ຜົນການວິໄຈໃໝ່ພົບວ່າໄມໂຄຣພລາສຕິກໃນອາກາດສາມາດລອຍໄປໄດ້ທົ່ວໂລກ!!


ໄມໂຄຣພລາສຕິກ ອະນຸພາກນ້ອຍໆທີ່ເບິ່ງດ້ວຍຕາເປົ່າໄດ້ຍາກ ໃນຫຼາຍປີທີ່ຜ່ານມານີ້ ກາຍເປັນບັນຫາໜຶ່ງຂອງສິ່ງແວດລ້ອມທີ່ຖືກເວົ້າເຖິງຢ່າງກວ້າງຂວາງ ແລະ ຫຼ້າສຸດ ການວິໄຈພົບວ່າ ມັນສາມາດປົນຢູ່ກັບອາກາດ ລອຍໄປໄດ້ທຸກມຸມໂລກແລ້ວ!!!

ນັກວິໄຈໃນ Utah State University ແລະ Cornell University ໄດ້ຕີພິມລົງໃນວາລະສານ Proceedings of the National Academy of Sciences ວ່າໄມໂຄຣພລາສຕິກສາມາດລອຍໄປທົ່ວໂລກໄດ້ ແລະ ອາດມີຄວາມສ່ຽງຕໍ່ລະບົບນິເວດ ເປັນບັນຫາທີ່ແກ້ໄຂໄດ້ຍາກ ເຊິ່ງພລາສຕິກເຫຼົ່ານັ້ນ ມາຈາກຂີ້ເຫຍື້ອທີ່ມະນຸດເຮົາຖິ້ມໄປຕັ້ງແຕ່ຫຼາຍສິບປີກ່ອນ.

ທາງທີມວິໄຈໄດ້ເກັບກຳຂໍ້ມູນໄມໂຄຣພລາສຕິກໃນຊັ້ນບັນຍາກາດຂອງອາເມຣິກາໃນປີ 2017 ສົມທຽບກັບປີ 2019 ພົບວ່າມີໄມໂຄຣພລາສຕິກສະສົມຢູ່ຫຼາຍເຖິງ 22,000 ໂຕນຕໍ່ປີ!!! ເຊິ່ງຖ້າມັນລອຍຢູ່ໃນອາກາດໄດ້ຫຼາຍມື້ ມັນກໍຈະສາມາດລອຍຂ້າມທະວີບໄດ້ເລີຍ.

ໄມໂຄຣພລາສຕິກທີ່ປົນເປື້ອນຢູ່ໃນອາກາດທົ່ວໂລກ ນັກວິໄຈໄດ້ບອກວ່າມັນອາດຈະສົ່ງຜົນກະທົບໃນດ້ານລົບໄດ້ ແຕ່ບໍ່ແນ່ໃຈວ່າມັນຈະສົ່ງຜົນຮ້າຍແຮງປານໃດຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ ຕ້ອງມີການສຶກສາເພີ່ມຕື່ມໃນອະນາຄົດອີກ ແຕ່ກໍມີການວິໄຈອື່ນໆທີ່ບອກວ່າ ມັນອາດຈະເຮັດໃຫ້ເຍື່ອປອດອັກເສບ ແລະ ເປັນອັນຕະລາຍຕໍ່ລະບົບທາງເດີນຫາຍໃຈ.

ຂອບໃຈທີ່ມາ:

https://cutt.ly/8n89jfo

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/