ລັດຖະບານຈີນໄດ້ມີມາດຕະການທີ່ເຂັ້ມງວດຫຼາຍຕໍ່ລະບົບ Cryptocurrency ຫຼື ເງິນດິຈິຕອນ ຫຼັງຈາກກວດລ້າງການຂຸດເໝືອງ Bitcoin ໄປຫຼາຍກວ່າ 90% ແລະ ຍັງຄົງເດີນໜ້າອອກມາດຕະການຕ່າງໆເພື່ອຄວບຄຸມການໃຊ້ເງິນດິຈິຕອນ ເຊິ່ງເປັນການລົງທຶນທີ່ກຳລັງມາແຮງ ແລະ ມີມູນຄ່າສູງໃນຂະນະນີ້.
ທາງສະຖາບັນການເງິນທຸກປະເພດໃນຈີນຈຶ່ງໄດ້ອອກຄຳສັ່ງຫ້າມໃຊ້ເງິນດິຈິຕອນໃນການເຮັດທຸລະກຳທາງດ້ານການເງິນຕ່າງໆ ໂດຍໄດ້ປະກາດຖະແຫຼງການຕ່າງໆແກ່ສະມາຄົມການເງິນອິນເຕີເນັດຂອງຈີນ (National Internaet Finance Association Of Chiana), ສະມາຄົມທະນາຄານຈີນ (China Banking Association) ແລະ ສະມາຄົມການຊຳລະເງິນ ແລະ ຫັກບັນຊີຈີນ (Payment and Clearing Association Of China).
ສາເຫດຫຼັກຂອງການສັ່ງຫ້າມດັ່ງກ່າວກໍຄື: ລາຄາເງິນຂອງຫຼຽນ Cryptocurrency ພຸ່ງຂຶ້ນສູງ ແລະ ຕົກລົງຢ່າງໜັກໃນກ່ອນໜ້ານີ້ ຈົນໄປເຖິງການເທຣດຊື້ຂາຍເພື່ອເກັງກຳໄລໃນສະກຸນເງິນດິຈິຕອນເລີ່ມຟື້ນຕົວກັບມາ ສົ່ງຜົນໃຫ້ເກີດບັນຫາໃນແງ່ຂອງຄວາມປອດໄພທາງດ້ານຊັບສິນຂອງປະຊາຊົນ ແລະ ສົ່ງຜົນລົບກວນຄວາມສະຫງົບຮຽບຮ້ອຍຂອງເສດຖະກິດ ແລະ ທຸລະກິດການເງິນ.

ດ້ວຍຄຳສັ່ງດັ່ງກ່າວເຮັດໃຫ້ລະບົບຂອງ Cryptocurrency ໄດ້ມີການຜັນແປຢ່າງຫຼາຍໂດຍສະເພາະ Bitcoin ທີ່ໄດ້ຮັບຜົນກະທົບເປັນຫຼັກ ເຮັດໃຫ້ຜູ້ທີ່ຖື Bitcoin ຫຼາຍໆຄົນເກີດຄວາມຫວັ່ນໄຫວຕໍ່ກັບສະຖານະການເຊັ່ນນີ້ ຈົນມີຫຼາຍໆຄົນເລີ່ມຂາຍ Bitcoin ທີ່ຕົນເອງກຳລັງຖືຢູ່.
ຂໍ້ມູນຈາກ :
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/