ປະກາດເອົານັກກິລາຍົກນ້ຳໜັກແປງເພດຈາກຊາຍມາເປັນຍິງ ເຂົ້າການແຂ່ງຂັນໂອແລມປິກເປັນຄັ້ງທຳອິດ!


Laurel Hubbard ນັກກິລາຍິງຍົກນ້ຳໜັກ ປະເທດນິວຊີແລນ ເຊິ່ງເປັນຄົນທຳອິດທີ່ແປງເພດຊາຍເປັນຍິງ ແລະ ໄດ້ຮັບຮອງໃຫ້ແຂ່ງໃນໂຕກຽວໂອແລມປິກ (Tokyo Olympics) ທີ່ຈະມາຮອດນີ້.

ໃນກໍລະນີນີ້ ໄດ້ເກີດມີການຖົກຖຽງກັນຫຼາຍພໍສົມຄວນ ທັງໃນແງ່ລົບ ແລະ ໃນແງ່ບວກ, ໃນຄວາມຄິດຂອງຫຼາຍຄົນກໍຍັງສົງໄສໄປຕາມໆກັນ ເພາະມີເອກະສານຕ່າງໆທີ່ສະແດງໃຫ້ເຫັນວ່າເປັນເພດຊາຍ ແລະ ມີຫຼາຍຄົນທີ່ເຄີຍປ່ຽນເພດມາເປັນຍິງ ກໍມີຄຳຄິດເຫັນບໍ່ເຫັນດີນຳຢ່າງຍິ່ງ.

ເຖິງຢ່າງກໍຕາມ ທາງນິວຊີແລນກໍຕ້ອນຮັບລາວເປັນຢ່າງດີ ເພາະລາວກໍໄດ້ຜ່ານການຄັດເລືອກມາແລ້ວ ຈາກສະຫະພັນໂອແລມປິກທີ່ຮັບຮອງມາ.

ກ່ອນໜ້ານີ້ໄດ້ມີຜົນງານຫຼາຍລາຍການບໍ່ວ່າຈະເປັນ ການແຂ່ງຂັນຍົກນ້ຳໜັກໃນຖານະເພດຊາຍໃນປີ 2017 ໄດ້ຫຼຽນເງິນຈາກລາຍການຊິງແຊ້ມໂລກ ກ່ອນທີ່ຈະໄດ້ອັນດັບ 6 ໃນປີ 2019.

ພາຍໃຕ້ແນວທາງໃໝ່ຂອງຄະນະກຳມະການ ໂອແລມປິກສາກົນ (ICU) ທີ່ອະນຸມັດໃຫ້ທຣານເຈນເດີ ສາມາດລົງແຂ່ງຂັນກິລາໂອແລມປິກໄດ້ ໂດຍກຳນົດວ່າຕ້ອງມີລະດັບຮໍໂມນເທສໂທສເຕີໂຣນ ທີ່ເປັນຮໍໂມນເພດຊາຍຕ່ຳກວ່າ 10 ນາໂນໂມນຕໍ່ລິດເປັນເວລາຢ່າງຕ່ຳ 1 ປີ.

ທາງປະທານຄະນະກຳມະການໂອແລມປິກແຫ່ງນິວຊີແລນ ໄດ້ລະບຸໄວ້ວ່າ: ລໍເຣວ ໄດ້ຜ່ານເກນຄຸນສົມບັດຂອງ IWF ລວມເຖິງຫຼັກເກນຂອງ ICO ສຳລັບນັກກິລາຂ້າມເພດ.

 “ຂ້ອຍຮູ້ສຶກຂອບໃຈການສະໜັບສະໜູນຂອງຊາວນິວຊີແລນຈຳນວນຫຼາຍທີ່ມອບໃຫ້ກັບຂ້ອຍ” ລໍເຣວ ກ່າວໃນຖະແຫຼງການ

ຂອບໃຈຂໍ້ມູນຈາກ:

https://bit.ly/35O5hDb

https://bit.ly/2SZoaA8

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/