ຄະນະກຳມະການເຫຼົ້າ ແລະ ກັນຊາແຫ່ງລັດວໍຊິງຕັນ ໄດ້ປະກາດວ່າໃຫ້ມີໂຄງການ Joints for Jabs ເປີດໂອກາດໃຫ້ຮ້ານຄ້າແຈກກັນຊາແບບມ້ວນສູບ ໃຫ້ແກ່ຜູ້ທີ່ມີອາຍຸ 21 ປີຂຶ້ນໄປ ຟຣີ!!! ຖ້າຫາກວ່າບຸກຄົນດັ່ງກ່າວມີຫຼັກຖານການສັກວັກຊີນໂຄວິດ-19ແລ້ວ.

ລັດວໍຊິງຕັນ ຖືກວ່າເປັນລັດທີ 2 ໃນການເດີນຕາມໂຄງການສັກວັກຊີນແລກກັນຊາ ເຊິ່ງກ່ອນໜ້ານີ້ແມ່ນລັດແອຣິໂຊນາ ເປັນຜູ້ເລີ່ມແນວຄິດ. ລັດວໍຊິງຕັນເອງ ມີປະຊາຊົນໄດ້ຮັບວັກຊີນປະມານ 58% ແລະ 49% ແມ່ນ ໄດ້ສັກວັກຊີນຄົບ 2 ໂດສແລ້ວ.

ໄລຍະທີ່ມີການລະດົມໃຫ້ປະຊາຊົນໄປສັດວັກຊີນໃນສະຫະລັດອາເມຣິກາທີ່ຜ່ານມາ ຈະເຫັນວ່າແຕ່ລະລັດ ຈະມີນະໂຍບາຍແຈກ ແລະ ບໍລິການຫຼາຍຮູບແບບ ຫຼາຍກົນລະຍຸດແຕກຕ່າງກັນໄປ ເພື່ອເປັນແຮງຈູງໃຈໃຫ້ປະຊາຊົນໄປສັກວັກຊີນ ເຊິ່ງກໍໄດ້ຜົນດີເກີນຄາດ ປະຊາຊົນໃຫ້ຄວາມສົນໃຈເປັນຈຳນວນຫຼາຍ, ອາເມຣິກາເອງມີເປົ້າໝາຍຈະສັກວັກຊີນໃຫ້ປະຊາຊົນພາຍໃນປະເທດ ໃຫ້ໄດ້ 70% ກ່ອນວັນຊາດໃນເດືອນກໍລະກົດທີ່ຈະມາເຖິງນີ້.

ຂອບໃຈຂໍ້ມູນຈາກ:
https://www.bangkokbiznews.com/news/detail/942614
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/