງໄດ້ຮັບການຜ່າຕັດ ເພາະຕາເບິ່ງໜ້າຈໍຫຼາຍເກີນໄປ ຈົນເຮັດໃຫ້ກ້າມຊີ້ນບໍລີເວນຂອງຕາບໍ່ເເຂງແຮງ ແລະ ໜ່ວຍຕາອ່ອນເພຍໄດ້.
ແລະ ນີ້ແມ່ນ 5 ຜົນເສຍທີ່ຈະເກີດກັບສຸຂະພາບຖ້າຫາກທ່ານບໍ່ໃສ່ໃຈຕົນເອງ ໃນການເບິ່ງຈໍມືຖືຫຼາຍຈົນເກີນໄປ:
- ລົບກວນການນອນຫຼັບ
ແສງສີຟ້າຈາກມືຖື ເມື່ອກະທົບກັບໜ່ວຍຕາຂອງຄົນເຮົາຫຼາຍເກີນໄປ ຈະສົ່ງຜົນກະທົບໃນການຫຼັ່ງຮໍໂມນ “ເມລາໂທນິນ” ທີ່ຊ່ວຍໃນການນອນຫຼັບ ແລະ ອາດຈະເຮັດໃຫ້ຫງຸດຫງິດງ່າຍ.
- ປວດກ້າມຄໍ
ສ່ວນໃຫຍ່ແລ້ວ ເວລາຄົນເຮົາເບິ່ງໜ້າຈໍມືຖື ເພື່ອພິມຂໍ້ຄວາມ ຫຼື ອ່ານບາງສິ່ງບາງຢ່າງ ຄົນເຮົາມັກຈະກົ້ມ 60 ອົງສາ ເຊິ່ງເປັນທ່າທີ່ບໍ່ເໝາະສົມ ແລະ ຖ້າຫາກວ່າເຮັດແບບນັ້ນເປັນເວລາດົນ ກໍສາມາດເຮັດໃຫ້ປວດກ້າມຊີ້ນບໍລິເວນບ່າ ແລະ ຄໍໄດ້.

- ອິດເມື່ອຍ ແລະ ຫງຸດຫງິດງ່າຍ
ການໃຊ້ໂທລະສັບມືຖື, ຕອບຂໍ້ຄວາມ ຫຼື ເສບສື່ສັງຄົມອອນລາຍຢູ່ຕະຫຼອດເວລາ ຈະເຮັດໃຫ້ຄົນເຮົາເປັນຄົນທີ່ຢາກນຳໃຫ້ທັນທຸກຢ່າງຕະຫຼອດເວລາ ແລະ ເມື່ອບໍ່ໄດ້ດັ່ງໃຈໝາຍ ຫຼື ບໍ່ທັນໃຈ ກໍຈະມີອາຫານຫງຸດຫງິດ, ໂມໂຫ ແລະ ເມື່ອຍໄດ້ງ່າຍ.
- ສະມາທິສັ້ນ
ການຈ້ອງເບິ່ງແຕ່ໜ້າຈໍເພື່ອເສບສື່ຕ່າງໆຫຼາຍເກີນໄປ ຈະສົ່ງຜົນໃຫ້ສະມາທິສັ້ນລົງ ເພາະສະໝອງບໍ່ສາມາດຈົດຈໍ່ກັບສິ່ງໃດສິ່ງໜຶ່ງໄດ້ ແລະ ຍັງຕ້ອງເສຍສະມາທິກັບສຽງຂໍ້ຄວາມທີ່ຈະແຈ້ງເຕືອນຕອນທີ່ເຮົາກຳລັງເຮັດອັນໃດອັນໜຶ່ງຢ່າງຕັ້ງໃຈຈົນຂາດສະມາທິໄດ້.
- ວິນຫົວ ແລະ ນິ້ວລັອກ
ການໃຊ້ມືຖືເປັນເວລາດົນ ຈະເຮັດໃຫ້ຮ່າງກາຍຂອງຄົນເຮົາໄດ້ຮັບລັງສີ ຈາກຄື້ນໂທລະສັບທີ່ແຜ່ອອກມາຫຼາຍຂຶ້ນ ເຊິ່ງລັງສີດັ່ງກ່າວຈະສົ່ງຜົນຕໍ່ລະບົບປະສາດ ເຮັດໃຫ້ສາມາດວິນຫົວ ແລະ ປວດອາຈຽນໄດ້ໃນເວລາຕໍ່ມາ. ນອກຈາກນັ້ນ, ການໃຊ້ນິ້ວໃນການພິມຕົວໜັງສືໃນໜ້າຈໍຢ່າງຕໍ່ເນື່ອງເປັນເວລາດົນ ເຊິ່ງອາດຈະເກີດຂຶ້ນໄດ້ໃນເວລາຫຼິ້ນເກມ ຫຼື ພິມຂໍ້ຄວາມ ສົ່ງຜົນໃຫ້ນິ້ວລັອກ ຫຼື ເສັ້ນເອັນໃນມືລັອກ ແລະ ຊາໄດ້.
ທີ່ມາ: https://www.sanook.com/health/8741/
ພາບ: FreeDesignFil, Freepik
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/