ໜຸ່ມນ້ອຍອາຍຸ 7 ປີ ຢາກເຮັດອາຊີບກະສິກຳຄືປູ່ ເພາະເຫັນປູ່ເຮັດແລ້ວມັກຫຼາຍ


ລາຍການໜຶ່ງຂອງທາງປະເທດຍີ່ປຸ່ນ ໄດ້ໄປສຳພາດຄວາມຄິດເຫັນຂອງເດັກນ້ອຍ ກ່ຽວກັບຄວາມມັກຮັກໃນອາຊີບທີ່ຕົນເອງຢາກຈະເປັນ.

ມີເດັກນ້ອຍຄົນໜຶ່ງທີ່ທາງພິທີກອນໄດ້ຖາມວ່າ: ຕອນນີ້ກຳລັງສົນໃຈຫຍັງຢູ່? ເຊິ່ງເດັກນ້ອຍຄົນນີ້ກໍໄດ້ຕອບໄປວ່າຢາກເຮັດກະສິກຳ ເພາະຕົນເອງສົນໃຈກ່ຽວກັບອາຊີບນີ້ ເຊິ່ງໃນແຕ່ລະມື້ໄດ້ເຫັນປູ່ຂອງຕົນເຮັດວຽກທຸກມື້ ກໍເລີຍຢາກຕາມຮອຍ, ພ້ອມຍັງບອກວ່າຢາກເຮັດວຽກຊ່ວຍປູ່ອີກດ້ວຍ.

ໃນວັນພັກຂອງໂຮງຮຽນ ເດັກນ້ອຍຄົນນີ້ຍັງໄດ້ໄປຊ່ວຍວຽກປູ່ ປູກຜັກ, ລ້ຽງສັດ ພ້ອມກັບຮຽນຮູ້ວິທີຕ່າງໆ ໃນຂັ້ນຕອນການເຮັດກະສິກຳ, ທາງລາຍການ ຍັງໄດ້ໄປຕິດຕາມການເຮັດວຽກຂອງນ້ອງ ຊຸນສຸເກະ, ເຊິ່ງໃນຂັ້ນຕອນທຳອິດນ້ອງໄດ້ດຳນາ ຫຼື ປູກເຂົ້າ, ຫຼັງຈາກນັ້ນ ກໍໄດ້ໄປຊ່ວຍປູ່ດ້ວຍການເກັບໝາກໂມ ແລະ ໃຊ້ວິທີຕ່າງໆ ເປັນແຕ່ລະຂັ້ນຕອນອອກໄປ.

ເດັກນ້ອຍຄົນນີ້ອາຍຸພຽງ 7 ປີ ແຕ່ກໍມີເລື່ອງໃຫ້ອຸກໃຈ ຄືປູ່ໃຫ້ຊອກຄູ່ຄອງທີ່ດຸໝັ່ນຂະຫຍັນພຽນມາໃຊ້ຊີວິດຮ່ວມກັນ ແລະ ປູ່ກໍເວົ້າເລື່ອງນີ້ຢູ່ເປັນປະຈຳ, ໃນລະຫວ່າງການສຳພາດ ເຮັດໃຫ້ພິທີກອນຍິ້ມໄປຕາມໆກັນ ເພາະເຫັນເຖິງຄວາມໜ້າຮັກ ແລະ ເວົ້າເກັ່ງຂອງ ຊຸນສຸເກະ.

ຜ່ານໄປຫຼາຍປີ ຈົນອາຍຸໄດ້ 17 ປີ ຊຸນສຸເກະ ໃຫຍ່ເປັນໜຸ່ມແລ້ວ ແລະ ໃນການໃຊ້ຊີວິດກໍສົມດັ່ງໃຈປາຖະໜາ ຄືໄດ້ຊ່ວຍວຽກປູ່ຢ່າງເຕັມທີ່ ແລະ ກໍຮ່ຳຮຽນສຶກສາກ່ຽວກັບການກະສິກຳໂດຍກົງ. ເວົ້າໄດ້ເລີຍວ່າ ເປັນເດັກນ້ອຍທີ່ມີຄວາມຄິດດີຫຼາຍ ທີ່ເຫັນເຖິງຄວາມສຳຄັນ ແລະ ເຫັນເຖິງຄວາມອົດທົນພະຍາຍາມຂອງປູ່ ຈົນມີຈິດໃຈຢາກຊ່ວຍ ພ້ອມກັບສືບຕໍ່ອາຊີບຂອງປູ່ອີກດ້ວຍ.

ຂອບໃຈທີ່ມາ:

https://bit.ly/3j8NSNx

https://bit.ly/3zRtHtl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/